Laos: ຄວາມເປັນມາ ແລະ ຄວາມສໍາຄັນ ຂອງ ພິທີບາສີ ຜູກແຂນ ຫລື ສູ່ຂວັນ

ພິທີບາສີ ສູ່ຂວັນ ຫລື ວ່າ ພິທີຜູກແຂນ ນີ້ ແມ່ນ ປະເພນີ ອັນດີງາມ ແລະ ຈົບດີ ທີ່ສຸດ ຂອງ ລາວ ທີ່ ຊາວລາວເຮົາ ຮູ້ດີ ແລະ ເຄີຍປະຕິບັດກັນມາ ແຕ່ ດືກດໍາບັນ ຈົນ ໄດ້ກາຍ ມາເປັນ ນື່ງ ໃນ ເອກກະລັກ ຂອງ ຄວາມເປັນລາວ ຮ່ວມ ກັນ ກັບ ການຢູ່ເຮືອນສູງ ການກີນເຂົ້າໜຽວ ແລະ ການເປົ່າແຄນ.

ສໍາລັບຊາວລາວ ທີ່ ໄດ້ ໄປ ສ້າງຊີວິດ ອາໃສ ຢູ່ ໃນ ຕ່າງແດນ ພິທີສູ່ຂັວນ ກໍໄດ້ກາຍ ມາເປັນ ການເຕົ້າໂຮມຄອບຄົວ ການເຕົ້າໂຮມ ເພື່ອນສນິດ ມິດສະຫາຍ ພ້ອມທັງເປັນ ການຊີ້ສະແດງ ໃຫ້ເພື່ອນມີດ ຈາກປະເທດ ທີ່ ພວກຕົນ ໄດ້ ໄປ ອາໃສຢູ່ນັ້ນ ໄດ້ຮູ້ໄດ້ເຫັນ ໄດ້ຮ່ວມ ພີທີການ ອັນ ແສນງາມ ແລະ ມີສເນ ອັນຈັບອົກຈັບໃຈ ດັ່ງກ່າວ ນີ້ ແລະ ກໍ ພ້ອມ ທັງ ໄດ້ ຮຽນຮູ້ ປະເພນີ ວັທນະທັມ ອັນດີງາມ ຂອງ ຊາວລາວເຮົາ ໄປ ໃນຕົວ ນໍາ ອີກດ້ວຍ.

ພິທີບາສີ ຕ້ອນຮັບແຂກ ຈາກ ການາດາ ທີ່ ເມືອງທ່າແຂກ (12/2014)

ພິທີບາສີ ຕ້ອນຮັບແຂກ ຈາກ ການາດາ ທີ່ ເມືອງທ່າແຂກ (12/2014)

ພ້ອມດຽວກັນນັ້ນ ພິທີຜູກແຂນ ຫລື ວ່າ ສູ່ຂວັນ ນີ້ ກໍ ແມ່ນ ການສົ່ງມູນມໍລະດົກ ສົ່ງສີນລະປະ ວັທນະທັມ ຂອງ ລາວເຮົາ ສົ່ງຕໍ່ ໃຫ້ ແກ່ ບັນດາ ລູກຫລານ ທີ່ ໄດ້ ເກີດຂື້ນມາ ໃນຕ່າງແດນ ເພື່ອ ໃຫ້ ພວກເຂົາເຈົ້າ ນໍາເອົາໄປ ປະຕິບັດ ນໍາເອົາໄປ ຮັກສາໄວ້ ຕລອດກາລະນານ. ແລະ ການ ທີ່ ໄດ້ ມີ ຊາວໜູ່ມລາວ ໃນຕ່າງແດນ ພາ ກັນ ເອົາ ຝ້າຍຜູກແຂນ ປະໄວ້ ໃນ ແຂນ ຂອງ ພວກເຂົາເຈົ້າ ຢ່າງດົນນານ ມັນ ກໍ ໄດ້ ກາຍ ມາເປັນ ສັນຍາລັກ ຊີ້ບອກໂລດວ່າ ພວກເຂົາເຈົ້າ ມີ ຄວາມພໍໃຈ ດີໃຈ ໃນ ຄວາມເປັນລາວ, ມີ ຄວາມພາກພູມໃຈ ໃນ ສີລປະວັທນະທັມ ລາວ ພ້ອມທັງ ຢາກ ໃຫ້ ເພື່ອນມິດ ແລະ ວົງການສັງຄົມ ຂອງ ປະເທດ ທີ່ ພວກຕົນ ໄດ້ ເກີດໃຫຍ່ຂື້ນມານັ້ນ ໄດ້ ຮູ້ຈັກ ແລະ ຮັກຫອມ ປະເພນີ ຮິດຄອງ ຂອງ ລາວ ນໍາ ອີກ ດ້ວຍ.

   ໃນ ເມື່ອ ຊາວລາວ ເຮົາ ຫາກ ຮູ້ ດີ ແລ້ວ ວ່າ  ການ ບາສີ ຫລື ຜູກແຂນ ນີ້ ຕ້ອງ ມີ :

   * ພາຂວັນ ນື່ງ ພາ ປະດັບປະດາ ດ້ວຍ ຕົ້ນໝາກເບັງ ເອ້ ດ້ວຍ ດອກໄມ້ ອັນ ງົດງາມ ມີທຽນ ເຫລັ້ມ ນື່ງ ຢູ່ ຈອມ ໝາກເບັງ. ຖ້າ ຫາກ ແມ່ນ ການ ບາສີ ແຕ່ງງານ ແລ້ວ ຄູ່ສົມລົດໃໝ່ ກໍ ຕ້ອງ ມີ ພາຂວັນ ຜູ່ ລະ ພາ ເອ້ ດ້ວຍ ດອກຮັກ ຫລື ດອກດາວເຮືອງ ຫລື ດອກກຸຫລາບ. ແລະ ເຄື່ອງປະກອບ ກໍ ຕ້ອງ ຄູນສອງ ໝົດ ທຸກສີ່ງອັນ.

ຝ້າຍຜູກແຂນ

ຝ້າຍຜູກແຂນ

* ຝ້າຍຜູກແຂນ

* ໄກ່ຂວັນ ນື່ງ ໂຕ ພ້ອມດ້ວຍ ໄຂ່ຂວັນ ຫ້າໜ່ວຍ ເຂົ້າຕົ້ມ ເຂົ້າໜົມ ໝາກໄມ້

* ເຂົ້າໜຽວ ນື່ງຕີບ ນໍ້າດື່ມ ນໍ້າຫວານ ເຫລົ້າຢາ ປາແປ້ງ ຄັນ ມີ ເຫລົ້າໄຫ ແຮ່ງດີ ພີເສດ.

   * ຖ້າ ຜູກແຂນ ໃຫ້ ຜູ່ໄຂ້ລຸກໃໝ່ ເພີນ ກໍມັກຈະເອົາ ເຄື່ອງໜູ່ງ ຂອງ ຜູ່ກ່ຽວ ມາວາງ ໄວ້ ຂ້້າງ ພາຂວັນ

ໃຂ່ຂວັນ

ໄຂ່ຂວັນ

* ໝໍພອນ…

ຂ້າພະເຈົ້າ ກໍ ຈະນໍາເອົາ ເຫດຜົນ ແລະ ຄວາມໝາຍ ຂອງ ການຜູກແຂນ ດັ່ງກ່າວນີ້ ມາສະເນີ ມາຮ່ວມກັນ ວີຈານ ມາຮ່ວມກັນ ບັນລະຍາຍ ເພື່ອ ຈະ ລົງ ໄປ ເຖີງ ກົກເຫງົ້າ ແລະ ຮາກ ຂອງມັນ. ແລະ ກ່ອນອື່ນໝົດ ກໍ ຕ້ອງ ພາກັນມາເຂົ້າໃຈ ວ່າ ຂວັນ ແມ່ນຫຍັງ?

 

ວ່າດ້ວຍຂວັນ

ອ້າງອີງ ຕາມ ຄວາມເຂົ້າໃຈ ແລະ ການປະຕິບັດ ແຕ່ ໃດໆມາ ຂອງ ບັນດາ ຊົນເຜົ່າໄຕ່ (T’ai) ມະນຸດເຮົາ ເມື່ອເກີດຂື້ນມາແລ້ວ ກໍ ຈະມີ ຂວັນ ປະຈໍາຢູ່ ໃນ ແຕ່ ລະ ພາກສ່ວນ ຂອງ ຮ່າງກາຍ ຂອງຕົນ.​ ແລະ ສໍາລັບ ຊາວລາວ ແລ້ວ ຮ່າງກາຍມະນຸດ ກໍປະກອບດ້ວຍ 32 ພາກສ່ວນ ແລະ 32 ຂັວນ ໂດຍ ນັກຄົ້ນຄົ້ວ ແລະ ຜູ່ຊຽ່ວຊານ ຈາກ ເຂດຕາເວັນຕົກ ໄດ້ ຕີລາຄາ ວ່າ ອາດຈະມາຈາກ ສາສນາພຸທ ມາຈາກ ການສະແດງ ຄວາມເຄົາລົບນັບຖື  ສະແດງ ຄວາມກະຕັນຍູ ກະຕະເວທີ ຕໍ່ ອົງພຣະສັມມາ ສັມພຸທເຈົ້າ ໂດຍ ທີ່ ຜູ່ຊ່ຽວຊານ ດັ່ງກ່າວ ໄດ້ ອະທີບາຍ ວ່າ ກູ່ມ ຊົນຊາວ ໄຕ ທີ່ບໍ່ນັບຖື ສາສນາພຸທ ຄື ໄທດໍາ ໄທແດງ ໄທລື້ ໄທສຸງ ແລະ ອື່ນໆອີກ ແມ່ນ ມີ ຂວັນ ຫລາຍກົ່ວ 32 ຂວັນ ແລະ ອາດ ຈະ ມີ ເຖີງ 92 ຂວັນ ກໍ ເປັນ ໄປ ໄດ້, ໂດຍ ໃນນັ້ນ ມີ ຂວັນໜ້າ 36 ຂວັນ ແລະ ຂວັນຫລັງ 56 ຂວັນ. ແລະ ກໍ ມີ ແຕ່ ຊາວພຸດເຖຣະວາດ ເທົ່ານັ້ນ ທີ່ ຮັບຮູ້ ວ່າ ມະນຸດ ເຮົາ ມີ ຂວັນ 32 ຂວັນ.

 ແຕ່ ທ່ານ ໂອກີ່ນ ຊຸມພົນພັກດີ ຜູ່ຊ່ຽວຊານ ທາງດ້ານ ສີລປະວັທນະທັມ ແລະ ຮິດເກົ່າຄອງຫລັງ ຂອງລາວເຮົາ ກໍ ບໍ່ ເຫັນພ້ອມ ແລະ ໄດ້ ອະທິບາຍ ວ່າ: « ຢູ່ ໃນ ທາງ ພຸທສາສນາ ເພີ່ນ ໄດ້ ກ່າວເຖີງ ລັກສະນະ ຂອງ ພຣະພຸທອົງ ມີ ມະຫາລັກສະນະ  32 ຫລື ລັກສະນະຫນ້າ ແລະ ມີ ອານຸລັກສະນະ 80 ຫລື ລັກສະນະຫລັງ »

ພິທີບາສີ ເຕ່ງງານ ທີ່ ກຸງປາຣີ (mai 2012)

ພິທີບາສີ ເຕ່ງງານ ທີ່ ກຸງປາຣີ (mai 2012)

ສ່ວນ ທ່ານ ອາຈານ ສຸລັງ ເດັດວົງສາ ອະດິດ ເລຂາ ຣາຊບັນດິດສະຖານ ລາວ (Académie royale lao/Lao Royal Academy) ແລະ ອະດີດ ນັກຂ່າວ ວິທຍຸ ຝຣັ່ງສາກົນ (RFI)  ນັ້ນ ພັດ ໄດ້ ເວົ້າ ເຖີງ 32 ຂວັນຫລວງ ແລະ 90 ຂວັນນ້ອຍ ໂດຍ ທີ່ ທ່ານ ອາຈານ ໄດ້ ນໍາ ເອົາ ຄໍາ ສູດຂັວນ ທີ່ ເຄີຍ ໄດ້ ໃຊ້ ກັນ ຕລອດມາ ອອກ ມາ ເປັນ ຕົວຢ່າງ: « ສາມສີບສອງ ຂວັນ ໃຫ້ ມາເຕົ້າ ເກົ້າສີບຂວັນ ໃຫ້ ມາ ໂຮມ ». ແລະ ໃນ ບາງຄໍາສູດຂວັນ ນັ້ນ ຊາວລາວເຮົາ ກໍ ມັກເວົ້າວ່າ 32 ຂວັນໜ້າ 50 ຂວັນຫລັງ…

ທ່ານນາງ ເອເລນາ ກເຣງໍຣິອາ ໃຈຈີງເຟີນ (Elena Gregoria Chai Chin Fern) ໄດ້ໃຫ້ ຄວາມຄິດເຫັນ ວ່າ ໃນຈໍານວນຂວັນ ທັງໝົດ 32 ຂວັນ ນີ້ 20 ຂວັນ ແມ່ນ ໄດ້ ມາ ຈາກ ພໍ່ ແລະ 12 ຂວັນ ໄດ້ ມາ ຈາກແມ່ ໂດຍ ທີ່ ທ່ານນາງ ໄດ້ ນໍາ ເອົາ ຂໍ້ມູນ ການຄົ້ນຄົ້ວ ຂອງ ທ່ານ ເລີບາ (Lebar) ຫິກເກ (Hickey) ແລະ ມຸສກະຣ່າວເວີ (Musgrave) ມາ ເປັນ ລັກຖານ. ແຕ່ ທ່ານນາງ ກໍ ບໍ່ ໄດ້ ອະທິບາຍ ເລີຍ ວ່າ ມີ ຄວາມໝາຍ ຫຍັງແນ່.  ຫລື ວ່າ ໃນ ຕົນຕົວ ຂອງພວກເຮົາ ມີ ຂວັນຜູ້ 20 ຂວັນ ແລະ ມີ ຂວັນແມ່ 12 ຂວັນ ຫລືບໍ່? ແຕ່ ກໍ ສັງເກດໄດ້ວ່າ ບໍ່ເຄີຍໄດ້ຍີນ ພໍ່ເຖົ້າແມ່ເຖົ້າ ປູ່ຍ່າຕາຍາຍ ເວົ້າເຖີງ ການໃຈ້ແຍກບ່ອນມາ ຂອງ ຂວັນດັ່ງນີ້ ມາກ່ອນຈັກເທື່ອເລີຍ ແລະ ກໍບໍ່ເຄີຍໄດ້ ອ່ານການຂີດຂຽນ ກ່ຽວກັບເລື້ອງນີ້ ມາກ່ອນ ອີກ ຄືກັນ.

ພິທີ ບາສີແຕ່ງງານ ທີ່ ເມືອງ ປອກແລນ (USA, 2012)

ພິທີ ບາສີແຕ່ງງານ ທີ່ ເມືອງ ປອກແລນ (USA, 2012)

 ແຕ່ວ່າ ພວກໄຕ່ເມືອງ ໃນ ວຽດນາມ ນັ້ນ ພາກັນ ມີ ຄວາມເຊື່ອໝັ້ນ ວ່າ ມີ ຂວັນ ສອງ ປະເພດ ຄື ນື່ງ ຮ້ອງ ກັນ ວ່າ ວາຍ ຫນູ່ມຕລອດ ແລະ ເປັນ ຜູ່ປົກປັກຮັກສາ ເຈົ້າຂອງ ແລະ ສອງ ມີ ຊື່ ວ່າ ເບັຍ ເປັນ ຜູ່ ໃຫ້ ຄວາມມ່ວນຊື່ນລື້ນເລີງ ພ້ອມທັງມີ ພະລັງຊີວິດ ຕິດຕົວນໍາ ອີກດ້ວຍ ຕາມການອະທິບາຍ ຂອງ ທ່ານນາງ ຊ່ານເນີ ກູຍສີນນີເອ (Jeanne Cuisinier).

ສ່ວນ ຊາວໄທດໍາ  ນັ້ນ ຄືດວ່າ ສ່ວນນື່ງ ຂອງ ຂວັນ ຈະ ຂື້ນ ໄປ ສວັນຊັ້ນຟ້າ ແລະ ອີກສ່ວນນື່ງ ຈະຢູ່ໃນດີນ ເມື່ອ ເຈົ້າຂອງ ຫາກ ຫມົດ ລົມກາຍໃຈ ໄປ ແລ້ວ.

ເຖີງຢ່າງໃດກໍດີ ຂວັນ ກໍ ແມ່ນ ສີ່ງ ທີ່ ພວກເຮົາ ມີ ມາແຕ່ເກີດ, ແມ່ນ ລັກສະນະ ບໍ່ເຫັນໂດຍຕາເປົ່າ (ໂອກີ່ນ) ສີ່ງທີ່ບໍ່ມີຕົວຕົນ (ອາຈານພິລາວົງ) ແລະ ກໍມີຄວາມເຊື່ອໝັ້ນກັນອີກວ່າ ຂວັນ ຂອງ ພວກເຮົາ ມັກໄປເລາະ ມັກໄປທ່ຽວຫລີ້ນ ມັກໄປຊື່ນຊົມຍີນດີ ກັບສີ່ງຂອງ ຫລື ສະຖານທີ່ ໃໝ່ໆ ແລ້ວ ກໍ ບໍ່ ຢາກ ກັບຄືນເນື້ອ ຄືນກາຍ ຂອງ ພວກເຮົາ ໂດຍ ຈະ ມີ ຜົນສະທ້ອນ ເຮັດໃຫ້ ເຈົ້າຂອງຂັວນ ດັ່ງກ່າວ ຕ້ອງ ຂາດ ຄວາມທູ່ນທ່ຽງ ຂາດ ສະເຖັຽລະພາບ ບາງເທື່ອ ກໍ ບໍ່ ສະບາຍ ເຈັບໄຂ້ ຂື້ນມາກໍມີ. ບາງຄົນ ນັ້ນ ກໍ ອາດ ຈະ ວັ່ງເວໃຈ ບໍດີໃຈ ດ້ວຍເຫດວ່າ ມີຄວາມຮູ້ສືກວ່າ ຂາດ ສີ່ງໃດສີ່ງນື່ງ ທີ່ ສໍາຄັນ ໃນຕົວ ຂອງ ຕົນເອງ. ນັກຂຽນຊາວຝຣັ່ງ ທ່ານນື່ງ ກໍ ຍັງໄດ້ຢໍ້າເອົາໄວ້ວ່າ ຖ້າ ຫາກ ຂາດ ຂວັນ ອັນ ສໍາຄັນ ຕົ້ນຕໍ ຫລາຍໆ ຂວັນ ພ້ອມໆກັນແລ້ວ ຄົນຜູ່ນັ້ນ ກໍ ອາດ ຈະ ເຈັບໃຂ້ ຢ່າງ ໜັກໜ່ວງ ຈົນ ເຖີງ ເສັຽຊີວິດ ໄປ ກໍມີ.

ພິທີ ບາສີ ແຕ່ງງານ ທີ່ ເມືອງ ທ່າແຂກ  (janvier 2013)

ພິທີ ບາສີ ແຕ່ງງານ ທີ່ ເມືອງ ທ່າແຂກ (janvier 2013)

ພິເສດ ກໍແມ່ນຂວັນ ຂອງ ບັນດາ ໜູ່ມນ້ອຍ ວັຍລຸ້ນ ທີ່ ອາດ ຈະ ອອກໜີໄປໄດ້ ແບບງ່າຍໆ ເພາະວ່າ ຍັງບໍ່ຄຸ້ນເຄີຍ ບໍ່ລື້ງແກ່ນດີ ກັບ ຮ່າງກາຍ ຂອງຕົນ. ດ້ວຍເຫດນີ້ ເອງ ເມື່ອ ຜູ່ເລັກເດັກນ້ອຍ ຈາມ ຊາວລາວເຮົາ ກໍ ຈະ ພາກັນເວົ້າ ຂື້ນມາວ່າ: ມາຢູ່ເຮືອນ ຢູ່່ຊານ ຫລື ໃຫຍ່ສຸງ ແລະ ບາງເທື່ອ ເພີ່ນກໍຕື່ມວ່າ ຮຽນໜັງສືເກັ່ງໆ ເດີ້… ຈົນໄດ້ພາໃຫ້ ລູກຫລານ ຂອງ ພວກເຮົາ ທີ່ ເກີດໄດ້ໃຫຍ່ລຸນ ໃນ ຝຣັ່ງ ອາເມລິກາ ການາດາ ຫລື ອົສຕເຣເລັຍ ຄືດວ່າ ແມ່ນ ຄືກັນກັບ ຄວາມເວົ້າ ທີ່ ຊາວຕາວັນຕົກ ມັກໃຊ້ ເມື່ອ ມີ ຜູ່ໃດ ຜູ່ນື່ງ ຈາມ A tes (vos) souhaits (ຂໍໃຫ້ສົມຫວັງ ຫລື ຂໍໃຫ້ສົມປາຖນາ ເດີ້) ຫລືວ່າ God Bless You (ຂໍ ໃຫ້ ພະຜູ່ເປັນເຈົ້າ ຈົ່ງປົກປັກຮັກສາ ເຈົ້າເດີ້). ບາງເທື່ອ ລູກຫລານ ກໍ ພາກັນ ທ້ວງວ່າ ເປັນຫຍັງ ຄື ບໍ່ເວົ້າວ່າ ໃຫ້ຮຽນໜັງສືເກັ່ງໆເດີ້?

ສັງເກດໄດ້ອີກວ່າ ຊາວອັງກິດ ຈະບໍ່ຂອບໃຈ ເມື່ອ ໄດ້ ຮັບພອນ ດັ່ງກ່າວ ນັ້ນ ໂດຍ ໄດ້ ມີ ການອະທິບາຍ ວ່າ ຖ້າຫາກອ້າປາກ ເວົ້າ ຂອບໃຈເດີ້ ກໍຈະໄປກືນເອົາ ແມ່ພະຍາດ ທີ່ ໄດ້ສົ່ງອອກໄປ ໃນ ຍາມຈາມ ນັ້ນ ກັບຄືນມາ. ຫລືວ່າ ຊາວອັງກິດ ຢ້ານຈະເສັຽຂວັນຕື່ມ ອີກ ຖ້າຫາກ ອ້າປາກອອກມາເວົ້າ ຄວາມ ຂອບໃຈ ຫລັງຈາກ ໄດ້ ເສັຽຂວັນ ບາງແນວ ໄປ ໃນຍາມຈາມ ແລ້ວ…

 ທ່ານນາງ ໃຈຈີງເພີນ ກໍ ຍັງໄດ້ໃຫ້ ສັນນິຖານ ຕື່ມ ອີກ ວ່າ « ຂວັນ ຂອງ ເດັກນ້ອຍ ທີ່ ມີ ອາຍຸ ຫນ້ອຍ ກ່ອນ 10 ປີ ແມ່ນ ຖື ວ່າ ອ່ອນຫລາຍ ທີ່ສຸດ. ແລະ ຖ້າຫາກວ່າ ເດັກນ້ອຍໄຫ້ ໃນ ຍາມນອນກາງຄືນ ກໍ ມີ ຄວາມເຊື່ອຖື ກັນວ່າ ແມ່ເກົ່າ ຂອງລາວ ແຕ່ຊາດກ່ອນ ໄດ້ ກັບຄືນມາຫລີ້ນ ນໍາລາວ. ແລະ ຖ້າຫາກວ່າ ເດັກນ້ອຍ ດັ່ງກ່າວ ຫາກຍັງໄຫ້ ຫລາຍໆຄືນ ຕິດຕໍ່ກັນ ຊາວບ້ານ ກໍ ມັກເວົ້າວ່າ ແມ່ເກົ່າ ຂອງລາວ ໄດ້ ພາລາວ ຫນີໄປໄກ ຈາກ ເຮືອນຊານບ້ານຢູ່ ແລະ ຂວັນ ຂອງລາວ ບາງ ຂວັນ ກໍ ໄດ້ໄປຫລົງທາງ ບໍ່ສາມາດ ກັບຄືນເນື້ອຄືນກາຍ ໄດ້ ດ້ວຍຕົນເອງ. ແລະ ກໍແມ່ນ ແນໃສ່ ຮຽກ ເອົາ ຂວັນ ດັ່ງກ່າວນີ້ ໃຫ້ ກັບຄືນມາ ຢູ່ ໃນເນື້ອ ໃນຄີງ ທີ່ ຄອບຄົວ ໄດ້ ຈັດ ພິທີບາສີ ຜູກແຂວນ ຂື້ນມາ. »

ພິທີ ບາສີ ແຕ່ງງານ ທີ່ ກຸງປາຣີ

ພິທີ ບາສີ ແຕ່ງງານ ທີ່ ກຸງປາຣີ

ຜູ່ຊ່ຽວຊານ ຈາກ ເຂດຕາວັນຕົກ ກໍ ຄື ນັກຂຽນ ແລະ ບັນດິດ ລາວ ແລະ ໄທ ຈື່ງ ໄດ້ ພາກັນ ເປັນ ເອກສັນ ເຫັນພ້ອມວ່າ ຂວັນ ແມ່ນ ສ່ວນນື່ງ ທີ່ ສໍາຄັນທີ່ສຸດ ຂອງ ມະນຸດເຮົາ ກໍ ຄື ຂອງ ສັດສາວາສີ່ງ ຫລື ວັດຖຸ ເຄື່ອງຂອງໃຊ້ ທີ່ ເປັນ ປະໂຍດ ແກ່ ມະນຸດເຮົາ ເຊັ່ນ ເຮືອນຊານ ບ້ານສ່ອງ ກວຽນແກ່ເຄື່ອງ ຈົກ ສຽມ ຄາດ ໄຖ ພ້າມີດ ຫວດໜື້ງເຂົ້າ ໝໍ້ແກງ ດັ່ງນີ້ ເປັນຕົ້ນ.

 ກໍ ດ້ວຍ ຄວາມເຊື່ອໝັ້ນ ວ່າ ທຸກສີ່ງຢ່າງ ສາມາດ ມີ ຂວັນ ທີ່ ຊາວລາວ ເຮົາ ໄດ້ ພາລູກ ພາຫລານ ເອົາ ຂັນດອກໄມ້ ທູບທຽນ ໄປ ບູຊາ ຂໍ ລະໂທດລະກັມ ຕໍ່ ປະຕູ ເຮືອນຄົວ ຫ້ອງນໍ້າ ໝໍ້ແຫກ ແຕກກະໂປະ ຫລັງຈາກ ໄດ້ ສີ້ນສຸດ ພິທີບາສີນ້ອຍ ໃນ ມື້ ວັນວິວາສົມລົດ. ກໍແມ່ນ ເຫດຜົນ ດັ່ງກ່າວ ນີ້ ອີກຄືກັນ ທີ່ ຊາວລາວເຮົາ ມັກ ຮ້ອງ ຂໍອານຸຍາດ ກ່ອນ ຕັດຕົ້ນໃມ້ ຫລື ເກັບດອກໄມ້ ເກັບຜັກ ໝາກໄມ້ ໃນປ່າດົງ ດັ່ງນີ້ເປັນຕົ້ນ. ທັງໝົດນີ້ ກໍ ແມ່ນ ເຫດຜົນ ສໍາຄັນ ຕົ້ນຕໍ ຂອງ ການ ຈັດ ພິທີບາສີ ສູ່ຂວັນ ນັ້ນເອງ.

ທ່ານ ໂອກີ່ນ ຊຸມພົນພັກດີ ກໍ ໄດ້ ອະທິບາຍ ວ່າ ທຸກສີ່ງຢ່າງ ທີ່ ມີຊີວິດ (ມະນຸດ ສັດ ຕົ້ນໄມ້)ຫລື ບໍ່ມີຊີວິດ (ລົດ ກວຽນ ເກີບ ແກ້ວນໍ້າ ຈອກນໍ້າ) ແມ່ນ ສາມາດ ມີ ຂວັນ ມີ ຂວ້ນ ແລະ ມີ ວີນຍານ ຢູ່ ໃນຕົນຕົວ ໄດ້ ທັງນັ້ນ, ໂດຍ ທີ່ ທ່ານ ໄດ້ ໃຈ້ແຍກ ວີນຍານ ອອກເປັນ ສອງ ປະເພດ ຄື ເກີດແລ້ວດັບໄປ ຢ່າງເນື່ອງນີດ, ແລ້ວ ເກີດອີກໄຫມ່, ແລ້ວ ກໍດັບໄປໄຫມ່ອີກ ຢ່າງນີ້ ເລື້ອຍໆໄປ, ແລະ ໂດຍ ແມ່ນ ສາຍຕາ ຂອງ ພວກເຮົາເອງ ພ້ອມກັນ ກັບ ມະໂນ ຫລື ໃຈ ເປັນຜູ່ເຮັດໃຫ້ ວີນຍານ ເກີດຂື້ນມາ ຫລື ດັບຕາຍ ຈາກ ສີ່ງຕ່າງໆເລົ່ານັ້ນ. ນີ້ ແມ່ນວີນຍານ ໃນ ກໍຣະນີ ທີ່ ຍັງ ມີ ອະນິດຈັງ ທຸກຂັງ ອະນັດຕາ. «ວີນຍານ ນີ້ ແລະ ທີ່ ເພີ່ນ ມັກ ເອີ້ນ ກັນ ວ່າ ຂວັນ ຢູ່ ໃນ ສະພາບ ເປັນ ຈີງ ແລະ ວີນຍານ ທີ່ ຍັງ ເລາະລ່ອງ ຕໍ່ໄປນີ້ ພາສາລາວ ເພີ່ນເອີ້ນວ່າ ຜີ», ທ່ານ ໂອກີ່ນ ໄດ້ ຊີ້ແຈງ ຕື່ມ.

ພິທີ ບາສີ ແຕ່ງງານ ທີ່ ກຸງວຽງຈັນ (mai 2014)

ພິທີ ບາສີ ແຕ່ງງານ ທີ່ ກຸງວຽງຈັນ (mai 2014)

 ແລະ ສອງ ມາ ກໍ ແມ່ນ ວີນຍານ ຂອງ ພຣະອາຣະຫັນ.​ ເມື່ອ ຢູ່ ໃນ ຈິດ ຂອງ ເພີ່ນ ບໍ່ມີກິເລດ, ຈິດ ຂອງເພີ່ນ ຮູ່ງແຈ້ງ ແລ້ວ, ເມື່ອ ສີ້ນຊີວິດໄປ ວີນຍານ ຂອງເພີ່ນ ກໍ ຂື້ນສູ່ພຣະນິບພານ.

 ທ່ານ ມັກສ ເວແບ້ (Max Weber) ກໍ ມີ ຄວາມຄິດເຫັນ ຄ້າຍໆ ຄື ກັນ ໂດຍ ທ່ານ ໄດ້ ອະທິບາຍ ວ່າ: « ຂັວນ ຫລື ວີນຍານ ອາດ ຈະ ຢູ່ ໃນ ສີ່ງຂອງ ຫລື ເຫດການ ອັນໃດ ອັນນື່ງ ຢ່າງ ຕິດຕໍ່ໜໍ່ເນືອງ ຫລື ເປັນ ບາງຄັ້ງບາງຄາວ. ຂວັນ ຫລື ວີນຍານ ດັ່ງກ່າວ ນີ້ ອາດ ຈະ ເຂົ້າ ໄປຢູ່ ເປັນ ການຊົ່ວຄາວ ກັບ ສີ່ງຂອງ ຕົ້ນໄມ້ ສັດສາວາສີ່ງ ຫລື ມະນຸດ. ຂວັນ ຫລື ວິນຍານ ກໍ ແມ່ນ ຄ້າຍ ຄື ກັນ ກັບ ພະລັງແຮງ ແນວໃດ ແນວນື່ງ ທີ່ ພວກເຮົາ ບໍ່ ສາມາດ ເບີ່ງ ຫລື ເຫັນ ໄດ້ ດ້ວຍ ຕາເປົ່າ. ມັນ ຈະ ນັບຖື ກົດລະບຽບ ຂອງມັນເອງ ແລະ ພວກເຮົາ ກໍ ຊອກຫາ ສີ່ງ ມາ ປຽບທຽບ ໄດ້ ຍາກ ທີ່ສຸດ »

 ຄວາມຄິດເຫັນ ຂອງ ທ່ານ ເວແບ້ ໄດ້ ເຖີງນໍາອອກມາ ສະເນີ ໂດຍ ທ່ານນາງ ໃຈຈີງເພີນ.

 ສ່ວນ ທ່ານ ພຣະອາຈານ ປານຂາວ ແຫ່ງ ວັດປ່າ ເມືອງ ຕວກນົງ ທ່ານ ອາຈານ ກໍ ໄດ້ ອະທິບາຍ ວ່າ ວີນຍານ ແລະ ຜີ ແມ່ນ ສີ່ງດຽວກັນ, ຄົນທົ່ວໄປ ທີ່ ບໍ່ມີຄວາມຮູ້ ຫລື ບໍ່ມີການສືກສາ ພຽງພໍ ກໍ ເອີ້ນວ່າ ຜີ ໃນເມື່ອ ຄູບາອາຈານ ແລະ ນັກຄົ້ນຄົ້ວ ເອີນວ່າ ວີນຍານ.

 ອາຈານ ສຸລັງ ເດັດວົງສາ ກໍ ໄດ້ ອະທິບາຍ ໄປ ໃນ ລັກສະນະ ດຽວກັນ: « ຂວັນ ກັບ ວີນຍານ ໃນເນື້ອໃນ ຂອງ ຄວາມເຂົ້າໃຈ ແບບລາວ ແມ່ນ ຕ່າງ ກັນ. ແຕ່ວ່າ ຄັນ ເວົ້າເຖີງ ຕົ້ນມູນ ທີ່ ບໍ່ທັນ ໄດ້ ຂຍາຍຄວາມເທື່ອນັ້ນ ແມ່ນ ບໍ່ ຕ່າງ ກັນ, ພຽງແຕ່ ຂວັນ ເປັນ ຄໍາສັບລາວ ແລະ ວີນຍານ ເປັນ ຄໍາປາລີ. ແຕ່ ໃນ ພາສາລາວ ເຮົາ ນັ້ນ ວີນຍານ ມີ ຄວາມໝາຍ ເປັນ ຜີ ຫລື ເປັນ ເຜັດ ນໍາ ອີກ ດ້ວຍ »

ພິທີ ບາສີ ໃນ ຄອບຄົວ ກ່ອນອອກເດີນທາງ ໄປ ຕ່າງ ປະເທດ  (2012)

ພິທີ ບາສີ ໃນ ຄອບຄົວ ກ່ອນອອກເດີນທາງ ໄປ ຕ່າງ ປະເທດ (2012)

ບັນດາ ເຖົ້າແກ່ຕາຍາຍ ພໍ່ເຖົ້າ ແມ່ເຖົ້າ ຂອງ ພວກເຮົາ ກໍ ໄດ້ ເຄີຍ ເລົ່າ ນິທານ ຂອງ ສ່ຽວ ສອງຄົນ ພາກັນໄປເລາະປ່າ ໃຫ້ຟັງ ມາ ໄດ້ ຫລາຍເຊັ່ນຄົນ ແລ້ວ. ເມື່ອ ຮູ້ສືກວ່າ ມີ ຄວາມອິດເມື່ອຍ ສ່ຽວຜູ່ນື່ງ ເລີຍ ນອນເຊົາເມື່ອຍ ພັກພ່ອນ ເອົາແຮງ ແລະ ຫລັບລົງໄປ ຢູ່ ກ້ອງຕົ້ນໄມ້ ຕົ້ນນື່ງ. ພຽງ ແຕ່ ລາວ ຫລັບລົງໄປ ສ່ຽວຂອງລາວ ຜູ່ ທີ່ ບໍ່ ໄດ້ນອນ ນັ້ນ ກໍ ໄດ້ ເຫັນ ຈິນາຍ ໂຕນື່ງ ໄຕ່ ອອກ ຈາກ ຈອມຂັວນ ຂອງ ຜູ່ນອນ. ຈິນາຍ ດັ່ງກ່າວ ນັ້ນ ໄດ້ ໄປ ເລາະ ຫລີ້ນ ໃນ ຕົ້ນໄມ້ ໄປ ອາບນໍ້າ ແລະ ໄປ ແຄມຫ້ວຍ ທີ່ ຢູ່ ໃກ້ໆ ນັ້ນ ກ່ອນ ຈະ ກັບຄືນມາເຂົ້າ ຂະມ່ອມຈອມຂັວນ ຂອງ ເຈົ້າຂອງຄືນ.​ ເມື່ອ ລາວ ຕື່ນຂື້ນມາ ສ່ຽວຜູ່ທີ່ໄດ້ນອນເອົາແຮງ ນັ້ນ ກໍ ໄດ້ ເວົ້າໃຫ້ ສ່ຽວລາວຟັງວ່າ ລາວເອງ ໄດ້ ຝັນດີ ຝັນໄປ ເລາະ ປ່າໄມ້ ຫ້ວຍຮ່ອງ ຄອງດົງ ພ້ອມ ທັງ ໄດ້ ໄປ ອາບນໍ້າ ນໍາ ອີກດ້ວຍ.

ທ່ານນາງ ຣູດ-ອີງເຊີ ຫ່າຍເຊີ (Ruth-Inge Heinze) ກໍ ມີ ຄວາມເຫັນ ຄ້າຍຄື ກັນ ໂດຍ ທ່ານນາງ ໄດ້ ນໍາເອົາ ທິດສະດີ ຂອງ ທ່ານ ສີກມູນ ຝເຣີດ (Sigmund Freud) ອອກມາ ເປັນ ຫລັກຖານ: « ມະນຸດ ເຮົາ ມີ ຂວັນ ທີ່ ອາດ ຈະ ສາມາດ ອອກໜີ ຈາກ ບ່ອນຢູ່ ຂອງມັນ ເພື່ອ ໄປ ເຂົ້າຢູ່ ໃນ ຮ່າງ ອັນໃໝ່. ມັນ ເປັນ ຜູ່ປົກປັກ ຮັກສາ ກິຈການ ທາງດ້ານ ຈິດຕະວິທຍາ ຈິດໃຈ ແລະ ສີນທັມ ຂອງ ພວກເຮົາ ແລະ ຂວັນ ດັ່ງກ່າວ ກໍ ມີ ເອກເທດ ບໍ່ ຂື້ນ ກັບ ຕົນຕົວ ທີ່ ມັນ ເພີ່ງ ອາໃສ ຢູ່ »

 ກໍແມ່ນ ທ່ານນາງ ໃຈຈີງເພີນ ອີກຄືກັນ ເປັນຜູ່ນໍາ ແນວຄິດ ຂອງ ທ່ານນາງ ຫ່າຍເຊີ ອອກມາເຜີຍແຜ່.

ພິທີ ບາສີ ພາຍໃນຄອບຄົວ ທີ່ ກຸງປາຣີ ໂດຍ ມີ ເພື່ອນມິດ ໍຊາວຝຣັ່ງ ເຂົ້າຮ່ວມ

ພິທີ ບາສີ ພາຍໃນຄອບຄົວ ທີ່ ກຸງປາຣີ ໂດຍ ມີ ເພື່ອນມິດ ໍຊາວຝຣັ່ງ ເຂົ້າຮ່ວມ

ກໍ ແປວ່າ ຂວັນ ທີ່ ພວກເຮົາ ເບີ່ງບໍ່ເຫັນ ດວ້ຍຕາເປົ່າ ນັ້ນ ແມ່ນ ພາກສ່ວນ ອັນສໍາຄັນ ພິເສດ ຕົ້ນຕໍ ຂອງ ມະນຸດເຮົາ. ຊາວຕາວັນຕົກ ສ່ວນຫລາຍ ແລ້ວ ກໍ ພາກັນ ຮ້ອງວ່າ ແມ່ນ ພະລັງແຮງ ທີ່ ນໍາຊີວິດ ນໍາຄວາມຖືກຕ້ອງປອງດອງ ແລະ ສະເຖັຽຣະພາບ ມາ ໃຫ້ ຮ່າງກາຍ ຂອງ ພວກເຮົາ ບາງເທື່ອ ກໍ ພາກັນ ຮ້ອງວ່າ ແມ່ນ ພາກສ່ວນຕົວ ຂອງ ຮ່າງກາຍ ທີ່ ຕິດຕໍ່ນໍ່ເນືອງ ກັນ ກັບ ຊີວິດ ຂອງ ຄົນ ແລະ ສັດ ແບບ ໃຈ້ແຍກ ອອກຈາກກັນ ບໍ່ໄດ້ເລີຍ ແລະ ມັນ ກໍມີມາ ແຕ່ມື້ເກີດ ພູ້ນ. ນັກຂຽນລາວ ແລະ ໄທ ຫລາຍໆທ່ານ ກໍ ໄດ້ ອະທິບາຍ ໄປ ໃນ ທໍານອງ ດຽວກັນ.

« ເມື່ອ ຂວັນ ຫລື ວີນຍານ ຢູ່ ກັບເນື້ອ ກັບຕົວ, ຮ່າງກາຍ ກໍ ມີ ສຸກຂະພາບ. ແຕ່ ເຮົາ ກໍ ບໍ່ ສາມາດ ເຫັນໄດ້ ດ້ວຍ ຕາເປົ່າ ວ່າ ຂວັນ ມັນຢູ່ ຫລື ບໍ່ຢູ່ ໃນເນື້ອໃນຕົວ. ຂວັນ ມັນຢູ່ຕາມ ຫລື ເກີດຕາມ ກະແສ ຂອງ ມະໂນ ຫລື ຄວາມຄິດ. ເພີ່ນວ່າ ຂວັນ ຫລື ວີນຍານ ຫລື ຈິດ ມັນ ຢູ່ ຮ່າງກາຍຄົນ ມັນ ມັກ ໄປມາ ຫາສູ່ ໄດ້ ທຸກແຫ່ງ », ທ່ານ ໂອກີ່ນ ໄດ້ ອະທິບາຍ.

ທ່ານ ພີລີບເປີ ກອກນູ່ຍ (Philippe Cornu) ນັກຊ່ຽວຊານ ສາສນາພຸທ ຂອງ ຕີ່ເບດ ແລະ ສາສດາຈານ ປະຈໍາ  ສະຖາບັນ ອີ່ນານໂກ້ (Inalco) ແລະ ມະຫາວິີທຍາລັຍ ກາໂຕລິກ ທີ່ ເມືອງ ລູ່ແວ່ງ ໃນ ປະເທດ ແບນຊີກເກີ (Université catholique de Louvain, Belgique) ໄດ້ ອະທິບາຍ ວ່າ: « ຮ່າງກາຍ ຂອງເຮົາ ຈະ ບໍ່ ມີ ຊີວິດ ຖ້າຫາກຂາດ ຈິດ (ຫລື ຂວັນ) ໃນ ຄະນະດຽວກັນ ທີ່ ຈິດ ຫລື ຂວັນ ນີ້ ກໍຈະບໍ່ມີ ປະສິດທິຜົນ ບໍ່ ມີ ຄວາມສາມາດ ຫຍັງຫມົດເລີຍ ຖ້າຫາກ ບໍ່ ມີ ຮ່າງກາຍ ເປັນທີ່ເພີ່ງ, ແປວ່າ ທັງສອງ ແມ່ນ ໄຈ້ແຍກ ອອກຈາກກັນ ບໍ່ໄດ້ ເດັດຂາດ. ການປະສານງານ ພົວພັນ ແບບລຽນຕິດ ລະຫວ່າງ ຮ່າງກາຍ ແລະ ຈິດ ນີ້ ແມ່ນ ມີ ຂື້ນ ໂດຍການສັມພັດ ລະຫວ່າງ ຕາ ຫູ ດັງ ປາກ ແລະ ມື ກັບ ສີ່ງທີ່ເກີດຂື້ນ ໃນ ວົງຈັກກະວານ. »

 ແປວ່າ ແມ່ນມັນເກີດມາ ແລະ ດັບຫາຍໄປ ຕາມກະແສ ຂອງ ມະໂນ ຫລື ຄວາມຄິດ ດັ່ງ ທີ່ ທ່ານ ໂອກີ່ນ ໄດ້ ອະທິບາຍ ມາກ່ອນແລ້ວ ນັ້ນເອງ.

ພິທີບາສີ ກ່ອນການທາງ ໄປເຮັດວຽກງານ ໃນ ເຂດ ອາຊີ ໃນທ້າຍປີ 2012

ພິທີບາສີ ກ່ອນການທາງ ໄປເຮັດວຽກງານ ໃນ ເຂດ ອາຊີ ໃນທ້າຍປີ 2012

ຄຸນພໍ່ ມາກແຊນໂລ ຊາໂງ (Marcello Zago) ຊາວ ອີ່ຕາລີ ໄດ້ ຂຽນ ວ່າ ຂວັນ ແມ່ນ « ເຫດຜົນ ແລະ ເງື່ອນໄຂ ຂອງ ການກ້າວໜ້າ ພັທນາ ເຕີບໂຕ ຂອງ ທຸກສີ່ງຢ່າງ ທີ່ ມີ ຄວາມຈົບຄວາມດີ ແລະ ທີ່ເກີດຂື້ນມາ ແບບ ບໍ່ຄາດຝັນ ». ທ່ານ ສຕັນເລ ຕໍາບີອາ (Stanley Tambiah) ວ່າ ຂວັນ ແມ່ນ « ຍອດ ຂອງ ຈິດ », ທ່ານ ຣິດຊາດ ດາວິສ (Richard Davis) ວ່າ ແມ່ນ « ສີ່ງທີ່ໃຫ້ພະລັງ ທາງຈິດ » ໃນ ຂະນະທີ່ ທ່ານ ຊອກເຊີ ກົງໂດມີນາສ (Georges Condominas) ແປ ຂວັນ ວ່າ ແມ່ນ « ວີນຍານ » ນັ້ນເອງ.

ສ່ວນ ທ່ານ ບາຣັນ ແຕກວຽນ (Barend Terwiel) ນັ້ນ ກໍ ໄດ້ ຂຽນວ່າ ຂວັນ ອາດ ຈະແປໄດ້ວ່າ ແມ່ນ « ຈິດ ຄວາມງາມ ຄວາມຮັ່ງມີເປັນດີ ຫລື ຄວາມຂີ້ໂມ້ »  ໃນ ຂະນະທີ່ ທ່ານ ສເຕພານ ສະປາກເກີ (Stephen Sparkes) ໄດ້ ແປ ຂັວນ ວ່າ ແມ່ນ « ຍອດຂອງຊີວິດ » ຫລື « ຈຸດໝາຍປາຍທາງ ຂອງ ຊີວິດ ». ໃນປີ 1854 ຄຸນພໍ່ ຊັງບາດຕິສເຕີ ປານເລີງົວ (Jean-Baptiste Pallegoix) ຊາວຝຣັ່ງເສດ ແລະ ນື່ງ ໃນ ບັນດາຊາວຕາວັນຕົກ ຜູ່ທໍາອິດ ທີ່ໄດ້ຂຽນປື້ມ ກ່ຽວກັບ ລາວ ໄດ້ ແປ ຂວັນ ວ່າ ແມ່ນ « ເທວະດາທີ່ຢູ່ໃນຫົວ » ແລະ ໃນປີ 1896 ເພີ່ນ ພັດວ່າແມ່ນ « ສີ່ງສັກສິດທີ່ປົກປັກຮັກສາ »  ໃນຂະນະດຽວກັນ ທີ່ ຄຸນພໍ່ ປີແອ້ເຣີ ງີ່ຫຍ່າ (Pierre Guignard) ຊາວຝຣັ່ງ ຄື ກັນ ໄດ້ເວົ້າວ່າ ແມ່ນ « ວີນຍານ, ຊີວິດຈິດໃຈ »

 ໃນ ວັຈນານຸກົມ ພາສາລາວ ພີມອອກຈໍານ່າຍ ໃນປີ 1960 ມະຫາ ສີລາ ວີຣະວົງ ໄດ້ ຂຽນ ວ່າ « ຂວັນ ແມ່ນ ສີ່ງທີ່ບໍ່ມີຕົນຕົວ ສີ່ງ ທີ່ເຮົາ ເບີ່ງບໍ່ເຫັນ ໂດຍຕາເປົ່າ ທີ່ ມີ ຢູ່ ໃນຊີວິດ ຂອງ ມະນຸດ ແລະ ສັດ ນັບ ແຕ່ ມື້ເກີດມາ »

ໃຂ່ຂວັນ

ໃຂ່ຂວັນ

ເພື່ອ ຢໍ້າເຖີງ ຄວາມສໍາຄັນພິເສດ ຂອງ ຂວັນ ແລະ ຂວ້ນ ຫລື ຂອດ ທ່ານ ໂອກີ່ນ ກໍ ໄດ້ ບັນລະຍາຍ ເພີ້ມຕື່ມ ຢ່າງ ເລີກຊື້ງ ວ່າ ຂ້ວນ ມີ ໜ້າທີ່ ສໍາຄັນ ພິເສດ ໃນ ການຊ່ວຍເຫລືອ ຊີວິດ ນື່ງ ໃຫ້ ຄົງຢູ່ ໄດ້ ພ້ອມທັງ ຈະ ຊ່ວຍໃຫ້ ເຕີບໂຕ ແລະ ມີ ອາຍຸຍືນຍາວນານ ນໍາອີກ ດ້ວຍ.

   « ຕາມ ທັມມະຊາດ ແລ້ວ ເກືອບ ທຸກໆ ຢ່າງ ແມ່ນ ລ້ວນແລ້ວ ແຕ່ ມີ ຂວ້ນ ເຊັ່ນ ຂວ້ນ ຫມາກໄມ້ ມີ້ ມ່ວງ ລໍາໄຍ (…) ຖ້າ ຂວ້ນຫມາກໄມ້ ຂາດ ກໍ ແປວ່າ ຫມາກໄມ້ ກໍ ຕົກຕາຍ ໄປ. ຮ່າງກາຍ ຂອງ ຄົນເຮົາ ກໍເຊັ່ນດຽວກັນ ລ້ວນແລ້ວ ແຕ່ ມີ ຂວ້ນ. ຢູ່ ທາງໃນ ກໍ ໄດ້ແກ່ ບ່ອນຕໍ່ ຂອງ ເສັ້ນເອັນ ນ້ອຍໃຫຍ່ ສາຍທໍ່ໃຫຍ່ ສາຍທໍ່ນ້ອຍ. ແມ່ນ ຂອດ ເສັ້ນເອັນ. ເພີ່ນ ສືກສາວ່າ ດວງຈິດ ມັນ ມັກ ພັກເຊົາຢູ່ ໃນ ຜົ້ງ ຂອງ ຂອດ ຫລື ຖໍ້າ ຂອງ ຂອດ. ຖ້າວ່າ ຂວ້ນ ຫລື ຂອດ ສາຍຕ່າງໆ ຂາດ ກໍ ແປວ່າ ຄົນ ກໍຕ້ອງ ລົ້ມປ່ວຍ ເຈັບ ລົງ ໄປ ຫລື ເຖີງ ຂັ້ນ ຕາຍໄປ ກໍ ມີ ເຊັ່ນ ເມື່ອ ເສັ້ນ ຂວ້ນ ປຣະສາດ ຂາດ »

ແລະ ກໍແມ່ນ ເພື່ອຊີ້ບອກ ເຖີງ ຄວາມສໍາຄັນພິເສດ ຂອງ ຂວັນ ທີ່ ຊາວລາວເຮົາ ມັກຮ້ອງ ບຸກຄົນ ທີ່ ພວກຕົນ ຮັກພິເສດ ວ່າ ແມ່ນ ລູກແກ້ວ ລູກຂວັນ ຫລື ເມັຍແກ້ວ ເມັຍຂວັນ ເຮືອນແກ້ວ ເຮືອນຂວັນ ດັ່ງນີ້ເປັນຕົ້ນ. ແຕ່ ຊາວ ຕາວັນຕົກ ພັດພາກັນ ເຂົ້າໃຈຜິດ ວ່າ ການ ທີ່ ຊາວລາວເຮົາ ພາກັນຮ້ອງ ໃຂ່ຂວັນ ເຂົ້າຂວັນ ຫລື ຂອງຂວັນ ນັ້ນ ແມ່ນ ເພື່ອ ຊີ້ບອກ ເຖີງ ການນັບຖື ແລະ ຄວາມຮັກແພງ ພິເສດ ຕໍ່ ສີ່ງຂອງ ດັ່ງກ່າວ ໃນເມື່ອຄວາມຈິງ ແລ້ວ ມັນແມ່ນພຽງ ຊື່ ຂອງມັນເອງ ເທົ່ານັ້ນ.​ ນີ້ ລະ ທີ່ ເປັນ ຕົ້ນເຫດ ຂອງ ຄວາມເຂົ້າໃຈຜິດ ກ່ຽວກັບ ປະເພນີ ຮີດຄອງ ຂອງ ລາວເຮົາ. ແລະ ໃນເມື່ອ ແມ່ນ ຊາວຕາວັນຕົກ ເປັນ ຜູ່ຂີດຂຽນ ປື້ມ ຕະລອດມາ ຄວາມຜິດພາດ ຕົ້ນສະບັບ ດັ່ງກ່າວນີ້ ກໍ ໄດ້ຖືກນໍາອອກມາ ເຜີຍແຜ່ ສືບຕໍ່ ກັນມາ ຢ່າງເນື່ອງນິດ ເພາະວ່າ ບໍ່ ມີ ຊາວລາວເຮົາ ຂຽນ ປື້ມ ຫລື ບົດຄວາມ ອະທິບາຍ ເຖີງ ເຫດ ແລະ ຜົນ ໃນວົງການ ຂ່າວສານ ສາກົນ.

ສ່ວນຫລາຍແລ້ວ ຄວາມຜິດຜາດ ຂອງ ນັກຂຽນ ຫລື ນັກຊ່ຽວຊານ ຈາກ ເຂດຕາວັນຕົກ ກໍ ແມ່ນ ມາຈາກ ການເຂົ້າໃຈ ພາສາລາວ ຂອງ ພວກເຂົາເຈົ້າ ບໍ່ ພຽງພໍ, ປະສົມກັນກັບ ການຮູ້ ພາສາຝຣັ່ງເສດ ຫລື ອັງກິດ ບໍ່ພຽງພໍ ບໍ່ເຖີງຖອງ ຂອງ ຊາວລາວເຮົາ ຜູ່ ເປັນ ນາຍພາສາ ຫລື ຜູ່ແປ ເອກສານ ຕ່າງໆ ນັ້ນເອງ.

ໄກ່ຂວັນ

ໄກ່ຂວັນ

ບາງເທື່ອ ເມື່ອ ມີ ຊາວລາວເຮົາ ຂຽນ ບົດຄວາມ ກ່ຽວກັບ ປະເພນີວັທນະທັມ ລາວເຮົາເອງ ອອກ ໃນ ເວທີສາກົນ ກໍໄດ້ຈໍາເປັນ ນໍາເອົາ ຂໍ້ມູນຕົ້ນສະບັບ ຂອງ ຊາວ ຕາວັນຕົກ ອອກມາເປັນຫລັກຖານ ເນື່ອງຈາກວ່າ ມັນແມ່ນຫລັກການ ຂອງ ການຄົ້ນຄົ້ວສາກົນ. ດັ່ງນີ້ ທ່ານນາງ ມະຍູຣີ ເຫງົ້າສີວັດທນ໊, ອະດິດ ຮອງອະທິບໍດີ ໃນ ກະຊວງຕ່າງປະເທດ ແລະ ຜູ່ຂຽນປື້ມ ຜູ່ຍີງລາວ ໃນອະດິດແລະປັດຈຸບັນ, ກໍໄດ້ ອະທິບາຍ ວ່າ : « ດ້ວຍຄວາມເຊື່ອໝັ້ນ ວ່າ ຫົວ ແມ່ນ ບ່ອນທີ່ສັກສິດ ທີ່ສຸດ ຂອງຮ່າງກາຍ ຂອງ ມະນຸດເຮົາ ເນື່ອງຈາກວ່າ ແມ່ນບ່ອນຢູ່ ຂອງ ຂວັນ ທີ່ສໍາຄັນ ກ່ອນໝູ່ໝົດ ຄື ຈອມຂວັນ ທີ່ ອາໃສ ຢູ່ ຈອມຂະມ່ອມ ຊື່ງແມ່ນ ບ່ອນທຽວເຂົ້າ ທຽວອອກ ຂອງ ບັນດາຂວັນ ທັງຫລາຍ ເພີ່ນ ຈື່ງ ບໍ່ ໃຫ້ ຜູ່ໃດ ຈັບ ຈອມຂະມ່ອມ ດັງກ່າວ ຈົນກົ່ວ ເດັກນ້ອຍ ຈະ ມີ ອາຍຸ ສອງປີ »

ຄວາມຈີງແລ້ວ ແລະ ຕາມທີ່ ພໍ່ແມ່ ພໍ່ເຖົ້າແມ່ເຖົ້າ ແລະ ປ້າລຸງ ຂອງ ພວກເຮົາ ໄດ້ ອະທິບາຍ ຕະລອດມາ ເພີ່ນບໍ່ໃຫ້ຈັບ ຈອມຂະມ່ອມ ທີ່ຍັງບໍ່ທັນຈອດ ທີ່ຍັງບໍ່ທັນແຂງ ເທື່ອນັ້ນ ກໍ ເນື່ອງຈາກວ່າ ຢ້ານ ຈະມີ ອຸປະຕິເຫດ ໄປ ຈົກ ຂະມ່ອມຈອມຂວັນ ເດັກນ້ອຍ ນັ້ນ ເອງ. ສ່ວນ ຈອມຂວັນ ນັ້ນ ກໍບໍ່ແມ່ນ ຂວັນ ທີ່ ດີເດັ່ນ ກ່ອນໝູ່ໝົດ ແຕ່ວ່າ ແມ່ນພຽງ ບ່ອນຢູ່ເທີງຫົວເຮົາ ທີ່ ມີ ຜົມ ຂອດ ຄື ກົ້ນຫອຍ ເທົ່ານັ້ນ ເອງ.   

ສ່ວນ ຄຸນພໍ່ ມາກແຊນໂລ ຊາໂງ ນັ້ນ ພັດ ໄດ້ ຂຽນ ວ່າ: « ຂອງ ທີ່ມອບໃຫ້ ໃນ ຍາມ ສູ່ຂວັນ ນັ້ນ ແມ່ນ ຂອງ (chose, thing) ຂວັນ (khouan, khuan), ໃຂ່ຂວັນ ແມ່ນ ໃຂ່ (œuf, egg) ທີ່ມອບໃຫ້ຂວັນ  (khouan, khuan) ແລະ ເຂົ້າຂວັນ ແມ່ນ ເຂົ້າ (riz, rice) ຂວັນ », ດັ່ງນີ້ ເປັນຕົ້ນ ເນື່ອງຈາກວ່າ ຄຸນພໍ່ ຊາໂງ ບໍ່ຮູ້ເລີຍວ່າ ແມ່ນຊື່ ແທ້ໆ ຂອງ ສີ່ງຂອງດັ່ງກ່າວ ຈື່ງ ໄດ້ ແຍກ ຄວາມເວົ້າ ຄວາມດຽວ ໃນ ພາສາລາວ ອອກ ເປັນ ສອງຄວາມ ໃນ ພາສາຝຣັ່ງເສດ. ແລະ ຄວາມເຂົ້າໃຈຜິດ ດັ່ງກ່າວນີ້ ກໍໄດ້ພາໃຫ້ ຄຸນພໍ່ ຊາໂງ ຕີລາຄາ ວ່າ ຂວັນ ແມ່ນ ສະນາມ (synonyme, synonym) ກັບ ຈອມຂວັນ ກັບ ຄຸນງາມຄວາມດີ ກັບ ແນວຈົບແນວດີ ກັບ ຄວາມຈະເຣີນ ກ້າວໜ້າ ແລະ ແມ້ກະທັ້ງ ຄວາມຮັ່ງມີ ເປັນດີ.

ດອກດາວເຮືອງ

ດອກດາວເຮືອງ

ກ່ອນ ຈະໄດ້ ຂຽນ ປື້ມ (Rites et cérémonies en milieu bouddhiste lao) ພີມ ອອກ ຈໍານ່າຍໃນ ປີ 1972 ຄຸນພໍ່ ຊາໂງ ກໍ ໄດ້ ເດີນທາງ ໄປ ລາວ ໄດ້ ສືກສາ ເອກສານ ແລະ ປື້ມ ຂຽນ ເປັນ ພາສາລາວ ຂອງ ອາຈານ ສີລາ ວີຣະວົງ  (ວັດຈະນະນຸກົມ ພາສາລາວ 1960 ແລະ ປະເພນີບູຮານ 1958), ຂອງ ອາຈານ ຄໍາຜຸນ ພີລາວົງ (ວັດທະນະທັມ ແລະ ຮິດຄອງປະເພນີ ອັນດີງາມ ຂອງ ລາວ 1967, ຄູ່ມື 1967) ແລະ ຂອງ ສູນກາງຄົ້ນຄົ້ວ (ວັດທະນະທັມ ບູຮານລາວ 1968) ພ້ອມ ທັງ ໄດ້ ອ່ານ ສືກສາ ເອກສານ ເປັນ ພາສາ ຝຣັ່ງເສດ ຂອງ ທ່ານ ສົມຈີນ ປ. ຫງີນ ແລະ ທ່ານ ຫຍູຍ ອະພັຍ (ບາສີ 1967), ທ່ານ ຕ. ວິບູນ (ບາສີ 1963) ນໍາ ອີກດ້ວຍ.

ແຕ່ ກໍເປັນທີ່ຫນ້າສັງເກດວ່າ ຄູນພໍ່ ຊາໂງ ຄົງຈະເຂົ້າໃຈວ່າ ຜົນກະທົບ ອັນດີ ເມື່ອ ຂວັນ ທັງໝົດ ຫາກ ຢູ່ ໃນເນື້ອໃນຄີງ ແມ່ນ ສະນາມ ຂອງ ຂວັນ.

ສ່ວນ ທ່ານ ສເຕພານເນີ ໄບເລ (Stephen Bailey) ນັ້ນ ພັດໄດ້ຫລົງ ຮ້ອງ ຕົ້ນຫມາກເບັງ ວ່າ « ຕົ້ນບາສີ »… ແລະ ໄດ້ ແປ ຂອງຂວັນ ວ່າ ແມ່ນ « ຂອງຕ້ອນ ຈາກຫົວໃຈ » (A Gift from the heart).

ຝ້າຍຜູກແຂນ ທີ່ ມີ ມົນປົກປັກຮັກສາ ຢູ່ ໃນ ແຜ່ນທອງ ຂອດໃສ່ ທາງກາງ

ຝ້າຍຜູກແຂນ ທີ່ ມີ ມົນປົກປັກຮັກສາ ຢູ່ ໃນ ແຜ່ນທອງ ຂອດໃສ່ ທາງກາງ

ກ່ຽວກັບ ຈອມຂວັນ ແລະ ຄວາມເຂົ້າໃຈວ່າ ແມ່ນ ສະນາມ ຂອງ ຂວັນ ນັ້ນ ແມ່ນມີມາ ໃນ ປື້ມ ແລະ ເອກສານລາວ ເຮົາ ເອງ ດັ່ງ ທີ່ ຄຸນພໍ່ ຊາໂງ ແລະ ນັກຂຽນ ຊາວຕາວັນຕົກ ໄດ້ ນໍາເອົາອອກ ມາ ເປັນ ລັກຖານ ຂອງ ການຄົ້ນຄົ້ວ ຂອງ ພວກເຂົາເຈົ້າ. ດັ່ງນີ້ ອາຈານພິລາວົງ ຂຽນວ່າ: « ຄໍາວ່າຂວັນ ຢ່າງໜື່ງ ໝາຍເອົາຜົມ ຫລື ຂົນທີ່ຂື້ນວຽນເປັນກົ້ນຫອຍ ແລະ ອີກຢ່າງໜື່ງ ໝາຍເອົາ ສີ່ງບໍ່ມີຕົວຕົນ. »

ແລະ ທ່ານນາງ ໃຈຈີງເພີນ ຊາວເອເຊັຍ ກໍ ຍັງ ໄດ້ ຂຽນວ່າ: « ອ້າງອີງ ຕາມ ຂໍ້ມູນ ຂອງ ການຄົ້ນຄົ້ວ ຂອງ ຂ້າພະເຈົ້າ ເອງ ຂວັນ ມີ ສອງ ປະເພດ ຄື ນື່ງ ແມ່ນທີ່ຢູ່ ໃນ ຈອມຂວັນ ບ່ອນ ທີ່ ຂວັນ ອອກ ຈາກ ຮ່າງກາຍ ຫລື ວ່າ ເຂົ້າ ກັບຄືນມາ ໃນ ຕົນຕົວ ຂອງ ມະນຸດເຮົາ. ດ້ວຍເຫດນີ້ເອງ ທີ່ ຫົວ ຈື່ງ ແມ່ນ ບ່ອນສໍາຄັນ ແລະ ສັກສິດ ທີ່ ສຸດ ສໍາລັບ ຊາວລາວ, ແລະ ສອງ ກໍ ແມ່ນ ຂວັນ ຂອງ ຮ່າງກາຍ ນັ້ນ ເອງ ທີ່ ຊາວລາວ ຮ້ອງກັນວ່າ ຂວັນຄີງ, ຊື່ງ ມີ ທັງໝົດ 32 ຂວັນ. »

ທ່ານນາງ ທີ່ ມີ ຄວາມຮູ້ ຮອບດ້ານ ເລີກຊື່ງ ກ່ຽວກັບ ປະເພນີລາວ ຍັງ ໄດ້ ສະແດງຄວາມແປກໃຈ ວ່າ ເປັນຫຍັງ ຊາວລາວ ຈື່ງ ບໍ່ເວົ້າວ່າ ສັຕຣີ ທີ່ ມີ ຈອມຂວັນ ສອງຈອມ ນັ້ນ ຈະໄດ້ຜົວ ສອງຄົນ ໃນ ຂະນະດຽວກັນ ທີ່ ຜູ່ຊາຍ ທີ່ ມີ ສອງຈອມຂວັນ ນັ້ນ ເພີ່ນ ພັດມັກເວົ້າ ວ່າ ຈະ ໄດ້ ເມັຍ ສອງຄົນ.

ກ່ຽວກັບ ຄົນຫົວລ້ານ ນັ້ນ ທ່ານນາງ ໃຈຈີນເພີນ ໄດ້ໃຫ້ຄວາມຄິດເຫັນ ທີ່ ເປັນໜ້າຄືດ ໂດຍ ທ່ານນາງ ໄດ້ ອະທິບາຍ ວ່າ: « ເມື່ອ ຂວັນ ຫາກ ທຽວອອກ ທຽວເຂົ້າ ທາງຈອມຂັວນ ກໍຈື່ງມີ ຄວາມເຊື່ອຖື ກັນວ່າ ຜູ່ ທີ່ ມີ ຫົວລ້ານ ນັ້ນ ແມ່ນ ເນື່ອງມາຈາກ ຂວັນ ຂອງລາວ ທຽວອອກ ທຽວເຂົ້າ ທາງ ຫົວລາວ ຢູ່ ບໍ່ຢຸດ ບໍ່ເຊົາ ຈັກເທື່ອ. » ສັງເກດວ່າ ທ່ານນາງ ບໍ່ ໄດ້ ສແດງ ຄວາມແປກໃຈ ເລີຍ ທີ່ ໄດ້ເຫັນ ແຕ່ ຜູ່ຊາຍ ເປັນ ຄົນຫົວລ້ານ ຫລື ວ່າ ທ່ານຍີງ ອາດຈະມີ ຄວາມໝັ້ນໃຈ ວ່າ ສັດຕຣີ ແມ່ນ ແມ່ບ້ານ ແມ່ເຮືອນ ເປັນກົກ ເປັນເຄົ້າ ຂອງ ຄອບຄົວ ແລະ ຕະກູນ ແລະ ເປັນ ຜູ່ ໃຫ້ ຊີວິດ ແກ່ ມວນມະນຸດ ແລະ ຂວັນ ຂອງ ບັນດາສັດຕຣີ ດັ່ງກ່າວ ກໍ ຈະ ບໍ່ ອອກໜີໄປ ຈາກເນື້ອ ຈາກຄີງ ຈັກເທື່ອເລີຍ.

ແລະ ທ່ານ ນີແອນສ ມູ່ນເດີ້ (Niels Mulder) ກໍຍັງໄດ້ຢໍ້າເຖີງ ຄວາມສໍາຄັນ ຕົ້ນຕໍ ຂອງ ສັດຕຣີໃນ ສັງຄົມໄທ ອີ່ສານ ວ່າ: « ສໍາລັບ ຊາວໄທ ແລ້ວ ສີ່ງ ທີ່ຄວນນັບຖື ແລະ ເທວະບຸດ ເທວະດາ ນັ້ນ ແມ່ນ ປະດິດສະຖານຢູ່ ໃນ ວັດວາອາຮາມ, ເຮືອນຊານ ບ້ານຊ່ອງ, ແມ່ ແລະ ສັນຍາລັກ ຂອງ ສັດຕຣີ ຄື ແມ່ທໍລະນີ ແລະ ແມ່ເຂົ້າ ແມ່ນໍ້າ… » ຖ້າ ຫາກວ່າ ທ່ານ ມູ່ຍເດີ ໄດ້ ເຂົ້າ ໄປ ເຮັດ ການຄົ້ນຄົ້ວ ໃນ ລາວ ທ່ານ ກໍ ຄົງ ຈະ ມີ ຄວາມຄິດເຫັນ ຄ້າຍຄືກັນ ຢ່າງ ແນ່ນອນ.

ຕີບເຂົ້າ ຫລາຍໆ ປະເພດ

ຕີບເຂົ້າ ຫລາຍໆ ປະເພດ

ສໍາຄັນພິເສດ ອີກ ກໍ ແມ່ນການ ທີ່ ທ່ານນາງ ໃຈຈີງເພີນ ບໍ່ໄດ້ເວົ້າເຖີງ ບັນດານັກປຣາດ ສາສດາຈານ ຜູ່ ມີ ຊື່ສຽງ ໂດງດັງ ໃນ ເຂດ ຕາວັນຕົກ ຊື່ງ ສ່ວນຫລາຍແລ້ວ ກໍ ມີ ແຕ່ ຜູ່່ຫົວລ້ານ ໝົດທັງນັ້ນ. ແລະ ທ່ານນາງ ກໍ ຄົງ ຈະ ເຂົ້າໃຈຜິດ ອີກຄືກັນ ເມື່ອ ທ່ານນາງ ໄດ້ ຂຽນ ວ່າ: « ຜູ່ທີ່ເກີດມາ ມີ ປອມດ້ອຍ ເສັຽອົງຄະ ຫລື ຈິດບໍ່ເຕັມ ນັ້ນ ກໍ ເນື່ອງຈາກວ່າ ບໍ່ມີຂວັນ ປະຈໍາ ຢູ່ໃນ ທັງໝົດ 32 ພາກສ່ວນ ຂອງຮ່າງກາຍ ຂອງ ພວກເຂົາເຈົ້າ. »

ຄວາມເຂົ້າໃຈຜິດ ດັ່ງກ່າວນີ້ ກໍ ຄົງ ຈະມາຈາກ ການອະທິບາຍ ຂອງ ຊາວບ້ານ ກ່ຽວກັບ ຄົນເສັຽອົງຄະ ຊື່ງ ຊາວລາວ ເຮົາ ມັກເວົ້າ ແບບລວມໆ ໄປ ວ່າ ລາວ ແມ່ນຄົນຈິດບໍ່ພໍ ຫລື ຄົນເສັຽຈິດ.

ວ່າດ້ວຍຄວາມເປັນມາຂອງພິທີບາສີ

ອ້າງອີງ ຕາມການບອກເລົ່າ ຂອງ ບັນພະບູຣຸດ ຂອງ ຊາວລາວເຮົາເອງ ກໍຄື ອ້າງອີງໃສ່ ພາກປະຕິບັດຕົວຈີງ ທີ່ ໄດ້ ເຄີຍ ກະທໍາ ສືບຕໍ່ໆກັນມາ ແຕ່ດືກດໍາບັນ ພິທີບາສີ ສູ່ຂວັນ ຫລື ຜູກແຂນ ນີ້ ຄົງ ຈະ ໄດ້ ກໍາເນີດຂື້ນມາ ແຕ່ ສມັຍ ທີ່ ຊາວໄຕ ຍັງອາໃສຢູ່ ໃນ ເຂດພາກເໜືອ ຂອງ ລໍາແມ່ນໍ້າຂອງ ໂດຍ ກຸ່ມຊາວໄຕ ໄດ້ນໍາເອົາ ຄໍາ ຂວັນ ມາຈາກ ພາສາຈີນ (kwun) ເຂົ້າໄປໃຊ້ ແລະ ຄໍາ ຂວັນ ນີ້ ກໍບໍ່ແມ່ນ ພາສາໄທ ໂດຍ ສະເພາະ ກົງກັນຂ້າມ ກັບ ການ ທີ່ ເພັຽ ອານຸມານ ຣາຊພົນ ໄດ້ຂຽນເອົາໄວ້ ໃນປີ 1961: « ຂວັນ ແມ່ນ ຄວາມໄທ ທີ່ ມີ ສໍານຽງ ມີສຽງ ແລະ ຄວາມໝາຍ ຄ້າຍຄືກັນ ກັບ ຄວາມຈີນ » ເນື່ອງ ຈາກວ່າ ຊາວໄທ ກໍ່ແມ່ນ ມາຈາກສ່ວນນື່ງ ຂອງ ກູ່ມ ຊາວ ໄຕ-ລາວ ທີ່ເຄີຍ ອາໃສຢູ່ ໃນ ພາກໄຕ້ ຂອງ ປະເທດຈີນ.

ບາງແຫລ່ງຂ່າວ ກໍໄດ້ເວົ້າວ່າ ພິທີບາສີ ສູ່ຂວັນ ຫລື ຜູກແຂນ ນີ້ ໄດ້ເຄີຍ ປະຕິບັດກັນມາ ແຕ່ ສະໄມ ຂຸນບູລົມ ມະຫາຣາຊ ລົງ ມາສ້າງ ໂລກມະນຸດ ໃນ ເຂດແດນ ສຸວັນນະພູມປະເທດ ພູ້ນ ໂດຍ ໄດ້ ມີ ກາບກອນ ປະໂຍກນື່ງ ເວົ້າວ່າ: ຂຸນບູລົມ ປຸນແຕ່ງແລ້ວ ໃຫ້ລູກແກ້ວ ອອກກີນເມືອງ ຂູນເຈືອງປອງເປັນໂຊກ… ແລະ ຄວາມເວົ້າ ດັ່ງກ່າວນີ້ ກໍ ໄດ້ ຖືກ ນໍາເອົາມາໃຊ້ ໃນ ຄໍາສູດຂັວນ ຕະລອດມາ ໂດຍ ເພີ່ນ ມັກ ຕື່ມ ໃສ່ວ່າ: ໂຕກອັນນີ້ ແມ່ນໂຕກໄມ້ຈັນ ຂັນອັນນີ້ ແມ່ນຂັນໄມ້ແກ້ວ ພໍ່ແມ່ປຸງແຕ່ງແລ້ວ ຈື່ງໄດ້ຍໍມາ…

ພິທີ ບາສີ ແຕ່ງດອງ ທີ່ ເມືອງ ປອກແລນ  (USA, octobre 2012)

ພິທີ ບາສີ ແຕ່ງດອງ ທີ່ ເມືອງ ປອກແລນ (USA, octobre 2012)

ສໍາລັບ ທ່ານ ແຕກວຽນ ແລ້ວ ຊາວຈີນ ກໍ ໄດ້ ພາກັນຈັດ ພິທີຮ້ອງຂວັນ ຄືນເນື້ອ ຄືນກາຍ ປະຕິບັດ ປະເພນີຮິດຄອງ ດັ່ງກ່າວ ມາ ເປັນເວລາ ຫລາຍພັນປີ ແລ້ວ. ເມື່ອ ຂວັນ ເສັຽ ເພີ່ນ ກໍ ຈະຈັດ ພິທີເຈົ້າຂວັນ ຂື້ນມາ ແລະ ທ່ານນາງ ໃຈຈີງເຟີນ ກໍໄດ້ກ່າວເຖີງ ບົດກອນ ຂອງ ທ່ານ ຈູນຢວນ (Ch’un Yuan) ທີ່ ໄດ້ ແຕ່ງຂື້ນມາ ໃນ ສັດຕະວັທ ທີ່ ສາມ ກ່ອນ ການເກີດ ຂອງ ພຣະເຍຊູເຈົ້າ ໂດຍ ໄດ້ ໃສ່ຊື່ ວ່າ ເຈົ້າຫຸນ ຫລື ຮ້ອງຂວັນກັບຄືນ.

ດັ່ງນີ້ ທ່ານ ຢັນຊາກອບ ມາຣິອາ ເດີກະຣູດ (Jan Jakob Maria De Groot) ຊາວ ໂຮນລັງ ໄດ້ຂຽນວ່າ: « ເມື່ອລູກຂອງລາວ ບໍ່ສະບາຍ ຜູ່ເປັນແມ່ ຈະຂື້ນໄປເທີງ ຫລັງຄາເຮືອນ ເອົາ ເຄື່ອງນູ່ງ ຂອງລູກ ຜູກໃສ່ ປາຍ ລໍາໄມ້ໄຜ່ ແລ້ວ ກໍຈະຮ້ອງຂື້ນ ພ້ອມໆກັນກັບ ລາວແກ່ວງ ລໍາໄມ້ດັ່ງກ່າວ ວ່າ ລູກທີ່ຮັກເອີຍ ໃຫ້ເຈົ້າ ຄືນມາເຮືອນມາຊານ ເຖີດ ໃນຂະນະ ດຽວກັນ ທີ່ຜູ່ຢູ່ໃນເຮືອນ ຈະຕີຄ້ອງ ຢ່າງແຮງໆ ເພື່ອ ດູດດືງເອົາ ຄວາມສົນໃຈ ຈາກຂວັນ. ແລະ ຫລັງຈາກ ໄດ້ຄາດວ່າ ຂວັນ ໄດ້ກັບຄືນ ເຂົ້າມາຢູ່ ໃນ ເຄື່ອງນູ່ງ ແລ້ວ ເຄື່ອງນູ່ງດັ່ງກ່າວ ພ້ອມດ້ວຍຂວັນ ກໍ ໄດ້ ຖືກນໍາເອົາໄປປະໄວ້ ຢູ່ ເທີງ ຫົວບ່ອນນອນ ຂອງ ລູກ ຜູ່ ທີ່ ບໍ່ສະບາຍດີ. »

ທ່ານນາງ ໃຈຈີງເພີນ ກໍໄດ້ອະທິບາຍ ວ່າ ພິທີເຈົ້າຂວັນ ນີ້ ຄ້າຍຄືກັນ ກັບ ພິທີ ວານຂວັນ ຫລື ສ້ອນຂວັນ ຫລື ຮ້ອງຂວັນ ຂອງ ຊາວລາວເຮົາ.

ພິທີ ກີນດອງ ຕາມປະເພນີຈີນ ທີ່ ກຸງປາຣີ

ພິທີ ກີນດອງ ຕາມປະເພນີຈີນ ທີ່ ກຸງປາຣີ

ເມື່ອ ມີ ລູກຫລານ ເຈັບໄຂ້ ໄດ້ປ່ວຍ ຫລັງຈາກ ໄດ້ ຕົກຕົ້ນໄມ້ ຫລື ລົ້ມລົງໄປ ແມ່ເຖົ້າ ແມ່ປ້າ ກໍຈະໄປ ສ້ອນເອົາຂວັນ ຂອງ ລູກຫລານ ຄືນມາ ໂດຍໃຊ້ ເຂີງ ໄປສ້ອນເອົາຂວັນ ແລ້ວ ກໍ່ ຫໍ່ໃສ່ແພຕູ້ມ ຫລື ເອົາໃສ່ຂ້ອງປາ ຫລື ເອົາໃສ່ຕີບເຂົ້າ ນໍາ ເອົາ ຄືນ ໄປ ໃຫ້ ລູກຫລານ ຜູ່ເຈັບປ່ວຍ. ບາງເທື່ອ ເພີ່ນ ກໍ ເອົາເຄື່ອງນູ່ງ ຂອງ ຜູ່ເຈັບປ່ວຍ ນັ້ນ ໃສ່ຂ້ອງ ໃສ່ເຂີງ ໄປ ນໍາ ພ້ອມກັນກັບ ຕີບເຂົ້າ ຜ້າຍຜູກແຂນ ເຂົ້າຫນຽວ ໄຂ່ຕົ້ມ ຫມາກໄມ້ ດອກໄມ້ ແລະ ທຽນ. ເມື່ອ ຜູ່ໄປສ້ອນຂວັນ ມາຮອດ ຫນ້າບ້ານ ແລະ ກ່ອນ ຈະ ເຂົ້າຄືນໄປໃນເຮືອນ ພີ່ນ້ອງຜູ່ນັ່ງຄອຍຖ້າ ກໍ ຈະພາກັນຮ້ອງຂື້ນວ່າ: ມາເຢີ້ຂວັນເຢີ້ ມາເຮືອນມາຊານເດີ້  ແລ້ວ ໝົດທຸກຄົນ ກໍພາກັນ ຕິດຕາມ ແມ່ເຖົ້າ ຫລື ແມ່ປ້າ ໄປຜູກແຂນ ອ່ວຍພອນ ໃຫ້ ຜູ່ເຈັບປ່ວຍ ໃຫ້ ຫາຍດີ ໃຫ້ ມີເຮື່ອ ມີແຮງ ຄືນ ມາ ອີກໄຫມ່.

ເຖີງແມ່ນວ່າ ຈະ ບໍ່ ມີ ຂໍ້ມູນ ແລະ ຮາກຖານ ທາງດ້ານ ວິທຍາສາດ ຢືນຢັນ ກໍຕາມ ໃນ ໄລຍະຫົກເຊັ່ນຄົນ ທີ່ ຜ່ານມານີ້ ກໍ ໄດ້ ມີ ການຜູກຂໍ່ຕໍ່ແຂນ ໃນຖັນແຖວ ຂອງ ຄອບຄົວ ຂອງ ຂ້າພະເຈົ້າ ຕະລອດມາ. ກໍແປວ່າ ກ່ອນໜ້ານັ້ນ ກໍ ຄົງຈະມີ ພິທີບາສີ ດັ່ງກ່າວ ໃນ ຄອບຄົວ ຂອງ ຂ້າພະເຈົ້າ ກໍ ຄື ໃນ ທົ່ວ ສັງຄົມລາວ ຢ່າງ ແນ່ນອນ.

ເຂີງ ແລະ ຂ້ອງ

ເຂີງ ແລະ ຂ້ອງ ໃສ່ປາ

ເນື່ອງຈາກວ່າ ຊາວໄຕ ກ່ອນ ຈະ ໄດ້ ແບ່ງອອກເປັນ ຊາວລາວ ຊາວໄທ ສ່ວນນື່ງຂອງຊາວຈີນ ຊາວວຽດນາມ ແລະ ສ່ວນນື່ງຂອງຊາວພະມ້າ ກໍແມ່ນ ກູ່ມຄົນ ທີ່ ມີ ນິດໄສໃຈຄໍ ດີ ກ້ວາງຂວງ ຊ່ວຍເຫລືອ ຊື່ງກັນແລະກັນ ເອື້ອເພື້ອອາລີ ຕໍ່ ຄົນຕ່າງຖີ່ນ ມັກສີ່ງຈົບງາມ ຮັກຫອມ ແລະ ນັບຖື ທັມຊາດສີ່ງແວດລ້ອມ ກໍ ຄື ຫ້ວຍນໍ້າ ລໍາທານ ປ່າດົງ ໄຮ່ນາ ຕາກ້າ ທີ່ ເປັນ ແມ່ ລ້ຽງຊີບຕົນ. ກໍແປວ່າ ແມ່ນ ຊົນຊາດ ຊົນເຜົ່າ ທີ່ ມັກຊຸມນຸມ ມັກສັງສັນ ມັກກີນເຂົ້າຮ່ວມພາ ມັກກີນປາຮ່ວມຖ້ວຍ ມັກ ກີນກ້ວຍຮ່ວມຫວີ ເພື່ອ ຮັດແໜ້ນ ສາຍພົວພັນ ກໍ ຄື ຄວາມຮັກແພງ ສາມັກຄີ ພາຍໃນຄອບຄົວ ແລະ ໝູ່ບ້ານ ຕ່າງໆ.

ທ່ານ ໂອກີ່ນ ກໍ ຍັງ ໄດ້ ໃຫ້ ສັນນິຖານ ວ່າ: « ລາວເຮົາ ມີ ນິດໄສໃຈຄໍ ຈົບງາມ ໄດ້ ມາຈາກ ປະສົບການ ພົບພໍ້ ກັບ ຊົນຊາດອື່ນ ພົບພໍ້ ພັຍທັມມະຊາດ ຢູ່ ຫລາຍແຫ່ງຫົນ ມາ ຫລາຍເຊັ່ນ. ເດີນທາງມາແຕ່ໄກ ກ່ອນມາຮອດ ດີນແດນລາວເຮົາ ປັດຈຸບັນ. ສະນັ້ນ ການມາຮອດມາເຖີງ ຫົນແຫ່ງນື່ງ ແລະ ກ່ອນຈະໄປແຕ່ແຫ່ງນື່ງ ໄປຫາອີກແຫ່ງນື່ງ ຈື່ງເປັນ ຄວາມຊີນເຊີຍ ແລະ ເກີດມີ ຄວາມເວົ້າງາມ ແລະ ມີການຈັດ ພິທີ ເກີດຂື້ນ ໃຫ້ຈົບງາມ ເຊັ່ນ ເລີ້ມດ້ວຍ ການເອົາດອກໄມ້ ເອົາຮວງເຂົ້າສຸກ ໃຫ້ ພໍ່ແມ່ ຂໍໂທດ ຂໍພອນ ນໍາພໍ່ນໍາແມ່.​ ທໍາການ ສັກກາຣະບູຊາ ຖີ່ນຢູ່ເດີມ ກ່ອນໜີຈາກໄປ ແລະ ຂໍອານຸຍາດຢູ່ ເມື່ອໄປເຖີງ ບ່ອນຢູ່ ຕັ້ງ ຖີ່ນຖານ ໃຫມ່. ຮວງເຂົ້າສຸກ ມີ ຄວາມຫມາຍ ຫລາຍຢ່າງ: ເມື່ອເກັບກ່ຽວແລ້ວ ໃຊ້ເປັນເຂົ້າກ້າ ກໍໄດ້ ພ້ອມທັງຫມາຍເຖີງ ຄວາມບໍ່ອືດຢູ່ອືດກີນ ຄວາມອຸດົມສົມບູນ ກໍວ່າໄດ້. »

ຫລັງຈາກ ໄດ້ ພາກັນ ມອບ ດອກໄມ້ ທູບທຽນ ໃຫ້ ພໍ່ແມ່ ຄູບາອາຈານ ແລະ ຜູ່ອາວຸໂສ ແລ້ວ ຊາວລາວເຮົາ ກໍ ຄົງ ຈະພາກັນ ກີນເຂົ້າກີນນໍ້າ ມ່ວນຊື່ນ ລື້ນເລີງ ຮ່ວມກັນ ຕາມ ປະເພນີ ແລະ ກໍຄົງຈະພາກັນ ຈັດ ພິທີບາສີ ສູ່ຂວັນ ຂື້ນມາ ໃນລໍາດັບຕໍ່ມາ ເພື່ອ ໃຫ້ ຄວາມສໍາຄັນ ຫລາຍຂື້ນ ຕໍ່ ການຄາຣະວະ ບູຊາ ຜູ່ອາວຸໂສ ຈົນ ເຮັດໃຫ້ ການພົບປະສັງສັນ ດັ່ງກ່າວ ໄດ້ກາຍມາເປັນ ຮິດຄອງ ປະເພນີ ອັນດີງາມ ຂອງ ຊາວລາວ ເຮົາ ຈົນເຖີງ ທຸກມື້ນີ້.

ພິທີ ບາສີ ອ່ວຍພອນ ໃຫ້ ພໍ່ແມ່ ແລະ ເຖົ້າແກ່ ຕາມປະເພນີລາວ ເຮົາ

ພິທີ ບາສີ ອ່ວຍພອນ ໃຫ້ ພໍ່ແມ່ ແລະ ເຖົ້າແກ່ ຕາມປະເພນີລາວ ເຮົາ

ນີ້ ກໍຄົງຈະແມ່ນ ຄວາມເປັນມາ ຂອງ ການລິເລີ້ມ ພິທີ ບາສີ ສູ່ຂວັນ ເຖີງແມ່ນວ່າ ຈະ ມີ ຜູ່ເຖົ້າຜູ່ແກ່ ບາງຄົນ ເວົ້າວ່າ ການຜູກຂໍ່ຕໍ່ແຂນ ນີ້ ແມ່ນມີມາ ຈາກຟ້າ ຈາກແຖນ ພູ້ນ ເນື່ອງຈາກວ່າ ກ່ອນ ຈະ ຖືກສົ່ງລົງມາເກີດ ໃນ ໂລກມະນຸດ ຄູ່ຜົວເມັຍ ແມ່ນ ໄດ້ ຖືກ ຜູກແຂນ ຕິດກັນ. ແຕ່ ເນື່ອງຈາກວ່າ ໄດ້ ພົບກັບ ລົມພະຍຸ ພັດແຍກແຕກ ອອກຈາກກັນໄປ ຄົນລະແຫ່ງລະຫົນ, ຊື່ງມັນກໍເປັນ ການຊີ້ບອກ ເຖີງ ຄວາມຫຍູ້ງຍາກ ຄວາມສັບສົນວົນວາຍ ຂອງ ໂລກມະນຸດເຮົາ ນັ້ນເອງ, ຄູ່ ຄາດແຕ່ແຖນ ແນນແຕ່ຟ້າ ກໍຈໍາເປັນ ຕ້ອງ ໄດ້ ໄປຊອກຫາກັນ ກ່ອນຈະໄດ້ ໄປ ພົບພໍ້ ກັນ ອີກໃໝ່ ມັກຮັກກັນ ແລະ ແຕ່ງງານ ສ້າງຄອບຄົວ ຮ່ວມກັນ ແລະ ກໍ ໂດຍ ມີ ພິທີບາສີ ສູ່ຂວັນ ຜູກແຂນ ນັ້ນເອງ ເປັນ ສັນຍາລັກ ຂອງ ການເປັນນໍ້ານື່ງ ໃຈດຽວກັນ ເປັນ ຜົວແກ້ວ ເມັຍທີບ ເປັນ ຜົວຮັ່ງ ເມັຍມີ ຜົວຮັກເມັຍແພງ ເປັນ ພະຍານ ເປັນ ລັກຖານ ຂອງ ການສ້າງຄອບຄົວໃໝ່ ຂອງ ທັງສອງຄົນ ນັ້ນເອງ.

ຕາມ ທັດສະນະ ຂອງ ທ່ານ ໂອກີ່ນ ຊູມພັນພັກດີ ແລ້ວ ການຈັດຕັ້ງ ພິທີບາສີ ສູ່ຂັວນ ແບບ ເປັນ ລະບຽບຮຽບຮ້ອຍ ຈົບງາມ ມີ ພາຂັວນ ພ້ອມດ້ວຍ ຝ້າຍຜູກແຂນ ເຄື່ອງປະກອບ ຕ່າງໆ ແລະ ໂດຍ ມີ ໝໍພອນ ເປັນຜູ່ນໍາພາ ຄືໃນປັດຈຸບັນນີ້ ແມ່ນໄດ້ ເລີ້ມຂື້ນມາ ໃນ ສະໄມ ເປັນກະສັດ ຂອງ ພຣະເຈົ້າ ວິຊູນຣາຊ,  ເຫລັນ ຫລື ຫລອດ ຂອງ ພຣະເຈົ້າ ຟ້າງູ່ມ, ຈາກ ປີ 1501 ຫາ 1520.

ສ່ວນ ພຣະເຈົ້າຟ້າງູ່ມ (1316-1374) ນັ້ນ ພຣະອົງ ກໍຊົງໄດ້ນໍາເອົາ ຄໍາ ບາຍສີ ເຂົ້າ ມາ ໃນ ຣາຊອານາຈັກ ລ້ານຊ້າງ ພ້ອມດຽວກັນ ກັບ ພຸທສາສນາ ພຣະສົງອົງຄະເຈົ້າ ນັກປຣາດ ແລະ ພຣະບາງ. ໃນ ໂອກາດ ອັນດຽວກັນ ນັ້ນ ມະເຫສີ ຂອງ ພະອົງ ຄື ພຣະນາງ ເກັງຢາ ຊື່ງແມ່ນ ພຣະທິດາ ຂອງ ກະສັດຂະເມນ ຜູ່ ທີ່ ໄດ້ ລ໊ຽງດູ ເບີ່ງແຍງ ພຣະອົງ ແຕ່ວັນເຍົາມາ ກໍ ໄດ້ ຕິດຕາມ ພຣະອົງ ເຂົ້າ ໄປ ໃນ ລາວ.

ຮູບປັ້ນ ກະສັດຟ້າງູ່ມ ຊີ້ນີ້ວມື ໄປທາງເໜືອ ສົ່ງ ຄວາມຮັກແພງ ສາມະຄີ ໄປ ຫາ ຊົນເຊື້ອ ໄຕລາວ ໃນ ເຂດ ສີບສອງພັນນາ

ຮູບປັ້ນ ກະສັດຟ້າງູ່ມ ຊີ້ນີ້ວມື ໄປທາງເໜືອ ສົ່ງ ຄວາມຮັກແພງ ສາມະຄີ ໄປ ຫາ ຊົນເຊື້ອ ໄຕລາວ ໃນ ເຂດ ສີບສອງພັນນາ

« ຊາວລາວເຮົາ ຄົງ ໄດ້ ເລີ້ມໃຊ້ ຄໍາສັບ ບາສີ ຕັ້ງແຕ່ ສໄມ ພຣະເຈົ້າ ຟ້າງູ່ມ. ບາສີ ບໍ່ແມ່ນ ພາສາທັມ ຫລື ຢູ່ໃນຄໍາສັບ ປາລີ, ເປັນ ພາສາລາວແທ້. ຄໍາສັບ ຄ້າຍຄື ຄໍາ ບາສີ ນີ້ ກໍ ມີ ຢູ່ ໃນ ພາສາ ຂເມນ ຄື ກັນ, ເເຕ່ ວ່າ ຢູ່ ໃນ ພາສາ ຂເມນ ນັ້ນ ເເມ່ນ ຄໍາ ບາຍສີ  ຊຶ່ງ ມີ ຄວາມຫມາຍ ວ່າ ເຂົ້າສຸກ. ຄວາມຄິດ ລີ້ເລີ້ມ ຂອງ ເລື້ອງ ບາສີ ນີ້ ກໍ ແມ່ນ ການ ເອົາດອກໄມ້ ມອບໃຫ້ ເປັນ ຂອງຂວັນ ເເລະ ຂອງ ຂວັນ ນີ້ ບາງຄັ້ງ ກໍ ເປັນ ຮວງເຂົ້າສຸກ ກໍ ມີ ໂດຍ ສະເພາະ ເເລ້ວ ກໍ ເເມ່ນ ຢູ່ ໃນ ຍາມ ຣະດູ ເກັບກ່ຽວ. ເມື່ອ ມີ ການນັບຖື ພຸທສາສນາ ກໍ ເກີດມີ ການ ຈັດພິທີ ອອກໄປ ໃຫ້ ມັ່ງຄັ່ງ ສົມບູນ ງົດງາມ ຂື້ນ ກວ່າເກົ່າ ເລື້ອຍໆມາ. ແລ້ວ ກໍ ມີ ການຂີດຂຽນ ຄໍາໃຫ້ພອນ ເປັນ ສູດ ໃຊ້ ສໍາລັບຈົ່ມ ຫລື ສວດ. ໃນຍາມບາສີ ຄໍາ ບາຍສີ ກໍ ສົມທົບເຂົ້າ ຢ່າງ ງົດງາມ ເປັນຄູ່ກັນ ສົມຣົດກັນ ຄື ພຣະນາງ ເກັງຢາ ກັບ ພຣະເຈົ້າ ຟ້າງູ່ມ », ທ່ານ ໂອກີ່ນ ໄດ້ ອະທິບາຍ.

ສັງເກດວ່າ ນັກປຣາດໄທ ທ່ານນື່ງ ພ້ອມດ້ວຍ ທ່ານນາງ ໃຈຈີງເພີນ ແລະ ທ່ານ ໄບເຣ່ ໄດ້ ພາກັນແປ ບາຍສີ ວ່າແມ່ນ ເຂົ້າອັນເປັນສິຮິມົງຄົນ. ທັງສາມທ່ານ ຄົງ ຈະ ນໍາເອົາ ການແປ ຄໍາເວົ້າ ດັ່ງກ່າວ ຕາມໂຕ ອອກມາໃຊ້ ຄື ບາຍ ແມ່ນ ເຂົ້າສຸກ ເອົາມາຕື່ມໃສ່ ສີ ທີ່ແມ່ນຄໍາຫຍໍ້ ຂອງ ສີຣິ ຫລື ສີຣິມົງຄຸນ ແປວ່າ ພັດໃຫ້ກ້ຽງ ພັດໃຫ້ຂາວ ໃຫ້ສະອາດ ໃຫ້ຜ່ອງໃສ ຊື່ງ ກໍ ແປ ໄດ້ອີກວ່າ ມີ່ງຂັວນ ຕາມທີ່ ທ່ານ ໂອກີ່ນ ໄດ້ ອະທິບາຍ ກ່ອນ ຈະ ໄດ້ ໃຈ້ແຍກ ຄວາມຫມາຍ ອັນ ເລີກຊື່ງ ຂອງ ຄໍາ ບາສີ ອອກມາ ດັ່ງນີ້:.

« ຄໍາວ່າ ບາ ຫລື ບາຄານ ແມ່ນ ຄົນ ຫລື ທ້າວ ຫລື ການຕົບແຕ່ງ, ບາສີ ກໍ ຈື່ງແມ່ນ ເອົາຄົນ ຜູ່ເຮົາຮັກນັບຖື ນັ້ນ ມາຜັດ ມາສີ ມາລ້າງ ມາສວ່າຍ ມາສົງ ເອົາດອກໄມ້ມອບໃຫ້ ມາເອ້ໃຫ້ ເພື່ອ ໃຫ້ຈົບໃຫ້ງາມ ມີ ໂຊກໄຊ ມີ ຄວາມຢູ່ດີມີແຮງ ມີ ຄວາມສຸກກາຍສະບາຍໃຈ ຂື້ນ. ແປວ່າ ເປັນການໃຫ້ ຄຸນຄ່າ ຫລື ນັບຖືຄຸນຄ່າ ຂອງ ຄົນ » ຜູ່ທີ່ໄດ້ຮັບ ການບາສີ ຜູກແຂນ.  

ຕໍ່ມາ ໃນສໄມ ພຣະເຈົ້າ ວິຊູນຣາຊ « ກໍໄດ້ ຈັດ ເປັນຮູບ ເປັນຮອຍ ງົດງາມ ຂື້ນ ເລື້ອຍໆມາ. ພຣະເຈົ້າ ວິຊຸນ ເປັນ ນັກບຸນ. ພຣະອົງ ໄດ້ ຂີດຂຽນ ແລະ ແຕ່ງ ພິທີອັນງົດງາມ ເພື່ອ ວິວັດພັທນາ ການ ຈັດບູນສີລ ໃຫ້ ສວຍງາມ ຕື່ມຂື້ນ. ພິທີສູ່ຂວັນ ມີ ຕົ້ນຫມາກເບັງ ມີ ດອກໄມ້ ແຊມ ຕ່າງໆ ນີ້ ກໍ ມີມາແຕ່ ພູ້ນ. ແຕ່ກ່ອນນັ້ນ ກໍຄົງມີ ແຕ່ ມອບງ່າໄມ້ ຫລື ພວງດອກໄມ້ ໃຫ້ ກັນແລະກັນ ເທົ່ານັ້ນ », ທ່ານ ໂອກີ່ນ ໄດ້ເວົ້າ ຕື່ມ ອີກ.

ພຮະທີ່ມີສີ່ຫນ້າ

ພຮະທີ່ມີສີ່ຫນ້າ

ແລະ ສໍາລັບ ທ່ານ ໂອກີ່ນ ແລ້ວ ນິທານ ເລື້ອງ ນາງສັງຂານ ເລື້ອງ ກະບີນລະພົມ ແລະ ທ້າວທັມມະບານ ກູມມານ ກໍ ຄື ເລື້ອງ ປູ່ເຍີຍ່າເຍີ ກໍ ໄດ້ ຖືກ ແຕ່ງ ຂື້ນມາ ໃນ ສໄມ ຣາຊການ ພຣະເຈົ້າ ວິຊູນຣາຊ: « ເລື້ອງທັງຫມົດ ກໍ ພົວພັນກັນ ກັບ ກັມ ກິເຫລດ ອະວິຊຊາ ໂງ່ເຂົາ ເຄືອເຂົາ ແລະ ກໍແມ່ນ ວິຊຊາ ແມ່ນ ສີລສະມາທິ ປັນຍາ ທີ່ ດັບ ກິເຫລດ ອະວິຊຊາ ນັ້ນໄດ້. ພຣະອົງ ໄດ້ສ້າງ ວັດວິຊຸນ ຂື້ນ ຊື່ງ ເປັນແບບຢ່າງ ໄດ້ ຈາກ ຄວາມຄິດ ຂອງ ພຣະອົງ ເອງ ».

ອີກເທື່ອນື່ງ ພວກເຮົາ ຈະ ເຫັນ ຄວາມຜິດຜາດ ຂອງ ນັກຊຽ່ວຊານ ຈາກ ເຂດຕາວັນຕົກ ທີ່ ໄດ້ພາກັນ ຂຽນ ຕະລອດມາ ວ່າ ຄໍາ ບາສີ ແມ່ນ ເອົາ ນໍາໃຊ້ ແຕ່ ສໍາລັບ ພິທີການ ຈັດຂື້ນ ສໍາລັບ ເຈົ້ານາຍ ຜູ່ລັກຜູ່ໃຫຍ່ ຫລື ພະຍາດຕິວົງ ແລະ ສໍາລັບ ຄົນ ທັມມະດາສາມັນ ແລ້ວ ແມ່ນ ພິທີຜູກແຂນ ຫລື ສູ່ຂວັນ.

ວ່າດ້ວຍພາຂວັນ

ພາຂວັນ ຖ້າ ພວກເຮົາ ຈະແປ ຕາມໂຕແລ້ວ ກໍ ຄົງ ຈະແມ່ນ ສີ່ງຂອງ ພາຫານະ ທີ່ຈະໄປຮ້ອງ ໄປຊັກຊວນ ໄປຮັບຮອງເອົາ ໄປເຊີນເອົາ ພາເອົາ ຂວັນ ກັບ ຄືນມາ ສູ່ຕົນຕົວ ຂອງພວກເຮົາ ນັ້ນເອງ. ຖ້າເຮົາ ຈະ ຕັດເອົາ ພາ ອອກ ຈາກ ຂວັນ ແລ້ວ ພາ ຈະເປັນທັງ ກິລິຍາ ຄື ພາໄປ ພາມາ ພາຢູ່ ພາກີນ ພາເຮັດ ພາສ້າງ ດັ່ງນີ້ ເປັນຕົ້ນ ແລະ ກໍ ຈະ ເປັນ ທັງ ນາມ ອີກ ຄື ກັນ ເຊັ່ນ: ພາເຂົ້າ ພານໍ້າ ພາສາ ພາລະ ຫລື ພາລະກິດ ແລະ ອື່ນໆອີກ.

ພາຂວັນນີ້ ກໍ ມີ ຄວາມສໍາຄັນ ຕົ້ນຕໍ ໃນ ພິທີບາສີ ສູ່ຂວັນ ເພາະວ່າ ມັນ ຈະ ເປັນ ຜູ່ ໄປແກ່ດືງເອົາ ຂວັນ ທີ່ ໄດ້ ໜີ ອອກໄປ ນັ້ນ ໃຫ້ ກັບຄືນ ມາເນື້ອ ມາຄີງ ໂດຍ ເອົາ ໄກ່ຂວັນ ໃຂ່ຂວັນ ເຂົ້າໜຽວ ເຂົ້າຕົ້ມ ເຂົ້າໜົມ ເຫລົ້າຍາ ປາແປ້ງ ດອກໄມ້ ທູບທຽນ ແລະ ພະລັງແຮງ ຂອງ ຄວາມສາມະຄີ ຮັກແພງ ເປັນ ນໍ້ານື່ງໃຈດຽວກັນ ຕິດຕໍ່ກັນ ເຂົ້າໄປໃສ່ພາຂວັນ ໂດຍ ໄຕ່ ໄປນໍາ ຝ້າຍພົມມະຈາລີ ທີ່ ຜູ່ ໄດ້ ຮັບ ການບາສີ ຍາດຕິພີ່ນ້ອງ ແລະ ແຂກສໍາຄັນ ພາກັນຈັບ ຕະລອດເວລາ ການສູດຂວັນ ຫລື ຮ້ອງຂວັນ ນັ້ນ.

ພາຂວັນ ສໍາລັບ ພິທີ ບາສີ ໃນ ຄອບຄົວ

ພາຂວັນ ສໍາລັບ ພິທີ ບາສີ ໃນ ຄອບຄົວ

ສໍາລັບ ນັກຂຽນຝຣັ່ງ ທ່ານນື່ງ ພາຂວັນ ນີ້ ກໍແມ່ນ ໃຈກາງຂອງຈັກກະວານ ຊົ່ວຄາວ ເປັນ ບ່ອນພົບກັນ ບ່ອນພໍ້ກັນ ບ່ອນສັມພັດກັນ ລະຫວ່າງ ໂລກມະນຸດ ແປວ່າ ສີ່ງ ທີ່ ພວກເຮົາ ສາມາດເຫັນ ດວ້ຍ ຕາເປົ່າ ແລະ ໂລກ ຂອງ ສີ່ງສັກສິດ ທັງຫລາຍ ທີ່ພວກເຮົາ ບໍ່ສາມາດເຫັນ ດວ້ຍ ຕາເປົ່າ ໄດ້. ແລະ ການ ກ່າວ ນະໂມຕັດສະ ສາມເທື່ອ ກ່ອນ ຈະ ມີ ການສັກເຄເທວະດາ ຮຽກຮ້ອງ ໃຫ້ ເຈົ້າຖີ່ນ ເຈົ້າຖານ ເທວະບຸດ ເທວະດາ ເຂົ້າ ມາ ຮ່ວມ ເປັນ ປະທານ ມາ ເປັນ ສັກຂີພິຍານ ກໍແມ່ນ ຄ້າຍຄືກັນ ກັບ ການສ້າງໂລກໄຫມ່ ສ້າງໂລກຊົ່ວຄາວ ຂື້ນມາ. ສ້າງບັນຍາກາດ ເລີກງາມຍາມດີ ເພື່ອໃຫ້ ມະນຸດເຮົາ ສາມາດ ຕິດຕໍ່ ກັບ ສີ່ງສັກສິດ ກໍ ຄື ກັບ ຂັວນ ຂອງ ພວກເຮົາ ທີ່ ໄດ້ ຫນີ ອອກ ຈາກເນື້ອ ຈາກຄີງ ໄປ ນັ້ນເອງ.

ຕາມ ທັສນະ ຂອງ ນັກສ່ຽວຊານ ຈາກ ເຂດຕາວັນຕົກ ກໍ ຄື ຕາມ ຄວາມຄິດເຫັນ ຂອງ ນັກປຣາດລາວ ເຮົາເອງ  ການ ນໍາເອົາຫມາກເບັງ ເຂົ້າໄປຕັ້ງ ໃນໃຈກາງ ຂອງ ພາຂວັນ ນັ້ນ ກໍ ແມ່ນ ຜົນກະທົບ ມາຈາກ ການນັບຖື ພຸທສາສນາ ຂອງ ຊາວລາວ ຫລາຍຂື້ນ ນັບຕັ້ງແຕ່ ພຣະເຈົ້າ ຟ້າງູ່ມ ໄດ້ ຊົງ ບົ່ງ ໃຫ້ ພຸທສາສນາ ກາຍເປັນ ສາສນາ ແຫ່ງຊາດ ຂອງ ຮາຊອານາຈັກ ລ້ານຊ້າງ ຊື່ງ ມັນ ກໍ ສອດຄ່ອງ ກັນ ກັບ ການ ທີ່ ທ່ານ ໂອກີ່ນ ຊູມພົນພັກດີ ໄດ້ ອະທິບາຍ ເຖີງ ບົດບາດ ສໍາຄັນພິເສດ ຕົ້ນຕໍ ຂອງ ພຣະເຈົ້າ ຟ້າງຸ່ມ ແລະ ພຣະນາງ ເກັງຢາ ພຣະມະເຫສີ ຂອງ ພຣະອົງ ໃນ ການນໍາເອົາ ພຸທສາສນາ ເຂົ້າ ໄປ ໃນ ລາວ ເນື່ອງໃນໂອກາດ ການກັບໄປ ທ້ອນໂຮມ ເອົາ ຫລາຍໆ ອານາຈັກລາວ ໃຫ້ ກາຍ ເຂົ້າມາເປັນ ອານາຈັກ ລ້ານຊ້າງ ອັນດຽວກັນ.

ຕົ້ນຫມາກເບັງ ນີ້ ກໍແມ່ນ ນື່ງ ໃນ ເຄື່ອງປະກອບ ທີ່ ສໍາຄັນ ພິເສດ ຂອງ ພິທີບາສີ ສູ່ຂວັນ ເພາະວ່າ ນອກຈາກ ຈະ ເປັນໃຈກາງ ເຮັດ ໃຫ້ ພາຂວັນ ມີ ລະບຽບຮຽບຮ້ອຍ ຈົບງາມດີ ແລ້ວ ມັນ ກໍ ຍັງ ມີ ຄວາມໝາຍ ອັນລືກຊື່ງ ອີກ ສອງແນວ ຄື ນື່ງ ກໍແມ່ນ ພາ ໃຫ້ ພວກເຮົາຊາວພຸທ ລະນືກເຖີງ ພູໄກລາດ, ສູນກາງ ຫລືວ່າ ຫົວໃຈ ໃຈກາງ ຂອງ ໂລກມະນຸດ ເຮົາ ນັ້ນ ເອງ, ແລະ ສອງ ກໍແມ່ນ ເປັນການ ຊີ້ບອກເຖີງ ຊັ້ນຕ່າງໆ ຂອງ ເມືອງສວັນ ເນື່ອງ ຈາກວ່າ ຫມາກເບັງ ແຕ່ລະຫນ່ວຍ ນັ້ນ ຕ້ອງ ມີ ຢ່າງນ້ອຍທີ່ສຸດ ຫ້າ ຊັ້ນ. ເລກ ຫ້າ ນີ້ ກໍແມ່ນ ລະນືກເຖີງ ສີນຫ້າ ແລະ ກໍແມ່ນ ຈໍານວນ ຂອງ ຊັ້ນ ຕ່າງໆ ໃນ ໂລກມະນຸດ ຊື່ງ ປະກອບສ່ວນ ກັນເຂົ້າ ກັບ ຫົກ ຊັ້ນ ຂອງ ສວັນ ເປັນ ກາມະໂລກາ.

 ແລະ ທຽນ ທີ່ໄຕ້ ຢູ່ຈອມ ຫມາກເບັງ ນັ້ນ ກໍແມ່ນ ແສງສະວ່າງແຈ້ງ ຂອງ ທັມມະ ສີສົດໃສງາມຕາ ເບັ່ງບານ ຂອງ ພລັງແຮງ ປົດປ່ອຍ ໂລກມະນຸດ ອອກຈາກ ຄວາມມືດມົນອົນທະການ ຂອງ ພຣະສັມມາສັມພຸທເຈົ້າ ເມື່ອ ພຣະອົງ ຊົງຕັດສະຮູ້ ແລ້ວ. ພ້ອມດຽວກັນນັ້ນ ແສງໄຟ ດັ່ງກ່າວ ກໍ ຍັງ ເປັນ ຜູ່ຊີ້ບອກ ຫົນທາງ ໃຫ້ ແກ່ ບັນດາຂັວນ ທັງຫລາຍ ບອກໃຫ້ ກັບຄືນ ເຄຫະສະຖານ ກັບຄືນຮ່າງກາຍ ທີ່ ເຄີຍອາໃສຢູ່ ແລະ ປົກປັກຮັກສາ ມາກ່ອນນັ້ນ. ແລະ ແສງໄຟ ກໍ ແມ່ນ ສັນຍາລັກ ຂອງ ການມີຊີວິດ ຂອງ ມະນຸດເຮົາ ແມ່ນ ສັນຍາລັກ ຂອງ ການພັທນາ ສ້າງຕົນ ອອກໜີ ຈາກ ຄວາມມືດມົນ ອອກໜີ ຈາກ ການຢຸ່ກີນ ແບບ ສັດສາວາສີ່ງ ກາຍມາເປັນຄົນ ກາຍມາເປັນມະນຸດ ແປວ່າ ສັດ ທີ່ ມີຄວາມສະລາດ ມີປັນຍາ ແລະ ມີສີນທັມ.

ຫມໍພອນ ກວດເບີ່ງ ພາຂວັນ ແຕ່/ດອງ ທີ່ ເມືອງທ່າແຂກ  (janvier 2013)

ຫມໍພອນ ກວດເບີ່ງ ພາຂວັນ ແຕ່ງດອງ ທີ່ ເມືອງທ່າແຂກ (01/2013)

ພ້ອມດຽວກັນນັ້ນ ແສງສວ່າງ ດັ່ງກ່າວ ກໍໄດ້ມາຈາກ ການປະສານງານ ລະວ່າງ ມະນຸດ ແລະ ທັມຊາດ. ແມ່ນ ຜົນຜລິດ ຂອງ ມັນສມອງມະນຸດເຮົາ ມີ ຫົວຄິດຫົວຫາ ໄປ ເອົາ ຮັງເຜີ້ງ ມາຕົ້ມ ໃຫ້ເປັນເຜີ້ງ ກ່ອນຈະເອົາໄປໂອບຝ້າຍ ທີ່ ໄດ້ ມາ ຈາກ ການປູກຕົ້ນຝ້າຍ ແລ້ວ ກໍ ສີໃຫ້ເປັນທຽນ. ນີ້ ກໍແມ່ນນື່ງ ໃນ ປິສນາ ຂອງ ຊີວິດ ເຮັດໃຫ້ພວກເຮົາ ເຂົ້າໃຈວ່າ ຖ້າຫາກ ພວກເຮົາ ຮູ້ຈັກຫມູນໄຊ້ ຊັບໃນດີນສີນໃນນໍ້າ ໂດຍ ນັບຖືກົດເກນ ແລະ ກົດລະບຽບ ຂອງ ທັມຊາດ ແລ້ວ ມະນຸດເຮົາ ກໍ ຈະ ສາມາດ ມີ ຊີວິດ ອັນແຈ່ມໃສ ບໍ່ອືດຢາກ ບໍ່ຂາດແຄນ ພ້ອມທັງ ຈະສາມາດ ຜະລິດ ເຄື່ອງໄຊ້ ແບບ ມະຫັສຈັນ ອອກມາ ນໍາ ອີກດ້ວຍ.

ສ່ວນ ດອກໄມ້ ນັ້ນ ນອກຈາກ ຈະ ນໍາ ເອົາ ຄວາມງາມຕາ ຄວາມສົດຊື່ນລື້ນເລີງ ພ້ອມດ້ວຍ ກີ່ນ ອັນຫອມຫວນ ສົດຊື່ນ ມາ ໃຫ້ ພາຂວັນ ເຮືອນຊານ ແລະ ຜູ່ ເຂົ້າຮ່ວມ ພິທີການ ສ້າງ ບັນຍາກາດ ອັນດີງາມ ເຫມາະສົມ ສໍາລັບ ຮຽກຮ້ອງ ເອົາ ຂວັນ ໃຫ້ ກັບ ຄືນເນື້ອ ຄືນຄີງ ແລ້ວ ກໍຍັງມີ ຄວາມຫມາຍ ສໍາຄັນ ຕື່ມ ນໍາອີກດ້ວຍ. ດອກໄມ້ຂາວ ກໍແມ່ນຊີ້ບອກ ເຖີງ ຄວາມບໍລິສຸດ ທາງດ້ານຈິດໃຈ ແລະ ແນວຄິດ, ຄວາມຂາວສອາດ ບໍ່ມີບ່ອນແປ້ວ ບໍ່ມີຂາດຕົກບົກຜ່ອງ ອຸດົມສົມບູນ ຫມົດທຸກສີ່ງຢ່າງ

ຖ້າຫາກແມ່ນ ດອກດາວເຮືອງ ກໍແມ່ນການສະແດງ ຄວາມເຄົາລົບນັບຖື ກະຕັນຍູກະຕະວິທີ ຕໍ່ ອົງ ພຣະສັມມາ ສັມພຸທເຈົ້າ ພຣະທັມເຈົ້າ ແລະ ພຣະສັງຄະເຈົ້າ ເນື່ອງ ຈາກວ່າ ມັນແມ່ນສີ ຂອງຜ້າຄູມ ເຄື່ອງນູ່ງຮົ່ມ ແລະ ເຄື່ອງໃຊ້ສອຍ ຂອງພຣະພຸທອົງ ແລະ ບັນດາຄູບາອາຈານ. ພ້ອມດຽວກັນນັ້ນ ດອກດາວເຮືອງ ດັ່່ງກ່າວ ກໍ ຈະນໍາເອົາຄວາມຮຸ່ງເຮືອງ ເຫລືອງເລື້ອມ ມາໃຫ້ ຜູ່ ທີ່ໄດ້ຮັບ ການບາສີຜູກແຂນ ແລະ ຄອບຄົວ. ສ່ວນ ດອກຈໍາປີ ນັ້ນ ກໍ ແມ່ນແນໃສ່ ໃຫ້ ມີ ອາຍຸ ຍືນຍາວນານ. ສ່ວນໃບໄມ້ເອ້ ນັ້ນ ໃບເງີນ ກໍແມ່ນ ສັນຍາລັກ ຂອງ ຄວາມອຸດົມສົມບູນ ຮັ່ງມີ ແລະ ໃບຄໍາ ກໍຊີ້ບອກເຖີງ ມູນມໍລະດົກ ອັນ ລໍ້າຄ່າ ທີ່ ມີ ຢູ່ ໃນ ດີນດອນຕອນຫຍ້າ ຂອງ ຜືນແຜ່ນດີນລາວ ແລະ ໃນ ຫ້ອງຫົວໃຈ ຂອງ ຊາວລາວເຮົາ.

ດອກດາວເຮືອງ ແລະ ດອກຮັກ ພ້ອມດ້ວຍແສງສຫວ່າງ ຂອງ ທຽນ ໃນ ພິທີ ບາສີ ແຕ່ງດອງ ທີ່ ເມືອງ ທ່າແຂກ  (janvier 2013)

ດອກດາວເຮືອງ ແລະ ດອກຮັກ ພ້ອມດ້ວຍແສງສຫວ່າງ ຂອງ ທຽນ ໃນ ພິທີ ບາສີ ແຕ່ງດອງ ທີ່ ເມືອງ ທ່າແຂກ (janvier 2013)

ຢູ່ ໃນບາງເຂດ ຂອງລາວ ເພີ່ນ ຕ້ອງເອົາໃບໄມ້ ແນວຈົບ ແນວດີ ຫ້າແນວ ມາແຊມ ພາຂັວນ ຄື ໃບຍໍ ໃບຂື້ນ ໃບຄໍາ ໃບເງີນ ແລະ ໃບສາມແສນງ່າ. ສໍາລັບ ທ່ານນາງ ໃຈຈີງເພີນ ໃບໄມ້ ທັງຫ້ານີ້ ກໍແມ່ນແນໃສ່ « ຍົກຍໍ ຄວາມດີ ແລະ ຄວາມສັດຊື່ ຂື້ນສຸງ ພ້ອມທັງ ເຮັດໃຫ້ ສີ່ງຈົບຂອງດີ ເສີມຂະຫຍາຍ ໃຫຍ່ຂື້ນໄປ ເລື້ອຍໆ ເພື່ອ ຈະໄດ້ມີ ເງີນຄໍາ ຢ່າງຫລວງຫລາຍ ພາຍມາກ ພ້ອມກັນກັບ ຊີວິດ ທີ່ເຕັມໄປດ້ວຍ ຄວາມທູ່ນທ່ຽງ ແລະ ໂດຍ ໄດ້ ຮັບ ການສນັບສນູນ ຊ່ວຍເຫລືອ ລຽນຕິດ ຈາກ ໝົດທຸກຄົນ ແລະ ສັງຄົມ »

ໃນ ພິທີບາສີ ແຕ່ງດອງ ນັ້ນ ຕົ້ນຫມາກເບັງ ກໍ ຈະ ມີແຂນ ອ້ອມຂ້າງ ສາມແຂນ ຫລື ຫ້າແຂນ ຕື່ມ ທັງຄວາມງາມ ແລະ ຕື່ມ ທັງຄວາມຫມາຍ ຊີ້ບອກ ເຖີງ ລູກຫລານເຫລັນ ທີ່ ຈະພາກັນ ລັ່ງໄລເຂົ້າມາຢູ່ໃນ ຄອບຄົວໄຫມ່ ຄອບຄົວນີ້. ແລະ ຕົ້ນຫມາກເບັງ ກໍ ຈະ ຖືກເອ້ ປະດັບປະດາ ດ້ວຍ ດອກຮັກ ສັນຍາລັກ ຂອງ ຄວາມຮັກອະມະຕະ ຄວາມຮັກດຽວໃຈດຽວ ຊົ່ວນິດນິລັນດອນ ຂອງ ຄູ່ສົມຣົດໃຫມ່. ໃນຕ່າງປະເທດນັ້ນ ເພີ່ນ ຈະ ໄຊ້ ດອກກຸຫລາບສົດ ພ້ອມທັງເອົາ ດອກຮັກຢາງ ມາເສີມໃສ່ ໃຫ້ ມີ ຄວາມງາມ ແລະ ມີ ຄວາມຫມາຍ ຕື່ມ ຂື້ນອີກ.

ຫມາກເບັງ ຫລາຍຊັ້ນ ເອ້ ໃນຍາມກີນລ້ຽງ ຮັບແຂກ ທີ່ ເມືອງທ່າແຂກ (01/2013)

ຫມາກເບັງ ຫລາຍຊັ້ນ ເອ້ ໃນຍາມກີນລ້ຽງ ຮັບແຂກ ທີ່ ເມືອງທ່າແຂກ (01/2013)

ວ່າດ້ວຍເຂົ້າຂວັນແລະໃຂ່ຂວັນ

 ໃນ ບັນດາ ຂອງຢູ່ຂອງກີນ ທີ່ ຊາວລາວເຮົາ ພາກັນເອົາໃສ່ພາຂວັນ ນັ້ນ ເຂົ້າ ແລະ ໃຂ່ຂວັນ ກໍ ມີ ຄວາມສໍາຄັນ ຫລາຍພິເສດ ເນື່ອງຈາກວ່າ ເຂົ້າຫນຽວ ນີ້ ແມ່ນ ອາຫານ ລ້ຽງຊີບ ພື້ນຖານ ຂອງ ຊົນຊາດຊົນເຜົ່າ ຊາວໄຕ, ຊາວຈີນ ແລະ ຊາວຢີ່ປູ່ນ ພ້ອມທັງມີຄວາມຫມາຍ ລືກຊື້ງ ທາງດ້ານ ຮິດຄອງ ປະເພນີ ກໍ ຄື ທາງດ້ານ ສາສນາ.

ທ່ານນາງ ໃຈຈີງເຟີນ ຂຽນວ່າ ເຂົ້າ ແມ່ນ « ຜູ່ທີ່ເອົາຊີວິດໃຫ້ ມະນຸດ ທີ່ມາຈາກ ພຣະຜູ່ເປັນເຈົ້າ ພ້ອມດ້ວຍ ພລັງແຮງ ທີ່ ໃຈ້ແຍກອອກ ຈາກ ຊີວິດຄົນ ບໍ່ໄດ້ເລີຍ ເພາະວ່າ ເຂົ້າ ແມ່ນ ສັນຍາລັກ ຂອງ ຄວາມຄົງຢູ່ ແລະ ການລ້ຽງຊີບ ມະນຸດເຮົາ ແລະ ເຂົ້າຫນຽວ ນັ້ນ ກໍ ມີ ຄວາມສໍາຄັນ ພິເສດ ຫລາຍກ່ອນ ເຂົ້າຈ້າວ. »

ນອກຈາກຈະເປັນ ອາຫານ ພື້ນຖານ ຂອງ ຊາວລາວເຮົາ ແລ້ວ ເຂົ້າຫນຽວ ກໍ ຍັງ ໄດ້ຖືກນໍາເອົາໄປໃຊ້ ໃນ ການ ເຮັດເຂົ້າຕົ້ມເຂົ້າຫນົມ ເຮັດເຫລົ້າໄຫ ເຫລົ້າໂທ ເຫລົ້າຂາວ ເອົາໃສ່ຄັ້ນສົ້ມຜັກ ສົ້ມປາ ສົ້ມຫມູ ສົ້ມຊີ້ນ ເອົາໄປເຮັດເຂົ້າເບືອ ໃສ່ແກງຫນໍ່ໄມ້ ໃສ່ເອາະ ໃສ່ມົກ ເອົາໄປເຮັດເຂົ້າຫລາມ ເຂົ້າຈີ່ ດັ່ງນີ້ ເປັນຕົ້ນ.

ສໍາຄັນພິເສດ ເຂົ້າຫນຽວ ກໍແມ່ນ ຂອງທານ ທີ່ຊາວພຸດ ຈະເອົາໄປໂມທະນາ ໃນຍາມຕັກບາດ ຍາມຖວາຍທານ ພ້ອມທັງ ໄດ້ ຖືກນໍາເອົາໄປໃຊ້ ໃນ ພິທີການຕ່າງໆ ທາງດ້ານ ພຸທສາສນາ ແລະ ຮິດຄອງ ຄື ເອົາ ໄປໃຊ້ ເປັນ ຝົນຫ່າແກ້ວ ເອົາ ໄປວ່ານ ຍາມບອກ ຜູ່ທີ່ໄດ້ມໍລະນະກັມໄປແລ້ວ ວ່າ ມີພີ່ ມີນ້ອງ ມາກີນມາທານນໍາ ຫລື ວ່ານຍາມຮ້ອງຂວັນ ກັບຄືນເນື້ອ ຄືນຄີງ ໂດຍຖືວ່າ ເມັດເຂົ້າ ທີ່ຕົກລົງໃສ່ຫົວ ຂອງ ບັນດາ ຜູ່ເຂົ້າຮວມ ພິທີບາສີ ສູ່ຂວັນ ນັ້ນ ແມ່ນ ຂວັນ ທີ່ ໄດ້ ກັບຄືນມາເນື້ອມາຄີງ ແລ້ວ.

ພ້ອມດຽວກັນນັ້ນ ເມັດເຂົ້າ ກໍ ໄດ້ ກາຍ ເປັນ ສັນຍາລັກ ຂອງ ຄວາມອຸດົມຮັ່ງມີ ນໍາອີກດ້ວຍ.

ເຫລົ້າໃຫ

ເຫລົ້າໃຫ

ສໍາລັບ ທ່ານນາງ ໃຈຈີງເຟີນ ນອກຈາກ ຊາວລາວ ແລ້ວ ຊາວຈີນ ແລະ ຊາວຢີ່ປູ່ນ ກໍເອົາ ເຂົ້າຫນຽວ ຄື ກັນ ໄປ ໃຊ້ ໃນ ພິທີການ ທາງສາສນາ ແລະ ຮິດຄອງ ໂດຍ ຊາວຢີ່ປູ່ນ ຈະເຮັດ ເຂົ້າຕົ້ມ ໂມ່ສີ (mochi) ເອົາໄປແຂວນໄວ້ ໃນ ປະຕູທາງເຂົ້າບ້ານ ໃນ ມື້ ວັນ ຂື້ນປີໄຫມ່ ເພື່ອລ້ຽງ ເທພະບຸດ ເທພະດາ ຂອງ ວັນປີໄຫມ່ ເປັນ ເວລາ ສີບເອັດມື້.​ ເມື່ອ ຮອດມື້ງາມຍາມດີ ແລ້ວ ຊື່ງແມ່ນ ມື້ ກາງາມີ ບີຣາກີ (Kagami Biraki) ຊາວຢີ່ປູ່ນ ກໍ ຈະ ພາກັນ ຕັດ ເຂົ້າຕົ້ມ ໂມ່ສີ່ ເອົາໄປ ຫນື້ງ ແລ້ວ ກໍພາກັນກີນ ພາຍໃນຄອບຄົວ ໃຜ ມັນ.

ສ່ວນ ຊາວຈີນ ນັ້ນ ໃນ ທຸກໆຄອບຄົວ ໃດ ກໍ ຈະພາກັນເຮັດ ເຂົ້າຕົ້ມ ໃສ່ ນໍ້າຕານ ເພື່ອເອົາໄປໄຫວ້ ເທພເຈົ້າ ຜູ່ປົກປັກຮັກສາ ເຮືອນຄົວ ໃນ ວັນທີ່ 24 ຂອງ ເດືອນ 12 ກ່ອນທີ່ ເທພເຈົ້າດັ່ງກ່າວ ຈະ ຂື້ນໄປ ເມືອງສວັນ ລາຍງານບອກ ເຖີງ ການປະພືດ ທຸກສີ່ງຢ່າງ ຂອງ ແຕ່ລະຄອບຄົວ ໃນ ປີ ທີ່ຜ່ານມາ ນັ້ນ ໃຫ້ ພຣະຍາແຖນ ໄດ້ ຮັບຊາບ. ຊາວຈີນ ມີ ຄວາມຫວັງວ່າ ເທພເຈົ້າ ຂອງ ເຮືອນຄົວ ຈະ ພໍໃຈ ແລະ ດີໃຈ ເມື່ອ ໄດ້ ກີນ ເຂົ້າຕົ້ມເຂົ້າຫນົມ ດັ່ງກ່າວແລ້ວນັ້ນ ແລະ ກໍ ຈະ ບໍ່ໄປລາຍງານ ເຖີງການປະພືດ ອັນບໍ່ເຫມາະສົມ ບໍ່ຈົບບໍ່ດີ ປານໃດ ຂອງ ພວກຕົນ.

ເຂົ້າຕົ້ມ

ເຂົ້າຕົ້ມ

ເຂົ້າຫນຽວ ທີ່ ຊາວຢີ່ປູ່ນ ເອີນວ່າ ໂກແມ້ (comèr) ແລະ ຊາວຈີນ ເອີ້ນວ່າ ນູກມີ່ (Nouk Mi) ແລະ ໄດ້ ຖືກເລືອກ ເອົາ ມາ ເຮັດ ເຂົ້າຕົ້ມເຂົ້າຫນົມ ດັ່ງກ່າວນີ້ ກໍ ແມ່ນ ເຂົ້າຫນຽວ ນໍ້າເບີນື່ງ ທີ່ຈົບທີ່ດີ ທີ່ສຸດ.

ເພື່ອ ຊີ້ ບອກ ເຖີງຄວາມສໍາຄັນ ພິເສດ ຕົ້ນຕໍ ຂອງ ເຂົ້າຫນຽວ ໃນ ການຕັກບາດ ຖວາຍທານ ຊາວລາວເຮົາ ກໍ ໄດ້ ພາກັນ ເລົ່ານິທານ ຂອງ ແມ່ຕູ້ ຊາວອີນເດັຽ ທີ່ ໄດ້ ມີ ຈິດໃຈເລື້ອມໄສ ເອົາ ເຂົ້າຈີ່ ເຂົ້າຫນຽວ ໃສ່ບາດ ໃຫ້ ພຣະພຸທອົງ ເພາະວ່າ ບໍ່ ມີ ຫຍັງ ຈະ ໂມທະນາທານ. ແຕ່ເມື່ອ ໄດ້ໃສ່ບາດ ໄປ ແລ້ວ ນັ້ນ ພັດ ມີ ຄວາມກີນແຫນງແຄງໃຈ ຢ່າງລົ້ນເຫລືອ ຢ້ານວ່າ ຈະໄດ້ ຮັບບາບກັມ ເນື່ອງຈາກວ່າ ແມ່ຕູ້ ດັ່ງກ່າວ ໄດ້ຫໍ່ເຂົ້າຈີ່ ຮ້ອນໆ ຈັບບໍ່ໄດ້ນັ້ນ ໃສ່ໃວ້ ໃນ ສີ້ນຂອງລາວ. ເພື່ອ ອົງສັມມາສັມພຸທເຈົ້າ ໄດ້ ລີງເຫັນ ພຣະອົງ ກໍ ໄດ້ ຊົງ ກັບຄືນໄປ ເທສນາ ຊີ້ບອກ ໃຫ້ ແມ່ຕູ້ ນັ້ນ ໄດ້ເຂົ້າໃຈດີວ່າ ເມື່ອມີຈິດໃຈເລື້ອມໃສ ແລະ ໄດ້ທານສີ່ງທີ່ມີຄຸນຄ່າ ທີ່ສຸດ ສໍາລັບ ການລ້ຽງຊີບຂອງຕົນ ກໍ ແມ່ນ ໄດ້ ຮັບບຸນຫລາຍ ທີ່ສຸດ ແລ.

ກໍແປວ່າ ນອກຈາກຈະເປັນ ຜູ່ລ້ຽງຊີວິດ ຊາວລາວ ຊາວຈີນ ແລະ ຊາວຢີ່ປູ່ນ ແລ້ວ ເຂົ້າຫນຽວ ກໍຍັງແມ່ນ ພາຫານະ ໃນ ການຕິດຕໍ່ ກັບ ສີ່ງສັກສິດ ຕິດຕໍ່ ກັບ ເຈົ້າຖີ່ນເຈົ້າຖານ ແລະ ຜີບ້ານຜີເມືອງ ກໍ ຄື ການຕິດຕໍ່ສັມພັດ ກັບສີ່ງທີ່ພວກເຮົາ ບໍ່ສາມາດເຫັນ ດ້ວຍ ຕາເປົ່າ ນໍາ ອີກດ້ວຍ.

ເຂົ້າຫນົມ

ເຂົ້າຫນົມ

ສ່ວນ ໄຂ່ຂວັນ ນັ້ນ ກໍ ແມ່ນ ເຄື່ອງປະກອບ ພາຂວັນ ທີ່ ຂາດ ບໍ່ໄດ້ ຢ່າງເດັດຂາດ ແລະ ບາງເທື່ອ ນັ້ນ ເມືອ ມີ ຄວາມຈໍາເປັນ ຮີບດ່ວນ ເພີ່ນກໍຈະເອົາ ແຕ່ ໄຂ່ຕົ້ມ ນື່ງຫນ່ວຍ ໃສ່ຕີບເຂົ້ານ້ອຍ ກັບ ຜ້າຍຜູກແຂນ ສອງເສັ້ນ ຫມາກກ້ວຍ ນື່ງຫນ່ວຍ ເຂົ້າຫນຽວ ນື່ງປັ້ນ ພ້ອມດ້ວຍ ດອກໄມ້ ແລະ ທຽນ ຍົກ ເອົາມາ ຜູກຂໍ່ຕໍ່ແຂນ ຫລື ນໍາເອົາໄປໄຊ້ ໃນຍາມ ສ້ອນຂວັນ ຫລື ຕັກຂວັນ.

ໃນ ພິທີບາສີ ສູ່ຂວັນ ນີ້ ໄຂ່ ກໍແມ່ນ ສັນຍາລັກ ຂອງ ເດັກນ້ອຍ ທີ່ ຍັງ ຢູ່ ໃນທ້ອງ ຂອງ ແມ່. ເອົາໄຂ່ ມາໃສ່ ພາຂວັນ ກໍ ແມ່ນແນ່ໃສ່ ເອີ້ນ ເອົາ ບັນດາຂັວນ ທີ່ໄດ້ແຕກຕື່ນ ອອກຫນີໄປ ໃຫ້ ກັັບ ຄືນມາເນື້ອມາຄີງ ຄື ໃນ ຕອນ ທີ່ ຂວັນ ທັງຫມົດ 32 ຂວັນນັ້ນ ໄດ້ເຂົ້າໄປຢູ່ ໃນ ຮ່າງກາຍ ຂອງ ເດັກນ້ອຍ ທີ່ ຫາ ກໍເກີດຂື້ນມາ ປະກອບສ່ວນ ອັນສໍາຄັນ ເຂົ້າ ໃຫ້ລາວ ໄດ້ ກາຍ ເປັນ ມະນຸດ ຜູ່ນື່ງ.​ ໄຂ່ຂວັນ ກໍ ຈະບອກ ໃຫ້ ບັນດາຂວັນ ທີ່ ຍັງ ໄປເລາະຫລີ້ນ ທີ່ ຍັງ ລັ່ງເລໃຈ ບໍ່ກັບຄືນເນື້ອຄືນຕົວ ວ່າ ຖ້າຫາກ ບັນດາຂວັນ ດັ່ງກ່າວ ຫາກ ບໍ່ກັບຄືນເນື້ອ ຄືນຄີງ ແລ້ວ ມະນຸດ ທີ່ ໄດ້ ມືນຕາ ຂື້ນມາເບີ່ງໂລກ ກໍ ຈະ ມີ ສຸຂພາບ ອ່ອນໂຍມ ລົງໄປ ຈົນ ອາດ ຈະ ເສັຽຊີວິດ ຫນີ ຈາກ ໂລກ ນີ້ ໄປ ກໍເປັນໄປໄດ້.

ກໍແປວ່າ ບັນດາ ຂວັນ ທີ່ ໄດ້ອອກຫນີ ໄປ ເລາະຫລີ້ນ ນັ້ນ ກໍ ມີ ຄວາມຮັບຜິດຊອບ ຕໍ່ ສຸຂພາບ ແລະ ຄວາມເປັນຢູ່ ຂອງ ມະນຸດ ທີ່ ພວກຕົນ ໄດ້ ຊ່ວຍເຫລືອ ໃຫ້ ກາຍ ມາ ເປັນ ຄົນ.

ໃຂ່ຂວັນ

ໃຂ່ຂວັນ

ທ່ານນາງ ຊານເນີ ກຸຍຊີນນີເອ (Jeanne Cuisinier) ໃຫ້ຄວາມຄິດເຫັນວ່າ « ໄຂ່ຂວັນ ແມ່ນ ໃຊ້ ແທນ ບັນດາສັດ ຕ່າງໆ » ທີ່ ຊາວລາວ ນໍາ ເອົາ ມາກີນ ເປັນອາຫານ ໃນ ຂະນະດຽວກັນ ທີ່ ທ່ານຄຸນພໍ່ ຊາໂງ ຂຽນວ່າ ແມ່ນ « ສັນຍາລັກ ຂອງ ຊີວິດ ທີ່ ກໍາລັງ ຈະເກີດຂື້ນມາ ແມ່ນ ຄວາມອຸດົມສົມບູນ ຂອງ ຜູ່ຍີງ ແລະ ກໍອາດ ຈະ ເປັນ ການລະນືກເຖີງ ໄຂ່ ທີ່ ໄດ້ ຕົກລົງມາ ຈາກ ສວັນ ມາຈາກທ້ອງຟ້າ ຫລື ໃຂ່ອາວະກາດ » (œuf cosmique, cosmic egg).

ນິທານ ເລື້ອງໄຂ່ ທີ່ ມາ ຈາກ ເມືອງຟ້າ ແມືອງແຖນ ນີ້ ກໍ ໄດ້ ຖືກ ເລົ່າ ກັນມາ ໃນ ເຂດຕາວັນຕົກ ເຂດອາຟຣິກກາ ໃນຕີ່ເບ ໃນຈີນ ອີນເດັຽ ແລະ ຢີ່ປູ່ນ. ໂດຍສັງເຂບ ແລ້ວ ນິທານດັ່ງກ່າວນີ້ ກໍແມ່ນຄ້າຍຄືກັນ ກັບ ນິທານ ຂູນບໍລົມ ລົງຈາກເມືອງແຖນ ມາ ສ້າງໂລກມະນຸດ ນັ້ນເອງ ແລະ ໂດຍ ທີ່ ທຸກສີ່ງຢ່າງ ນັ້ນ ໄດ້ ອອກ ມາ ຈາກ ໄຂ່ ໂດຍ ສ່ວນທີ່ຫນັກ ໄດ້ກາຍເປັນດີນ ຫລື ພາກສ່ວນຢີ່ງ (éléments yin, yin elements) ແລະ ສ່ວນທີ່ເບົາ ແລະ ມີຄວາມບໍລິສຸດດີ ນັ້ນ ໄດ້ກາຍເປັນຟ້າ ຫລື ພາກສ່ວນຍັ່ງ (éléments yang) ຕາມ ນິທານຈີນ.

ໃນ ນິທານ ຂູນບໍລົມ ນັ້ນ ມະນຸດເຮົາ ໄດ້ ອອກມາຈາກ ໝາກນໍ້າເຕົ້າ. ຕົ້ນໝາກນໍ້າເຕົ້າ ດັ່ງກ່າວ ກໍ ໄດ້ ເກີດຂື້ນມາ ໃນ ທ້ອງຄວາຍ ທີ່ ພຣະຍາແຖນ ໄດ້ ມອບໃຫ້ ສາມຂູນ ກອ່ນ ທີ່ ທັງສາມ ຈະ ກັບ ຄືນ ລົງມາເມືອງລູ່ມ.​ ເມື່ອ ຄວາຍ ດັ່ງກ່າວ ໄດ້ ຕາຍ ໄປແລ້ວ ເຄືອໝາກນໍ້າເຕົ້າ ກໍ ໄດ້ ປົ່ງ ອອກມາ ຈາກຮູດັງຂອງມັນ. ແລະ ເມື່ອ ໝາກນໍ້າເຕົ້າ ໃຫຍ່ຂື້ນມາ ກໍ ໄດ້ ມີ ຊົນເຊື້ອ ຊົນເຜົ່າ ຊາວ ໄຕ-ລາວ  ພາ ກັນ ລັ່ງໄຫລ ອອກມາ ແລ້ວ ກໍ ພາ ກັນ ສ້າງຕັ້ງ ໂລກມະນຸດ ຂອງ ພວກເຮົາ ຂື້ນມາ.

ສ່ວນ ຊາວອີນເດັຽ ພັດມີຄວາມເຊື່ອໝັ້ນວ່າ ໄຂ່ ໄດ້ ເກີດຂື້ນມາ ຈາກ ສີ່ງທີ່ບໍ່ມີຕົນຕົວ. ເມື່ອ ໄຂ່ ດັ່ງກ່າວ ແຕກອອກມາ ເປັນ ສອງປ່ຽງ ເປືອກໄຂ່ເງີນ ໄດ້ກາຍເປັນ ດີນ ແລະ ເປືອກໄຂ່ຄໍາ ກໍ ໄດ້ກາຍເປັນ ຟ້າ ໃນຄະນະທີ່ ຊາວອາຟຣີກກາ ກູ່ມນື່ງ ໄດ້ ພາກັນເວົ້າວ່າ ໄຂ່ເຫລືອງ ແມ່ນ ນໍ້າຂອງສັດຕຣີ ສໍາລັບປະກອບສ່ວນ ເຂົ້າກັບ ນໍ້າອະສຸຈິ ຂອງ ຜູ່ຊາຍ, ຄື ໄຂ່ຂາວ, ເພື່ອໃຫ້ຊີວິດ ແກ່ ມະນຸດເຮົາ.

ໂຂນ ຂອງ ປູ່ເຢີ ຍ່າເຢີ

ໂຂນ ຂອງ ປູ່ເຢີ ຍ່າເຢີ

ສໍາລັບ ທ່ານ ໂອກີ່ນ ແລ້ວ ຢູ່ ໃນ ໄຂ່ ນັ້ນ « ກໍ ມີ ເຊື້ອ ເກີດ ເປັນ ຊີວິດ ໄດ້ (…) ທາງ ສາສນາພຸດ ຈິດ ມີ ລັກສະນະ ໄປໄວມາໄວ ມັນ ເປັນທາດອ່ອນ ຄື ສອນ ໃຫ້ດີ ໃຫ້ຊົ່ວໄດ້. ຄໍາສັບ ນະໂມ ຫລື ວ່າ ມະໂນ ນີ້ ເປັນ ທັມມະ ຢູ່ ໃນໃຈ ຫລື ຢູ່ ໃນດວງຈິດ. ທາດ ນະໂມ ຢູ່ ໃນ ໃຈ ກໍ ຄື ກັນ ກັບ ວ່າ ມັນ ຢູ່ໃນຖໍ້າ ທີ່ ເປັນ ຄື ດ້ານໃນ ຂອງ ໄຂ່. ຮູບໄຂ່ ນີ້ ຍັງ ມີ ການອະທິບາຍ ຕື່ມອີກວ່າ ທາດພໍ່ ຄື ຊາຍນອນຂ້ວມ ແລະ ທາດແມ່ ຄື ຍີງນອນຫງາຍ ໃສ່ກັນ… ເມື່ອ ຫມໍພອນ ເລີ້ມ ພິທີການ ດ້ວຍ ຄໍາເວົ້າ ນະໂມ ຫມໍພອນ ກໍ ສະແດງ ຄວາມນອບນ້ອມ ໄປ ໃສ່ ພຣະຣັຕຕະນະໄຕຣ ໄປ ໃສ່ ເຊື້ອ ສວັນຊັ້ນຟ້າ ໃຫ້ ມາ ຮ່ວມ ໃນ ພິທີ. »

ເຖີງຢ່າງໃດກໍດີ ໄຂ່ ກໍ ມີ ຫນ້າທີ່ ສໍາຄັນພິເສດ ໃນ ພິທີບາສີ ແຕ່ງງານ ເນື່ອງຈາກວ່າ ແມ່ນການປ້ອນໄຂ່ ລະວ່າງ ຄູ່ສົມລົດໄໝ່ ມືຂວາປ້ອນໄຂ່ອ້າຍ ມືຊ້າຍປ້ອນໄຂ່ນາງ ທີ່ ຊີ້ບອກ ໃຫ້ ບັນດາແຂກຄົນ ທີ່ ໄດ້ເຂົ້າຮ່ວມງານ ພ້ອມດ້ວຍ ວົງການສັງຄົມ ໄດ້ ຮູ້ ວ່າ ທັງ ສອງຄົນ ນີ້ ໄດ້ກາຍເປັນຜົວເມັຍ ກັນ ຢ່າງ ເປັນທາງການ ແລ້ວ ແລະ ໝົດທຸກໆຄົນ ກໍ ຕ້ອງໃຫ້ ການເຄົາລົບນັບຖື ສົມກຽດແລະ ສັກສີ ຂອງ ຄູ່ຜົວເມັຽ ດັ່ງກ່າວ ນັບຕັ້ງແຕ່ ເວລາ ນັ້ນ ເປັນຕົ້ນໄປ. « ພິທີ ປ້ອນໄຂ່ ຂອງ ຄູ່ສົມຣົດ ກໍປຽບທຽບ ໃສ່ໄດ້ ຄື ເປັນ ຄໍາເຂົ້າ ມົງຄົນ ເປັນ ການນອບນ້ອມ ເຖີງ ບຸນຄຸນ ພໍ່ແມ່ ແລະ ເຊື້ອສາຍ ມາ ຕັ້ງແຕ່ ເດີມເຄົ້າ.. », ທ່ານ ໂອກີ່ນ ໄດ້ ອະທິບາຍ ເພີ້ມຕື່ມ. ນີ້ ກໍແມ່ນ ນື່ງ ໃນ ໜ້າທີ່ ອັນສໍາຄັນ ຂອງ ໄຂ່ຂວັນ ອີກ ຄືກັນ.

ໄກ່ຂວັນ

ໄກ່ຂວັນ

ສັງເກດໄດ້ອີກວ່າ ໄກ່ຂວັນ ນັ້ນ ມີ ຄວາມສໍາຄັນ ຫນ້ອຍກ່ອນ ໄຂ່ ແລະ ສ່ວນຫລາຍແລ້ວ ຫມໍພອນ ກໍຈະເບີ່ງ ຕີນ ແລະ ກະດູກບ່ອນຕິດເອີກ ແລ້ວ ກໍຈະເວົ້າເຖີງ ແຕ່ ສີ່ງຈົບຂອງດີ ທີ່ ຈະເກີດຂື້ນມາ ໃຫ້ ແກ່ ຜູ່ ທີ່ໄດ້ຮັບກຽດ ເປັນ ເຈົ້າພິທີບາສີ ສູ່ຂວັນ ແລະ ຫນ້າທີ່ ຂອງ ໄກ່ຂວັນ ນີ້ ກໍ ຄົງຈະແມ່ນ ເປັນ ຕົວແທນ ອາຫານການກີນ ທັງຫລາຍ ທີ່ ບໍ່ ໄດ້ ຖືກນໍາເອົາ ໄປ ຕັ້ງໄວ້ ຢູ່ ອ້ອມ ພາຂັວນ ເທົ່ານັ້ນ. ຕາມ ທໍາມະດາ ແລ້ວ ຊາວ ໄຕ-ລາວ ເຮົາ ກໍ ຈະ ບໍ່ພາກັນ ເອົາ ຊີ້ນ ມາ ໃສ່ ພາຂັວນ ຊື່ງໄດ້ພາໃຫ້ ນັກຄົ້ນຄົ້ວ ຈາກ ເຂດຕາວັນຕົກ ຕີ ລາຄາ ວ່າ ຄົງ ຈະ ແມ່ນ ມາ ຈາກ ການທີ່ ພິທີບາສີ ສູ່ຂັວນ ນີ້ ໄດ້ ເລີ້ມຕົ້ນ ຂື້ນ ມາ ໃນສະໄມ ທີ່ ຊາວ ໄຕ-ລາວ ຍັງ ພາກັນ ນັບຖື ສາສນາພາມ. ແລະ ເມື່ອ ໄດ້ ພາກັນ ມາ ນັບຖື ສາສນາພຸທ ແລ້ວ ກໍ ໄດ້ນໍາເອົາ ຜ້າຍມຸງຄຸນ ຄໍາສຸດ ນະໂມ ສາມເທື່ອ ແລະ ແນວຈົບ ແນວດີ ຫລາຍອັນ ຫລາຍຢ່າງ ເຂົ້າມາສົມທົບ ເຮັດໄຫ້ ພິທີບາສີ ສູ່ຂັວນ ມີ ຄວາມສະງ່າງາມ ຂື້ນ ຕື່ມ ເລື້ອຍໆມາ.

ວ່າດ້ວຍຝ້າຍຜູກແຂນ

ຝ້າຍຜູກແຂນ ກໍແມ່ນເຄື່ອງປະກອບ ທີ່ ຂາດບໍ່ໄດ້ ຢ່າງ ເດັດຂາດ ໃນ ພິທີ ບາສີ ສູ່ຂວັນ. ທ່ານ ດຣ. ທອງລິດ ພູມີລາດ ໄດ້ ອະທິບາຍ ວ່າ « ຝ້າຍຜູກແຂນ ນີ້ ແມ່ນ ເຄື່ອງຕ້ອນຮັບ ພະລັງ ມະຫັສຈັນ ທີ່ ມາຈາກ ນອກຕົວ ຂອງ ພວກເຮົາ ແລະ ເພື່ອໃຫ້ ພລັງແຮງ ດັ່ງກ່່າວ ຢັ້ງຕົວຢູ່ ໃນຝ້າຍຜູກແຂນ ເພີ່ນ ຈື່ງ ໄດ້ ເຮັດຂອດ ເອົາໄວ້ ທາງກາງ ສອງຂອດ. ແລະ ກໍແມ່ນ ພລັງແຮງ ອັນ ມະຫັສຈັນ ນີ້ ເອງ ທີ່ ໄດ້ ນໍາຄວາມໝາຍ ແລະ ຄູນຄ່າ ມາ ໃຫ້ ຝ້າຍຜູກແຂນ ທີ່ ໝົດທຸກຄົນ ທີ່ ໄດ້ ເຂົ້າຮ່ວມ ພິທີບາສີ ສູ່ຂັວນ ຮັບຮູ້ ນັບຖື ພ້ອມທັງ ເຂົ້າໃຈດີ ເຖີງ ຄວາມໝາຍ ແລະ ຄວາມສໍາຄັນ ຂອງ ຝ້າຍຜູກແຂນ ດັ່ງກ່າວ ນໍາ ອີກ ດ້ວຍ. »

ຕາມ ທໍາມະດາ ແລ້ວ ເພີ່ນ ມັກເອົາ ຝ້າຍສີຂາວ ສາມເສັ້ນໂຮມໃສ່ກັນ ເຮັດເປັນ ຝ້າຍຜູກແຂວນ ເພາະວ່າ ສີຂາວ ແມ່ນ ສັນຍາລັກ ຂອງ ຄວາມບໍລິສຸດ ຄວາມຖືກຕ້ອງປອງດອງ ແລະ ຮັກແພງ ຄື ອ້າຍນ້ອງພໍແມ່ດຽວກັນ ຫມາຍເຖີງ ສັນຕິພາບ ໂຊກລາບ ການຢູ່ດີມີແຮງ ຄວາມໄຮ້ດຽງສາ ແລະ ຄວາມອົບອູ່ນ ໃນ ຄອບຄົວ ແລະ ສັງຄົມ ພ້ອມທັງເປັນ ສັນຍາລັກ ຂອງ ຄວາມຄົງຢູ່ ຂອງ ສັງຄົມ ນໍາ ອີກດ້ວຍ.

ຝ້າຍຜູກແຂນ ທີ່ ເປັນ ຫລາຍສີ

ຝ້າຍຜູກແຂນ ທີ່ ເປັນ ຫລາຍສີ

ໃນໄລຍະ ສີບປີ ທີ່ຜ່ານມານີ້ ໄດ້ມີນັກທ່ອງທ່ຽວ ຈາກຕ່າງປະເທດ ເຂົ້າ ໄປຢ້ຽມຢາມ ລາວ ຢ່າງຫລວງຫລາຍ ພາຍມາກ ແລະ ພິທີບາສີສູ່ຂວັນ ນີ້ ກໍ ໄດ້ ກາຍມາເປັນ ນື່ງ ໃນ ຈຸດເດັ່ນ ຈຸດດັງ ສໍາລັບ ນັກທ່ອງທ່ຽວ ໃນ ລາວ ຮ່ວມກັນກັບ ການຕັກບາດ ຫລື ການຮ່ວມ ບຸນສີນກີນທານ ຕ່າງໆ. ແລະ ເພື່ອຕອບສນອງ ຄວາມຮຽກຮ້ອງ ຕ້ອງການ ຈາກ ນັກທ່ອງທ່ຽວ ກໍ ຄື ຈາກ ບັນດາຊາວລາວ ທີ່ ໄດ້ ໄປ ສ້າງຊີວິດໄຫມ່ ຢູ່ ຕ່າງແດນ ກໍ ຈື່ງ ໄດ້ ມີ ການຜລິດ ຝ້າຍຜູກແຂນ ແບບ ມີ ຫລາຍຫລາກ ຫລາຍສີ ມີ ທັງ ເສັ້ນໃຫຍ່ ເສັ້ນນ້ອຍ ມີທັງ ປະເພດຖັກ ເປັນຄືປອກແຂນ ກໍ ມີ. ແລະ ແຕ່ລະວັດ ກໍຕ້ອງມີ ຝ້າຍຜູກແຂນ ດັ່ງກ່າວ ເອົາ ໄວ້ ເປັນ ຂອງຕ້ອນ ອູປສົກອູປສິກາ ພ້ອມທັງເປັນການ ເຜີຍແຜ່ ສີລປະວັທນະທັມ ເກົ່າແກ່ ຂອງ ລາວເຮົາ ໄປໃນຕົວ ນໍາ ອີກດ້ວຍ.

ສັງເກດໄດ້ວ່າ ຝ້າຍຜູກແຂນ ໄດ້ກາຍມາເປັນ ພາຫານະ ຂອງ ການສົ່ງຂ່າວຄາວ ຝາກຄວາມຄິດຮອດ ຄິດເຖີງ ຫາພີ່ນ້ອງ ແລະ ເພື່ອນມິດ ທີ່ຢູ່ຫ່າງໄກກັນ ພ້ອມທັງໄດ້ກາຍ ມາເປັນ ສັນຍາລັກ ຂອງ ຂນົບທັມນຽມ ແລະ ຂອງ ຄວາມເປັນລາວ ນໍາອີກດ້ວຍ. ນີ້ ກໍແມ່ນ ນື່ງ ໃນ ຜົນສະທ້ອນ ອັນດີ ຂອງ ການປັບປຸງ ນໍາເອົາ ຮິດຄອງປະເພນີ ເກົ່າແກ່ ເຂົ້າ ໄປ ສົມທົບ ເຮັດ ໃຫ້ ນັກທ່ອງທຽ່ວ ມີ ຄວາມ ພາກພູມໃຈ ຫລາຍຂື້ນ ໃນ ການ ໄປ ທ່ອງທ່ຽວ ຢ້ຽມຢາວ ລາວ.

ໃນ ບາງເຂດຂອງລາວ ຈໍານວນເສັ້ນຝ້າຍ ທີ່ນໍາເອົາມາໃຊ້ ເຮັດ ຝ້າຍຜູກແຂນ ນັ້ນ ອາດ ຈະມີ ຫ້າເສັ້ນ ເຈັດເສັ້ນ ຫລື ເກົ້າເສັ້ນ. ນອກຈາກ ຝ້າຍຜູກແຂນ ທໍາມະດາ ທີ່ມີ ແຕ່ ສາມເສັ້ນ ເທົ່ານັ້ນ. ຝາຍຜູກແຂນ ທີ່ ມີ ຫ້າເສັ້ນ ນີ້ ກໍແມ່ນ ເຮັດຂື້ນມາ ເພື່ອ ເປັນກຽດແກ່ ທະຫານ ຫລື ພະນັກງານກອງຫລອນ ກ່ອນທີ່ ພວກເຂົາເຈົ້າ ຈະ ອອກເດີນທາງ ໄປ ປະຕິບັດງານ ປ້ອງກັນ ປະເທດຊາດ ໂດຍ ມີ ຄວາມຫວັງ ອັນແຮງກ້າ ວ່າ ພິທີບາສີ ດັ່ງກ່າວ ຈະກາຍເປັນນິມິດ ອັນດີ ຊ່ວຍໃຫ້ ທະຫານ ຫລື ພວກກອງຫລອນ ໄດ້ພົບກັບ ໄຊຊະນະ ໄດ້ພົບກັບ ຄວາມສໍາເລັດ ອັນ ສງ່າງາມ ແລະ ບາງເທື່ອ ພິທີບາສີ ດັ່ງກ່າວ ກໍໄດ້ຈັດຂື້ນ ເປັນກຽດ ໃຫ້ ແກ່ ທະຫານ ແລະ ໜ່ວຍກອງຫລອນ ຫລັງຈາກ ໄດ້ ກັບຄືນມາ ຈາກ ສນາມລົບ ຫລື ການປະຕິບັດງານ. ໃນ ກໍລະນີທີ່ສອງນີ້ ກໍແມ່ນແນໃສ່ ສະແດງ ຄວາມຂອບອົກຂອບໃຈ ຂອງ ຊາວບ້ານ ຫລື ຊາວເມືອງ ຕໍ່ ບັນດາທະຫານ ແລະ ກອງຫລອນ ທີ່ ໄດ້ ປົກປັກຮັກສາ ເຂດນໍ້າແດນດີນ ແລະ ອະທິປະຕັຍ ຂອງ ປະເທດຊາດ ບ້ານເມືອງ.

ຝ້າຍຜູກແຂນ ມັດໃສ່ກັນກັບ ເງີນ ຂອງຂວັນ ໃນ ວັນວິວາ

ຝ້າຍຜູກແຂນ ມັດໃສ່ກັນກັບ ເງີນ ຂອງຂວັນ ໃນ ວັນວິວາ

ຝ້າຍຜູກແຂນ ທີ່ ມີ ເຈັດເສັ້ນ ນັ້ນ ແມ່ນ ນໍາໄປໃຊ້ ໃນ ການບາສີ ສູ່ຂັວນ ໃຫ້ ແກ່ ນັກຮຽນ ນັກສືກສາ ກ່ອນຈະໄປຮຽນຕໍ່ ຢູ່ ຕ່າງແຂວງ ຫລື ຢູ່ ຕ່າງປະເທດ ຫລື ກ່ອນຈະໄປເສັງ ເອົາ ປຣີນຍາ ຕ່າງໆ. ເພີ່ນນໍາໃຊ້ ຝ້າຍຜູກແຂນ ດັ່ງກ່າວ ເຫມືອນກັນ ສໍາລັບ ບາສີ ຂອບໃຈ ນາງພະຍາບານ ແລະ ທ່ານໝໍ ທີ່ ໄດ້ ປີ່ນປົວ ຄົນເຈັບ ໃຫ້ເຊົາດີ.

ແລະ ຝ້າຍຜູກແຂນ ທີ່ ມີ ເກົ້າເສັ້ນ ນັ້ນ ກໍແມ່ນໃຊ້ ໃນ ພິທີບາສີ ສູ່ຂັວນ ເປັນກຽດໃຫ້ແກ່ ນາຍບ້ານ ຕາແສງ ເຈົ້າເມືອງ ເຈົ້າແຂວງ ຜູ່ຫລັກຜູ່ໃຫຍ່ ເຊັ່ນ ທູຕານຸທູດ ແລະ ຣັຖມົນຕຣີ ເປັນຕົ້ນ ຫລັງຈາກທີ່ ບຸຄຄົນສໍາຄັນ ດັ່ງກ່າວ ໄດ້ ມີ ບົດບາດ ອັນດີ ໃນການສ້າງສາ ພັທນາ ບ້ານເມືອງ ນໍາຄວາມສີວິໄລ ນໍາຄວາມຢູ່ດີກີນດີ ມາໃຫ້ປະຊາຊົນ ທີ່ ຢູ່ ພາຍໃຕ້ ການປົກຄອງ ຂອງ ພວກຕົນ. ບາງເທື່ອ ກໍ ແມ່ນເພື່ອ ສແດງຄວາມດີອົກດີໃຈ ຊົມເຊີຍ ບຸກຄົນສໍາຄັນ ດັ່ງກ່າວ ພາຍຫລັງຈາກ ທີ່ ພວກເພີ່ນ ໄດ້ ຂື້ນຊັ້ນ ຫລື ໄດ້ຮັບ ຫລຽນຕາຄໍາຊອບ ຫລື ໃບຍ້ອງຍໍ ຕ່າງໆ ດັ່ງນີ້ ເປັນຕົ້ນ.

ເປັນທີ່ຮູ້ ກັນດີ ແລ້ວວ່າ ຝ້າຍຜູກແຂນ ດັ່ງກ່າວນີ້ ຕ້ອງຖືກ ຮັກສາເອົາໄວ້ ຢ່າງໜອ້ຍ ສາມມື້ ກ່ອນ ຈະ ເອົາ ແຂ້ວກັດເອົາອອກໄປ ເພາະວ່າ ພວກເຮົາ ບໍ່ ມີ ສິດ ແກ້ອອກ ຫລື ຕັດອອກ ດ້ວຍຂອງທີ່ມີຄົມ ເນື່ອງຈາກວ່າ ຂວັນ ທີ່ ໄດ້ ກັບຄືນເນື້ອ ຄືນຕົວ ແລ້ວ ນັ້ນ ອາດຈະແຕກຕື່ນ ແລະ ຫນີອອກ ຈາກ ຮ່າງກາຍ ຂອງ ພວກເຮົາ ໄປອີກໄຫມ່. ເລກສາມ ນີ້ ກໍຄົງຈະມາຈາກ ພຸທສາສນາ ແລະ ກໍແມ່ນການລະນືກເຖີງ ພຣະພຸທ ພຣະທັມ ແລະ ພຣະສົງ ພ້ອມທັງ ເປັນ ການສະແດງ ຄວາມເຄົາຣົບນັບຖື ຕໍ່ ສີ່ງສັກສິດ ທັງສາມ ໄປໃນຕົວ ນໍາອີກດ້ວຍ.

ຜູກແຂນ ກີນດອງ ທີ່ ກຸງປາຣີ ໃນ ເດືອນຫ້າ 2012

ຜູກແຂນ ກີນດອງ ທີ່ ກຸງປາຣີ ໃນ ເດືອນຫ້າ 2012

ສລູບແລ້ວ ຝ້າຍຜູກແຂນ ນີ້ ກໍແມ່ນມີ ຄວາມສໍາຄັນ ຫລາຍທີ່ສຸດ ພ້ອມທັງມີຄວາມຫມາຍ ອັນເລີກຊື່ງ ສໍາລັບ ຊາວລາວ ເຮົາ ເນື່ອງຈາກວ່າ ມັນແມ່ນ ສັນຍາລັກ ຂອງ ສີລປະວັທນະທັມ ອັນຈົບງາມ ແລະ ເກົ່າແກ່ ທີ່ສຸດ ຂອງ ຊົນເຊື້ອຊົນເຜົ່າ ໄຕ-ລາວ. « ແມ່ນຮິດຄອງປະເພນີ » ສໍາລັບທ່ານ ປີ່ນປຣະສົງທ໌ ພັນທ໌ມາລີ.

ເນື່ອງຈາກວ່າ ການທີ່ຂ້ອຍ ໄດ້ໄປຮ່ວມ ພິທີບາສີ ສູ່ຂວັນ ພ້ອມທັງໄດ້ ຜູກຂໍ່ຕໍ່ແຂນ ໃຫ້ເຈົ້າ ກໍແປວ່າ ຂ້ອຍ ໄດ້ກາຍເປັນ ນື່ງໃນສະມາຊີກ ຄອບຄົວ ຂອງເຈົ້າ. ຂ້ອຍ ໄດ້ ຮ່ວມຈິດຮ່ວມໃຈ ປັນຄວາມຮັກແພງ ປັນຄວາມສາມັກຄີ ກັບເຈົ້າ ພ້ອມທັງໄດ້ ເສື່ອມ ແນວຄິດຈິດໃຈ ຂອງຂ້ອຍ ເຂົ້າ ໄປຢູ່ ໃນ ສ່ວນເລີກ ຂອງຫົວໃຈເຈົ້າ ພ້ອມໆກັນ. ການທີ່ຂ້ອຍ ໄດ້ ຜູກແຂນ ອ່ວຍໄຊໃຫ້ພອນ ແກ່ ເຈົ້າ ນີ້ ມັນກໍຫມາຍຄວາມວ່າ ພວກເຮົາທັງສອງ ໄດ້ ກາຍ ມາ ເປັນ ນໍ້ານື່ງໃຈດຽວກັນ ໄດ້ ກາຍ ມາ ເປັນ ພີ່ນ້ອງ ເປັນນ້ອງຮັກ ເອື້ອຍ-ອ້າຍຮັກ ເປັນລູກຮັກ ເປັນພໍ່ແມ່ຮັກ ໃນ ຄອບຄົວໃຫຍ່ ອັນດຽວກັນ ນັບແຕ່ເວລາ ທີ່ ຂ້ອຍໄດ້ຜູກແຂນ ອ່ວຍພອນ ໃຫ້ເຈົ້າ ແລະ ນັບຕັ້ງແຕ່ເວລາ ທີ່ເຈົ້າ ໄດ້ ຍໍມືຂື້ນນົບ ຮັບເອົາພອນ ຂອງ ຂ້ອຍ.

ກໍແມ່ນ ພລັງແຮງ ຂອງ ຄວາມຮັກແພງ ສາມັກຄີ ເປັນນໍ້ານື່ງໃຈດຽວ ທີ່ ໄດ້ ສະແດງອອກ ຕໍ່ຫນ້າ ຄອບຄົວ ແລະ ສັງຄົມ ກໍ ຄື ຕໍ່ຫນ້າ ສີ່ງສັກສິດ ທີ່ ໄດ້ ຖືກ ອັງເຊີນ ມາ ເປັນ ສັກຂີພະຍານ ແລະ ໂດຍ ໄດ້ນໍາໄຊ້ ຜ້າຍຜູກແຂນ ເປັນ ການເສື່ອມຕໍ່ ລະຫວ່າງ ຄົນສອງຄົນ ທີ່ ໄດ້ພາໃຫ້ ພິທີບາສີ ສູ່ຂວັນ ສ້າງ ຄວາມຮູ້ສືກ ອັນດີ ແປກປະລາດ ແບບແປບໍ່ໄດ້ ເກີດ ຂື້ນມາ ໃນ ຫ້ອງຫົວໃຈ ຂອງ ບັນດາ ຜູ່ ທີ່ໄດ້ເຂົ້າຮ່ວມ ພິທີ ດັ່ງກ່າວ ຕະລອດມາ.

ຝ້າຍຜູກແຂນ

ຝ້າຍຜູກແຂນ

ຖ້າຫາກ ມີ ຄວາມຈໍາເປັນ ແທ້ໆ ພວກເຮົາ ກໍ ຈະສາມາດ ຜູກຂໍ່ຕໍ່ແຂນ ໃຫ້ ກັນແລະກັນ ໂດຍຈະ ໃຊ້ ແຕ່ ຝ້າຍຜູກແຂນ ເທົ່ານັ້ນ ກໍໄດ້ ເພາະວ່າ ມັນແມ່ນພາຫານະ ຕິດຕໍ່ ລະຫວ່າງ ສີ່ງ ທີ່ ຕາ ແນມເຫັນ ເຊັ່ນ ຄວາມຮັກແພງສາມະຄີ ລະຫວ່າງ ຄົນສອງຄົນ ແລະ ສີ່ງສັກສິດ ທີ່ ພວກເຮົາ ບໍ່ສາມາດ ແນມເຫັນໄດ້ ດວ້ຍ ຕາເປົ່າ. ຝ້າຍຜູກແຂນ ກໍ ຈະ ເປັນ ຜູ່ ກໍາເອົາ ຂວັນ ທັງ 32 ຂວັນ ນັ້ນ ໃຫ້ຢູ່ໃນເນື້ອໃນຄີງ ໃຫ້ຢູ່ ໃນ 32 ພາກສ່ວນ ຂອງ ຮ່າງກາຍ ມະນຸດ ເຮົາ. ແລະ ການຜູກແຂນ ນັ້ນ ກໍ ແມ່ນ ການປິດ ຫົນທາງອອກ ຂອງ ຂວັນ ພ້ອມທັງ ເປັນການປິດ ຫົນທາງເຂົ້າ ໄປ ໃນຮ່າງກາຍ ສໍາລັບ ສີ່ງ ທີ່ ບໍ່ຈົບ ບໍ່ດີ.

ກຽ່ວກັບ ຝ້າຍຜູກແຂນ ນີ້ ທ່ານ ສເຕພານ ໄບເລ ກໍ ໄດ້ ເຂົ້າໃຈ ຜິດ ວ່າ « ເມ່ືອ ເອົາເຂົ້າຂວັນ ໄປໃສ່ ມື ພ້ອມ ດ້ວຍ ຜູກແຂນ ນັ້ນ ແມ່ນ ການ ປ່ຽນ ບ່ອນຢູ່ ຂອງ ຂວັນ, ອອກຈາກ ພາຂວັນ ໄປ ເຂົ້າ ໃນ ຕົນຕົວ ຂອງ ຜູ່ ທີ່ ໄດ້ ຮັບກຽດ ບາສີ ສູ່ຂັວນ. » ສໍາລັບ ຊາວ ໄຕ-ລາວ ແລ້ວ ຝ້າຍຜູກແຂນ ກໍແມ່ນ ແນ ໃສ່ ຮັກສາ ຂັວນ ທີ່ ໄດ້ ກັບຄືນເນື້ອຄືນກາຍ ແລ້ວ ນັ້ນ ບໍ່ ໃຫ້ ຫນີອອກໄປ ແລະ ເພີ່ນ ກໍ ມັກເວົ້າ ສະເມີມາ ວ່າ ຜູກເບື້ອງຊ້າຍ ໃຫ້ຂັວນເຈົ້າມາ ຜູກເບື້ອງຂວາ ໃຫ້ຂັວນເຈົ້າຢູ່…

ສ່ວນ ທ່ານນາງ ໃຈຈີງເພີນ ນັ້ນ ພັດໄດ້ຮອງ ຜ້າຍຜູກແຂນ ວ່າ ຜ້າຍມຸງຄຸນ.

ວ່າດ້ວຍຄວາມສູດຂວັນ

ຕາມທັສນະ ຂອງ ທ່ານ ໂອກີ່ນ ຊູມພົນພັກດີ ແລ້ວ ຊາວລາວ ເຮົາ ຄົງ ໄດ້ເລີ້ມ ຂີດຂຽນ ຄໍາໃຫ້ພອນ ເປັນ ສູດ ໃຊ້ ສໍາລັບຈົ່ມ ຫລື ສວດ ໃນຍາມບາສີ ໃນ ສໄມການປົກຄອງ ອານາຈັກລ້ານຊ້າງ ຂອງ ພຣະເຈົ້າຟ້າງູ່ມ ກ່ອນ ຈະໄດ້ຖືກ ເສີມຂະຫຍາຍ ແລະ ພັດທະນາ ໃຫ້ມ່ວນ ໃຫ້ຈົບໃຫ້ງາມ ຂື້ນ ໃນ ສໄມ ການ ຄອງຣາຊ ຂອງ ພຣະເຈົ້າ ວິຊູນຣາຊ.

ຫມໍພອນ ກາລັງ ສູດຂັວນ ໃນການບາສີ ແຕ່ງດອງ ທີ່ກຸງປາຣີ Mai, 2012)

ຫມໍພອນ ກາລັງ ສູດຂັວນ ໃນການບາສີ ແຕ່ງດອງ ທີ່ກຸງປາຣີ Mai, 2012)

ເນື່ອງ ຈາກວ່າ ແມ່ນ ຄວາມສູດຂວັນ ເປັນ ຜູ່ ຕິດຕໍ່ ລະຫວ່າງ ມະນຸດເຮົາ ແລະ ສີ່ງສັກສິດ ຄື ຂວັນ ເທວະບຸດ ເທວະດາ ເຈົ້າຖີ່ນເຈົ້າຖານ ເພີ່ນຈື່ງເລີ້ມດ້ວຍການ ປະກາດວ່າ ມື້ນີ້ແມ່ນມື້ສັນ ວັນມີ້ແມ່ນວັນຊອບ ເນື່ອງຈາກວ່າ ສີ່ງສັກສິດ ທັງຫລາຍ ທັງປວງ ເຫລົ່ານີ້ ຈະ ພາກັນລົງມາ ເມືອງຄົນ ກໍແຕ່ເມື່ອ ໃນ ເລີກງາມຍາມດີ ເທົ່ານັ້ນ. ກໍດ້ວຍເຫດນີ້ ອີກຄືກັນ ທີ່ ໃນ ຄໍາສູດຂວັນ ຫລື ເຊີນຂວັນ ທຸກໆປະເພດ ເພີ່ນ ຈື່ງໃຊ້ ຄວາມເວົ້າ ເປັນ ພາສາປາລີ ປົນກັນກັບ ຄວາມລາວ ເພາະວ່າ ສີ່ງທີ່ຕາເປົ່າ ແນມບໍ່ເຫັນນັ້ນ ຄົງຈະເຂົ້າໃຈ ພາສາປາລີ ແລະ ສັນສະກຣິດ ດີ ກົ່ວ ພາສາລາວ ເຮົາ:

ສີສີ ສິດທິພຣະພອນ ບໍວອນອະດີເຣກ ອະເນກເຕຊາ ໄຊຍະມັງຄະລະ ມະຫາສີຣິມັງຄະເລດ ສາດຕະເພດພ້ອມອາຄົມ…

ສີສີ ສິດທິພຣະພອນ ບໍວອນວິເສດ ອະຕິເຣກເຕໂຊ ໄຊຍະມັງຄະລາຕິເຣກ ອະເນກສະວັສດີ…

ສີສີ ສິດທິພຣະພອນ ບໍວອນວິເສດ ອະດູນຍະເດດເຕໂຊ ອາວາຫະວິວາໂຫ ມະຫາໄຊໂຍ ມັງຄະລາຕິເຣກ ອະເນກດ້ວຍຣາສີ ວັນນີ້ແມ່ນວັນດີ…

ແລະ ກໍ ແມ່ນ ເພື່ອຊີ້ບອກ ວ່າ ທຸກສີ່ງຢ່າງ ຈົບງາມດີ ຕຽມພ້ອມຕ້ອນຮັບ ຂວັນ ແລະ ສີ່ງສັກສິດ ທີ່ ບັນດາ ຜູ່ເຂົ້າຮ່ວມພິທີບາສີ ສູ່ຂັວນ ໄດ້ ພາກັນ ນຸ່ງເຄື່ອງໃຫມ່ ໃສ່ເຄື່ອງງາມ ມີ ຫນ້າຕາຍີ້ມແຍ້ມ ແຈ່ມໃສ ໝົດທຸກຄົນ

ນັກຊ່ຽ່ວຊານ ທາງດ້ານ ພຸທສາສນາ (ອາຈານ ຄໍາພູນ ພີລາວົງ) ໄດ້ ອະທິບາຍ ຄວາມສໍາຄັນ ຂອງ ການ ສູດຂັວນ ໃຫ້ ຄຸນພໍ່ ຊາໂງ ໄດ້ ຟັງ ວ່າ: « ພິທີຮ້ອງຂັວນ ນີ້ ແມ່ນ ພິທີການ ທີ່ ດີ ທີ່ສຸດ ເພາະ ມັນ ເປີດໂອກາດ ໃຫ້ ພວກເຮົາ ວີ້ງວອນ ຮ້ອງຂໍ ຄວາມຮັ່ງມີເປັນດີ ແລະ ທັມມະ ພ້ອມດ້ວຍ ການດູແລເບີ່ງແຍງ ຈາກ ອົງສັມມາສັມພຸທເຈົ້າ, ພຣະທັມເຈົ້າ ແລະ ພຣະສັງຄະເຈົ້າ ກໍ ຄື ຈາກ ເທວະບຸດ ເທວະດາ ນາງແມ່ທໍລະນີ ພຣະອີນ ແລະ ພຣະພຣົມ. ​ສີ່ງສັກສິດ ທັງຫລາຍ ທັງປວງ ເລົ່ານີ້ ມີ ອໍານາດ ແລະ ພະລັງ ທີ່ ຈະ ຕອບສນອງ ຄວາມໄຫວ້ວອນ ພາວະນາ ຂອງ ພວກເຮົາ ໄດ້… »

ຫມໍພອນ ກໍາລັງຮ້ອງຂັວນ ທີ່ ນະຄອນຫລວງວຽງຈັນ  (septembre 2011)

ຫມໍພອນ ກໍາລັງຮ້ອງຂັວນ ທີ່ ນະຄອນຫລວງວຽງຈັນ (septembre 2011)

ແຕ່ ກໍ ເປັນ ທີ່ ຫນ້າສັງເກດ ວ່າ ຄຸນພໍ່ ຊາໂງ ຄົງເຂົ້າໃຈພິດ ໃນ ຄໍາອະທິບາຍ ດັ່ງກ່າວນີ້ ຊື່ງ ມັນຄົງຈະແມ່ນ ການໃຫ້້ເຫດຜົນ ຂອງ ການກ່າວ ນະໂມ ສາມເທື່ອ ແລະ ການກ່າວຮ້ອງເອົາ ເຈົ້າຖີ່ນເຈົ້າຖານ ເທວະບຸດ ເທວະດາ ເຂົ້າມາເປັນ ພະຍານລັກຖານ ເປັນ ປະທານ ຂອງ ພິທີບາສີ ສູ່ຂວັນ ແລະ ຄວາມສູດຂວັນ ນັ້ນ ກໍແມ່ນ ເວົ້າ ໂດຍຕຣົງ ກັບ ຂວັນ ທີ່ ໄດ້ ອອກຫນີ ຈາກເນື້ອ ຈາກຄີງໄປ ໃຫ້ ກັບຄືນ ມາເນື້ອມາກາຍ ຫລື ບໍ່ ກໍແມ່ນ ເວົ້າ ກັບ ຂວັນ ທີ່ ຢູ່ ໃນຮ່າງກາຍ ເຮົາ ແລ້ວ « ໃຫ້ ເປັນ ຂວັນ ທີ່ ຢູ່ ເປັນ ສິຣິມົງຄົນ ແກ່ເນື້ອ ແກ່ຕົວ ບໍ່ໃຫ້ເປັນຂວັນ ທີ່ ປັ່ນປ່ວນ, ບໍ່ໃຫ້ມີ ຄວາມບໍ່ສະບາຍ ຫລື ເພື່ອ ໃຫ້ ຂວັນ ມີ ສຸກຂະພາບດີ » (ໂອກີ່ນ).

ໃນ ການ ສູດຂວັນ ຫລື ຮ້ອງຂວັນ ນີ້ ໝໍພອນ ຈະເວົ້ານໍາຂວັນ ໂດຍ ຕຣົງ ໂລດ ຫລັງຈາກໄດ້ ກ່າວ ນະໂມ ສາມເທື່ອ ພ້ອມທັງໄດ້ ສັກເຄເທວະດາ ແລະ ຮຽກຮ້ອງ ໃຫ້ ເຈົ້າຖີ່ນເຈົ້າຖານ ແລະ ສີ່ງສັກສິດ ເຂົ້າ ມາ ຮ່ວມ ເປັນ ປະທານ ແລະ ເປັນ ພະຍານລັກຖານ.

ເປັນທີ່ໜ້າສັງເກດ ອີກຄືກັນວ່າ ຄວາມສູດຂວັນ ຂອງ ຊົນຊາດຊົນເຜົ່າ ໄຕ-ລາວ ເຮົາ ກໍ ບໍ່ມີ ຫຍັງ ແຕກຕ່າງ ກັນຫລາຍ ກັບ ການສູດ ມິດຊາ ຂອງ ຄຸນພໍ່ ສາສນາຄຣິສຕັງ ນອກຈາກວ່າ ແທນທີ່ ຈະຮ້ອງຫາ ພະເຍຊູ ແລະ ພຣະຜູ່ເປັນເຈົ້າ ຕະລອດເວລາ ຊາວ ໄຕ-ລາວ ແມ່ນຮ້ອງໃສ່ຂວັນ ເວົ້າກັບຂວັນ ໂດຍ ຕົງ ໂລດ. ແລະ ກໍຄ້າຍຄືກັນ ກັບ ຊາວ ກຣິສຕັງ ທີ່ ຮ່ວມເວົ້າ ຫລື ຮ້ອງເພງ ໃນ ບາງພາກສ່ວນ ຊາວໄຕ-ລາວ ເຮົາ ກໍ ພາກັນຮ້ອງ ມາເຢີ້ຂັວນເຢີ້ ຫລັງຈາກໝໍພອນ ໄດ້ກ່າວ ຄໍາຮ້ອງຂວັນ ຂື້ນມາ, ຊີ້ບອກ ເຖີງ ການປະກອບສ່ວນ ໂດຍຕຣົງ ເຂົ້າ ໃນ ພິທີບາສີ ສູ່ຂວັນ ພ້ອມທັງ ສະແດງ ຄວາມດີໃຈ ແລະ ຄວາມເປັນນໍ້ານື່ງ ໃຈດຽວກັນ.

ຮ່ວມ ພິທີບາສີ ກໍແມ່ນ ສແແດງອອກ ເຖີງ ຄວາມຮັກແພງ ສາມະຄີ ອັນແທ້ຈີງ (septembre 2011)

ຮ່ວມ ພິທີບາສີ ກໍແມ່ນ ສແແດງອອກ ເຖີງ ຄວາມຮັກແພງ ສາມະຄີ ອັນແທ້ຈີງ (septembre 2011)

ຄຸນພໍ່ ມາກແຊນໂລ ຊາໂງ ໄດ້ ສະແດງ ຄວາມພໍໃຈ ທີ່ ຊາວ ຄຣິສຕັງລາວ ໃນ ໝູ່ບ້ານນື່ງ ຂອງ ເມືອງປາກຊັນ ໄດ້ ປຽບທຽບ ພິທີສູ່ຂວັນ ໃສ່ກັນກັບ ພິທີມິດຊາ ຫລັງຈາກໄດ້ມີ ການກໍ່ ຣັທປະຫານ ທະຫານ ຂື້ນມາໃນປີ 1960: « ໃນ ພິທີສູ່ຂວັນ ນັ້ນ ຊາວບ້ານ ໄດ້ ພາກັນ ພາວະນາ ຮຽກຮ້ອງ ຂໍ ສັນຕິພາບ.​ ພິທີສູ່ຂວັນ ດັ່ງກ່າວ ກໍ ຄ້າຍຄືກັນ ກັບ ພິທີມິດຊາ ເພາະວ່າ ມີ ການ ໄຫວ້ພຣະ ພາວັນນາ ແລະ ການຮ່ວມຮັບບູນ ຊື່ງ ໃນ ພິທີບາສີ ນັ້ນ ແມ່ນ ການຮ່ວມພາເຂົ້າ ສາມະຄີ »

ສ່ວນ ຊາວລາວ ໃນ ຕ່າງແດນ ນັ້ນ ກໍໄດ້ພາກັນ ແຕ່ງ ຄໍາສູດຂັວນ ໃຫ້ ຖືກ ກັບ ສະພາບການ ຕົວຈີງ ຂອງ ຊີວິດ ຄວາມເປັນຢູ່ ຂອງ ຜູ່ ທີ່ ໄດ້ ຮັບກຽດ ບາສີສູ່ຂັວນ ໂດຍ ໄດ້ນໍາເອົາ ແນວຕະລົກ ບາງອັນບາງຢ່າງ ເຂົ້າ ປະສົມ ເພື່ອ ສ້າງບັນຍາກາດ ອັນດີ ແລະ ອົບອູ່ນ ຂື້ນມາ. ບາງເທື່ອ ກໍ ມີ ການສູດຂວັນ ເປັນ ພາສາຝຣັ່ງ ອັງກິດ ຫລື ອື່ນໆອີກ ເພື່ອ ໃຫ້ ຜູ່ທີ່ໄດ້ຮັບກຽດ ເປັນ ເຈົ້າພິທີການ ນັ້ນ ເຂົ້າໃຈດີ ເຖີງ ຄວາມຮັກແພງ ສາມະຄີ ແລະ ຄວາມປາຖນາດີ ຂອງ ເພື່ອນມິດ ແລະ ຄອບຄົວ ທີ່ ໄດ້ພາກັນ ມາ ນັ່ງອ້ອມ ພາຂວັນ.

ເປັນທີ່ໜ້າສັງເກດ ອີກ ຄືກັນວ່າ ມີ ແຕ່ ຜູ່ຊາຍ ຈະ ສາມາດ ເປັນ ໝໍພອນ ໃນ ພິທີບາສີ ຜູກແຂນ ທີ່ ໄດ້ຈັດຂື້ນ ຢ່າງ ເປັນ ລະບຽບຮຽບຮ້ອຍ ແປວ່າ ມີ ພາຂວັນ, ມີ ແຂກຄົນ ແລະ ເພື່ອນມິດ ເຂົ້າຮ່ວມ ພ້ອມທັງມີ ການຮ່ວມພາເຂົ້າ ສາມະຄີ, ໃນ ຂະນະທີ່ ແມ່ເຖົ້າ ແມ່ປ້າ ຈະເປັນຜູ່ກໍາກັບ ການຜູກແຂນ ນ້ອຍ ພາຍໃນຄອບຄົວ. ແຕ່ວ່າ ໃນ ຖັນແຖວ ຂອງ ໄທດໍາ ໄທແດງ ຫລື ໄທເມືອງ ນັ້ນ ສະຕຣີ ກໍ ສາມາດ ເປັນໝໍພອນໄດ້ ຄື ພວກຜູ່ຊາຍ.

ຫມໍພອນ ຜູກແຂນ ໃຫ້ຄູ່ຜົວເມັຍ ໃຫມ່  (Oregon, octobre 2012)

ຫມໍພອນ ຜູກແຂນ ໃຫ້ຄູ່ຜົວເມັຍ ໃຫມ່ (Oregon, octobre 2012)

ເຫດຜົນ ຕົ້ນຕໍ ກໍ ຄົງ ຈະມາຈາກ ຜົນກະທົບ ຂອງ ການນັບຖື ພຸທສາສນາ ຂອງ ຊົນເຊື້ອ ຊົນເຜົ່າ ໄຕ-ລາວ ທີ່ໄດ້ພາກັນ ມີ ຄວາມເຂົ້າໃຈວ່າ ມີ ແຕ່ ຜູ່່ຊາຍ ຜູອາວຸໂສ ແລະ ຜູ່ມີທີ່ເຄີຍໄດ້ບວດ ເທົ່ານັ້ນ ທີ່ ຈະສາມາດ ເປັນໝໍພອນ ແລະ ເປັນຜູ່ຕິດຕໍ່ ກັບ ສີ່ງສັກສິດ ທີ່ ພວກເຮົາ ບໍ່ສາມາດ ເຫັນໄດ້ ດວ້ຍ ຕາເປົ່າ ດັ່ງ ທີ່ ທ່ານ ສເຕພານ ໄບເລ່ ໄດ້ ຮັບຮູ້:

« ຄວາມສູດ ມີ ຄວາມສໍາຄັນ ຫລາຍ ພິເສດ ຕົ້ນຕໍ ໃນພິທີການ ຕ່າງໆ ຂອງ ລາວ ແລະ ຄວາມສູດ ທີ່ ມີ ພລັງແຮງ ຫລາຍ ກ່ອນໝູ່ໝົດ ນັ້ນ ກໍແມ່ນ ຄວາມສູດ ເປັນ ພາສາ ປາລີ ແລະ ສູດ ໂດຍ ຄູບາອາຈານ. ແລະ ຄຸນນະວຸດທິ ທີ່ ສໍາຄັນທີ່ສຸດ ຂອງ ໝໍພອນ ກໍແມ່ນ ຕ້ອງ ສາມາດເວົ້າ ຄວາມປາລີ ຢ່າງ ຄ່ອງແຄ້ວ ແລະ ມ່ວນຫູ ຜູ່ຟັງ ເພື່ອ ໃຫ້ ມັນ ມີ ປະສິດທິຜົນ ອັນດີ ນອກຈາກ ຈະ ໄດ້ ເຂົ້າບວດ ມາກ່ອນ ແລ້ວ. »

 ສັງເກດໄດ້ ອີກ ວ່າ ໄດ້ ມີ ສະຕຣີ ຫລາຍຂື້ນ ທີ່ ໄດ້ກາຍມາເປັນ ຜູ່ນໍາພາ ໃນ ພິທີການ ທາງ ພຸທສາສນາ ບໍ່ວ່າ ໃນ ລາວ ຫລື ໃນ ຕ່າງແດນ.​ ກໍ ແປວ່າ ໃນ ອານາຄົດ ອັນໃກ້ນີ້ ສະຕຣີ ກໍ ຄົງຈະສາມາດ ກໍາໜ້າທີ່ ເປັນ​ ໝໍພອນ ໄດ້ ຄື ກັນ ເນື່ອງຈາກວ່າ ແຕ່ ດືກດໍາບັນມາ ສະຕຣີ ກໍເຄີຍ ມີໜ້າທີ່ສໍາຄັນ ໃນການຕິດຕໍ່ ກັບ ສີ່ງສັກສິດ ໂດຍ ເປັນ ນາງທຽມ ຫລື ແມ່ທຽມ ດັ່ງທີ່ ທ່ານນາງ ມະຍູຣີ ເຫງົ້າສີວັດທນ໊ ໄດ້ ອະທິບາຍ: « ໃນ ຊີວິດ ປະຈໍາວັນ ຜູ່ຍີງ ທີ່ເຮັດໜ້າທີ່ ຕິດຕໍ່ກັບ ຄົນຕາຍ ແລ້ວ ແລະ ຄົນທີ່ຍັງມີຊີວິດ ແມ່ນ ມີ ຊື່ ວ່າ ນາງທຽມ ຫລື ແມ່ທຽມ »

ປູ່ເຢີ ຍ່າເຢີ

ປູ່ເຢີ ຍ່າເຢີ

ພ້ອມດຽວກັນນັ້ນ ທ່ານນາງ ມະຍູຣີ ກໍຍັງໄດ້ ຢໍ້າເຖີງ ຄວາມສໍາຄັນ ແລະ ຄວາມເກັ່ງກ້າ ຂອງ ບັນດາສະຕຣີ ໃນ ດືກດໍາບັນ ບໍ່ວ່າ ແມ່ຍ່າງ່າມ (ຍ່າເຍີ) ທີ່ໄດ້ຂັນອາສາ ໄປຕັດ ຕົ້ນເຄືອເຂົາກາດ ກັບ ຜົວ ປູ່ເຍີ ເພື່ອ ຊວ່ຍເຫລືອ ໃຫ້ ໂລຄມະນຸດ ໜີອອກຈາກ ຄວາມມືດມົນ ແລະ ໄດ້ ຮັບ ຄວາມອົບອູ່ນ ຈາກ ແສງສະຫວ່າງ ຂອງ ຕາເວັນ ອີກໄໝ່. ສ່ວນ ນາງ ຕັນໄຕ ນັ້ນ ໄດ້ ອາສາສມັກ ຕາຍ ແທນ ບັນດາຍີງສາວ ຂອງ ອານາຈັກ ຂອງ ຜູ່ເປັນພໍ່ ທີ່ ຢາກລ້າງແຄ້ນ ພຣະມະເຫສີ ໄປມີຊູ້ ແລະ ນາງ ສີດາ ແຫ່ງ ນະຄອນຈໍາປາ ໄດ້ ມອບຊີວິດ ຕາຍ ແທນ ພໍ່ ໃນ ຂະນະດຽວກັນ ທີ່ ແມ່ ຂອງ ສີງໄຊ ໄດ້ ບໍລິຫານ ບ້ານເມືອງ ແທນ ກະສັດ ພຣະສະຫວາມີ ຂອງ ພຣະນາງເອງ ເມື່ອ ພຣະອົງ ໄດ້ ຊົງ ເຂົ້າ ໄປບວດ.

ແລະ ຊາວລາວເຮົາ ກໍ ຮູ້ ດີ ເຖີງ ການເສັຽສະລະ ຊີວິດ ຂອງຕົນ ແລະ ລູກນ້ອຍ ທີ່ຍັງຢູ່ໃນທ້ອງ ຂອງ ຍາແມ່ ສີເມືອງ ທີ່ໄດ້ໂດດລົງໄປ ໃນ ຂູມ ຫລັກເມືອງ ນະຄອນຫລວງ ວຽງຈັນ ພ້ອມໆກັນ ກັບ ເສົາຫລັກເມືອງ.

 ວ່າດ້ວຍຜົນປະໂຫຍດຂອງບາສີ

 ຄວາມສໍາຄັນ ແລະ ຜົນປະໂຫຍດ ຂອງ ພິທີບາສີ ຜູກແຂນ ຫລື ສູ່ຂວັນ ນີ້ ແມ່ນ ໄດ້ ຖືກຮັບຮູ້ ຈາກ ນັກຊ່ຽວຊານ ຈາກ ເຂດຕາວັນຕົກ ທີ່ ໄດ້ ພາກັນ ອະທິບາຍ ວ່າ ພະລັງແຮງ ຂອງ ການເຕົ້າໂຮມ ຮັດແຫນ້ນ, ຄວາມຮັກແພງ ສາມະຄີ ພ້ອມດ້ວຍ ການເປັນນໍ້ານື່ງ ໃຈດຽວ ກັນ ນີ້ ແມ່ນ ມີ ຜົນກະທົບ ອັນດີ ແທ້ ແກ່ ຜູ່ ທີ່ ໄດ້ ຮັບ ການບາສີ ແລະ ແຂກຮັບເຊີນ ທີ່ ໄດ້ ເຂົ້າຮ່ວມ ພິທີການ ດັ່ງກ່າວ.

ພິທີບາສີ ກໍແມ່ນ ໂອກາດ ອັນດຽວ ເທົ່ານັ້ນ ໃນ ຊີວິດ ຂອງ ມະນຸດເຮົາ ທີ່ ຈະ ໂຮມເອົາ ຄົນ ຈາກໝູ່ບ້ານນື່ງ ຫລື ຄອບຄົວນື່ງ, ແປວ່າ ເປັນຜູ່ຕາງໜ້າ ຂອງ ສັງຄົມ, ພ້ອມດ້ວຍ ສີນທັມ ສີ່ງສັກສິດ ທັມຊາດ ສີ່ງແວດລ້ອມ ເທວະບຸດ ເທວະດາ ເຈົ້າຖີ່ນ ເຈົ້າຖານ ນາງແມ່ທໍລະນີ ແລະ ຂັວນ ໃຫ້ ພາກັນ ນໍາເອົາ ຄວາມຈົບຄວາມດີ ຄວາມສຸກກາຍສະບາຍໃຈ ຄວາມຮັ່ງມີເປັນດີ ຄວາມຮັກແພງສາມະຄີ ແໜ້ນແກ່ນ ເອົາມາ ໃຫ້ ແກ່ ຜູ່ທີ່ໄດ້ຮັບກຽດ ບາສີ ຜູກແຂນ.

ຄວາມດີໃຈ ແລະ ຊົມຊື່ນຍີນດີ  ໃນ ມື້ບາສີ ແຕ່ງງານ ທື່ ກຸງປາຣີ

ຄວາມດີໃຈ ແລະ ຊົມຊື່ນຍີນດີ ໃນ ມື້ບາສີ ແຕ່ງງານ ທື່ ກຸງປາຣີ

ກໍຄົງຈະແມ່ນ ເພື່ອ ສ້າງຕົວ ປັບຕົວ ພ້ອມທັງ ເປີດອົກເປີດໃຈ, ເປີດ ໝົດ ທຸກພາກສ່ວນ ຂອງ ຮ່າງກາຍ ຂອງຕົນ ຕ້ອນຮັບເອົາຂວັນ ພ້ອມ ທັງ ພອນ ອັນດີພິເສດ ດັ່ງກ່າວ ທີ່ ຜູ່ໄດ້ຮັບບາສີ ຈື່ງນັ່ງ ຢູ່ ແບບ ສງົບງຽບ ສະບາຍໃຈ ບໍ່ເຮັດຫຍັງ ຍີ້ມແປ້ນຕະລອດ ແລະ ຕາມທໍາມະດາແລ້ວ ກໍຮອດບໍ່ມີສິດ ສະແດງຄວາມ ເຈັບປວດກາຍຍາ ເມື່ອຖືກໝູ່ ຜູ່ອິດສາ ບິດແຂນ ບິດຂາ (ເພື່ອຊ່ວຍໃຫ້ຂວັນ ເຂົ້າເນື້ອ ເຂົ້າຄີງດີ ເພີ່ນມັກເວົ້າກັນ) ໃນ ຍາມ ບາສີ ແຕ່ງດອງ.

ທ່ານ ໄບເລ່ ກໍຍັງໄດ້ໃຫ້ ສັນນິຖານ ວ່າ: « ແມ່ນແທ້ ທີ່ ທາງດ້ານສາສນາ ນັ້ນ ຊາວລາວ ມີ ຄວາມເຊື່ອໝັ້ນ ວ່າ ຄວາມສຸກ ອັນ ທີ່ ຫາ ຫຍັງປຽບບໍ່ໄດ້ ນັ້ນ ກໍແມ່ນ ການ ເຂົ້ານິພານ.​ ແຕ່ວ່າ ທາງດ້ານ ພາກປະຕິບັດຕົວຈີງ ແລ້ວ ນັ້ນ ບໍ່ມີຫລາຍຄົນ ດອກ ທີ່ ຈະ ມີ ຄວາມຫວັງ ວ່າ ຈະ ໄດ້ ໄປຮອດຈຸດເດັ່ນ ດັ່ງກ່າວ ແລະ ການຜູກແຂນ ສູ່ຂັວນ ກໍແມ່ນ ຊັ້ນ ອັນສຸງສຸດ ຂອງ ຄວາມສຸກ ທີ່ ຊາວບ້ານ ຈະສາມາດ ໄປຮອດໄປເຖີງ ໄດ້ ໃນ ຊີວິດ ຂອງເຂົາເຈົ້າ. »

ສ່ວນ ຄຸນພໍ່ ມາກແຊນໂລ ຊາໂງ ແລະ ທ່ານ ຊອກເຊີ ກົງໂດມີນັສ ກໍ ໄດ້ ພາກັນ ເຫັນພ້ອມ ວ່າ ພິທີບາສີ ສູ່ຂວັນ ນີ້ ມີ ໜ້າທີ່ ປະກອບສ່ວນ ເຂົ້າ ໃນ ການ ປີ່ນປົວພະຍາດ ໂດຍ ສ້າງ ບັນຍາກາດ ອັນດີ ໃຫ້ ແກ່ ຊີວິດຈິດໃຈ ຂອງ ຜູ່ເຈັບໃຂ້ ແປວ່າ ເປັນ ຕົວແທນ ຂອງ ສັງຄົມ ເຂົ້າໄປຊ່ວຍ ລົດຜ່ອນ ຄວາມເຈັບປວດ ຊ່ວຍລົດຜ່ອນ ຄວາມອຸກມົກອຸກໃຈ ເພື່ອ ຊ່ວຍຢູ້ ໃຫ້ ຜູ່ ເຈັບໂຊ ນັ້ນ ມີ ອາການດີ ຂື້ນມາ. ການທີ່ ພາຂວັນ ໄດ້ ກາຍ ມາ ເປັນ ໃຈກາງຈັກວານ ຊົ່ວຄາວ ນັ້ນ ກໍ ປະກອບສ່ວນ ຊີ້ບອກ ວ່າ ຜູ່ ທີ່ ໄດ້ ຮັບກຽດ ບາສີ ສູ່ຂວັນ ນັ້ນ ແມ່ນ ຜູ່ ທີ່ ມີ ຄວາມສໍາຄັນ ຫລາຍທີ່ສຸດ ໃນມື້ນັ້ນ ແລະ ໃນເວລານັ້ນ ຊື່ງເພີ່ນເອີ້ນກັນວ່າ ມື້ສັນວັນຊອບ ມື້ປະກອບຈົບງາມ...

ຄວາມດີໃຈ ແລະ ຄວາມພູມໃຈ ເນື່ອງໃນໂອກາດ ບາສີ ແຕ່ງງານ ທີ່ ເມືອງປອກແລນ

ຄວາມດີໃຈ ແລະ ຄວາມພູມໃຈ ເນື່ອງໃນໂອກາດ ບາສີ ແຕ່ງງານ ທີ່ ເມືອງປອກແລນ

« ພິທີ ສູ່ຂວັນ ສາມາດ ເຮັດໃຫ້ ເກີດມີ ອານາໄມ ທາງດ້ານ ແນວຄິດຈິດໃຈ ທີ່ ຈະ ຊ່ວຍເຫລືອແກ້ໃຂ ປີ່ນປົວພະຍາດ ເພາະວ່າ ມັນ ເປັນຜູ່ນໍາ ຄວາມທຸ່ນທ່ຽງ ທາງດ້ານ ຈິດຕະວິທຍາ ມາ ໃຫ້ ຄອບຄົວ ພ້ອມທັງ ພາໃຫ້ຄອບຄົວ ແລະ ສັງຄົມ ຮັບຮູ້ ແລະ ນັບຖື ຜູ່ ທີ່ ໄດ້ຮັບ ການບາສີ ຜູກແຂນ ນັ້ນ. ສະລູບແລ້ວ ການສູ່ຂວັນ ນີ້ ກໍ ຊີ້ບອກ ໃຫ້ພວກເຮົາ ໄດ້ ເຂົ້າໃຈ ວ່າ ເພື່ອ ຈະ ປີ່ນປົວ ພະຍາດ ທາງດ້ານຮ່າງກາຍ ກໍຕ້ອງ ປີ່ນປົວ ຂວັນ ກ່ອນ ແລະ ຕ້ອງ ເຕົ້າໂຮມເອົາ ຄວາມເລີກຊື່ງ ພາຍໃນຮ່າງກາຍ ຄືນມາ ເພື່ອ ໃຫ້ ຄົນຜູ່ນື່ງ ມີ ສຸຂພາບ ອັນ ດີ ຄືນມາ ອີກໄໝ່ », ຄຸນພໍ່ ຊາໂງ ໄດ້ ອະທິບາຍ.

ເປັນທີ່ຮູ້ກັນດີແລ້ວວ່າ ເມື່ອ ພວກເຮົາ ມີ ໜ້າຕາສົດຊື່ນ ມີ ຈິດໃຈ ເບີກບານ ມ່ວນຊື່ນ ມີອາລົມດີ ບໍ່ອຸກບໍ່ອັ່ງ ບໍ່ຄືດນໍາຫຍັງ ຮ່າງກາຍ ຂອງ ພວກເຮົາ ກໍຈະມີເຮື່ອ ມີແຮງ ດີ ຂື້ນມາ ພ້ອມທັງ ຈະ ຜະລິດ  ສີ່ງຈົບຂອງດີ ທາງດ້ານເຄມີ ມາຊູກຢູ້ ມາຊ່ວຍຊູ ໃຫ້ພວກເຮົາ ມີ ສຸກຂະພາບ ແຂງແຮງ ດີ ຈົນ ສາມາດ ປະທະ ແລະ ຕໍ່ສູ້ ກັບ ພະຍາດຕ່າງໆ ແບບ ມີ ປະສິດທິຜົນ ໂດຍ ມີ ພະລັງແຮງ ມະຫັສຈັນ ມາຊົດຊ່ວຍ ມາອູ້ມຊູ.

ນັກຊ່ຽວຊານ ທາງດ້ານມະນຸດສາດ ຂອງ ສະມາຄົມ ເງສາ ໂຣແຫມ (Association Geza Roheim) ໄດ້ຂຽນວ່າ: « ໃນທົ່ວໂລກ ມະນຸດເຮົາ ໄດ້ ມີການຕິດຕໍ່ ມີການພົວພັນ ກັບ ສີ່ງທີ່ບໍ່ແມ່ນຄົນ ຕະລອດມາ, ບໍ່ວ່າ ຈະເປັນ ສີ່ງທີ່ ຢູ່ເທີງດີນ ສີ່ງສັກສິດ ຫລື ວ່າ ສີ່ງທີ່ບໍ່ເຫັນ ດ້ວຍຕາເປົ່າ. ການພົວພັນ ແບບ ພິເສດ ດັ່ງກ່າວນີ້  ກໍ ໄດ້ ໃຫ້ ຄວາມຊ່ວຍເຫລືອ ໃນ ການປີ່ນປົວພະຍາດ ຫລື ຢ່າງນ້ອຍທີ່ສຸດ ກໍ ໄດ້ ຊ່ວຍ ຜ່ອນຄາຍ ຄວາມເຈັບໄຂ້ ໄດ້ປ່ວຍ ຊ່ວຍ ລົດ ຄວາມຮຸນແຮງ ຂອງ ພະຍາດ ທີ່ ເຮັດໃຫ້ ມະນຸດເຮົາ ເຈັບປວດ ທົນທຸກທໍລະມານ. »

ເຈົ້າສາວ ດີໃຈຫລາຍ ພິເສດ  (Paris, mai 2012)

ເຈົ້າສາວ ດີໃຈຫລາຍ ພິເສດ (Paris, mai 2012)

ທ່ານ ກະໂລດເດີ ເລວີສະຕຣົດ (Claude Lévi-Strauss) ກໍ ໄດ້ ເວົ້າວ່າ ແມ່ນ ປະສິດທິຜົນ ແບບວາດພາບເອົາ (efficacité symbolique, Symbolic Efficiency) ແປວ່າ ຖືກປີ່ນປົວ ທາງດ້ານ ແນວຄິດຈິດໃຈ, ທາງດ້ານ ຈິດຕະວິທຍາ ເຮັດ ໃຫ້ ເຊົາ ຄວາມອຸກໝົກອຸກໃຈ ແລ້ວ ກໍຈະຊ່ວຍ ໃຫ້ ສະຖານະການ ທົ່ວໄປ ຂອງ ຄົນເຈັບ ຄົນໃຂ້ ຜູ່ນັ້ນ ທຸເລົາ ລົງ ໄປ ຫລື ວ່າ ອາດຈະດີ ແທ້ໆ ກໍມີ.

ທ່ານ ເລວີສະຕຣົດ ແລະ ນັກສ່ຽວຊານ ທາງດ້ານມະນຸດສາດ ໄດ້ ພາກັນ ອອກ ທິສດີ ດັ່ງກ່າວ ຫລັງຈາກໄດ້ສືກສາ ການສູດ ຂອງ ໝໍພື້ນບ້ານ ອີນເດັຍແດງ ຊາວ ກູຍນາ (Cunas ou Kunas) ໃນ ປະເທດປານາມາ (Panama) ເພື່ອ ຊ່ວຍເຫລືອ ແມ່ມານຜູ່ນື່ງ ທີ່ ອອກລູກຍາກ ໃຫ້ ໄດ້ຮັບຜົນສໍາເລັດ ອັນດີ. ໃນການສູດນັ້ນ ໝໍພື້ນບ້ານ ໄດ້ເວົ້າເຖີງ ການຕໍ່ສູ້ ອັນຍືດຍາວ ກັບ ເຈົ້າມູຍ (Muu) ຊື່ງ ຊົນຊາດຊົນເຜົ່າ ດັ່ງກ່າວ ຖື ວ່າ ແມ່ນ ເປັນ ຜູ່ຮັບຜິດຊອບ ການເກີດ ຂອງ ເດັກນ້ອຍ ໃນ ທ້ອງແມ່ ຂອງ ລາວ. ການສູດມົນ ດັ່ງກ່າວ ກໍແມ່ນ ແນໃສ່ ນໍາເອົາ ຈິດ ຝາແຝດ ທີ່ ໄດ້ ຖືກ ລັກ ເອົາໄປ ໂດຍ ພວກມານ ພວກຜີ ເອົາ ໄປ ຢູ່ ໃນ ໂລກ ຂອງ ສີ່ງສັກສິດ ນັ້ນ ເອົາ ຄືນ ມາໃຫ້ລາວ ເພື່ອວ່າ ລາວ ຈະມີເຮື່ອ ມີແຮງ ມີ ກໍາລັງວັງຊາ ສໍາລັບ ເບັ່ງລູກ ອອກມາ ໄດ້.

ແລະ ທ່ານ ເລວີສະຕຣົດ ກໍ ໄດ້ ອະທິບາຍ ວ່າ ການປີ່ນປົວ ແບບ ພື້ນບ້ານພື້ນເມືອງ ນີ້ ມີ ຜົນດີ ຄ້າຍ ຄື ກັນ ກັບ ການປີ່ນປົວ ທາງດ້ານຈິດຕະວິທຍາ ແບບຕາວັນຕົກ (psychanalyse).

ດີໃຈ ແລະ ພູມໃຈ ໃນ ວັນຜູກແຂນ ບາສີ

ດີໃຈ ແລະ ພູມໃຈ ໃນ ວັນຜູກແຂນ ບາສີ

ສໍາລັບ ນັກຄົ້ນຄົ້ວ ຝຣັ່ງເສດ ແລ້ວ ໝໍພອນ ກໍ ແມ່ນ ຄືກັນກັບ ນາຍໝໍ ແຕ່ ແທນທີ່ ຈະ ປີ່ນປົວ ພະຍາດ ພັດແມ່ນ ປີ່ນປົວ ຂັວນ ແປວ່າ ປີ່ນປົວ ສີ່ງທີ່ອາໃສຢູ່ ໃນ ຕົນໂຕ ຂອງ ພວກເຮົາ ທີ່ ພວກເຮົາ ເບີ່ງບໍ່ເຫັນດວ້ຍຕາເປົ່າ ແຕ່ວ່າ ມີ ຄວາມສໍາຄັນ ພິເສດຕົ້ນຕໍ ສໍາລັບ ສຸກຂະພາບ ແລະ ຄວາມຢູ່ດີກີນດີ ຂອງ ພວກເຮົາ.​ ໃນ ຄໍາ ວ່າ ໝໍພອນ ນັ້ນ ກໍ ມີ ຄໍາ ວ່າ ໝໍ ຕິດຢູ່ນໍາ

ນອກຈາກ ຈະ ປະກອບສ່ວນ ເຂົ້າ ໃນ ການ ປີ່ນປົວພະຍາຄ ແລ້ວ ຄຸນພໍ່ ມາກແຊນໂລ ຊາໂງ ແລະ ທ່ານ ໂອກີ່ນ ຊູມພັນພັກດີ ກໍ ຍັງ ໄດ້ ອະທິບາຍຕື່ມ ອີກວ່າ ການບາສີ ຜູກແຂນ ນີ້ ຍັງ ພາໃຫ້ຂວັນ ທີ່ ຢູ່ໃນເນື້ອໃນຄີງ ແລ້ວ ໃຫ້ ມີ ຄວາມສົດຊື່ນແຈ່ມໃສ ຂຍັນຂັນແຂງ ຂື້ນມາ ຕື່ມອີກ ຊື່ງ ກໍ ຈະພາໃຫ້ ຂວັນ ດັ່ງກ່າວ ສາມາດ ນໍາ ຄວາມສຸກກາຍສະບາຍໃຈ ນໍາ ຄວາມຢູ່ດີມີແຮງ ມາໃຫ້ ເຈົ້າຂອງຂວັນ ນໍາອີກດ້ວຍ.

ແລະ ການ ທີ່ ມີ ພີ່ນ້ອງ ເພື່ອນມິດ ມາ ນັ່ງອ້ອມ ພາຂວັນ ມານັ່ງ ເປັນນໍ້ານື່ງໃຈດຽວ ມານັ່ງສະແດງຄວາມຮັກແພງ ສາມັກຄີກົມກ່ຽວ ກັບ ຜູ່ທີ່ໄດ້ຮັບກຽດ ບາສີຜູກແຂນ ນັ້ນ ກໍ ຈະ ພາ ໃຫ້ລາວ ແລະ ໝົດທຸກຄົນ ທີ່ ໄດ້ ເຂົ້າຮ່ວມພິທີການ ດັ່ງກ່າວ ມີ ຄວາມດີໃຈ ພູມໃຈ ພາກັນໄດ້ຮັບ ພະລັງແຮງ ຂອງ ຄວາມຈົບຄວາມດີ ດັ່ງກ່າວ ໄປ ພ້ອມໆກັນ. ເນື່ອງ ຈາກວ່າ ການຮ່ວມ ພິທີ ບາສີຜູກແຂນ ນີ້ ມັນ ຊີ້ບອກວ່າ ຂ້ອຍ ແລະ ເຈົ້າ ພ້ອມດ້ວຍ ຍາດຕີພີ່ນ້ອງ ເພື່ອນມິດ ທຸກຖ້ວນໜ້າ ຍັງມີຄວາມຮັກແພງ ຍັງມີຄວາມນັບຖື ຍັງມີຄວາມເປັນຫ່ວງເປັນໄຍ ຊື່ງກັນແລະກັນ ດັ່ງທີ່ເຄີຍມີມາ ໃນ ອະດິດ ແລະ ຍັງມີຄວາມຫວັງ ອັນແຮງກ້າ ທີ່ ຈະຢູ່ຮ່ວມກັນໄປ ໃນຄອບຄົວ ແລະ ສັງຄົມ ເປັນເວລາ ອີກ ດົນນານ ໃນ ອານາຄົດ ຂ້າງໜ້າ.

ຄອບຄົວຕູ້ມລຸມຫູ້ມຮໍ່ສະແດງ ຄວາມຮັກແພງ ສາມະຄີ ຕໍ່ ຜູ່ທີ່ໄດ້ຮັບກຽດ ບາສີ

ຄອບຄົວຕູ້ມລຸມຫູ້ມຮໍ່ ສະແດງ ຄວາມຮັກແພງ ສາມະຄີ ຕໍ່ ຜູ່ທີ່ໄດ້ຮັບກຽດ ບາສີ

ແລະ ເມື່ອ ມີ ການຜິດຂ້ອງ ຕ້ອງຖຽງ ພາຍໃນຄອບຄົວ ຫລື ມີການປະພືດ ທີ່ ຜິດ ຕໍ່ ຮີດຄອງປະເພນີ ເກົ່າແກ່ ການຜູກແຂນ ບາສີ ນີ້ ກໍແມ່ນ ເປັນການຮັບຮູ້ ຄວາມຜິດພາດ ພ້ອມທັງເປັນການຄາລະວະ ສົມມາ ພໍ່ແມ່ເຖົ້າແກ່ ແລະ ສີ່ງສັກສິດ ທັງຫລາຍທັງປວງ ແລະ ທັງຮັບເອົາ ຜູ່ໄດ້ຮັບເຄາະ ນັ້ນ ໃຫ້ ກັບຄືນມາເປັນ ຄົນ, ຄືນ ມາເປັນພົນລະເມືອງ ຜູ່ ດີ ຂອງສັງຄົມ, ໂດຍ ໃຫ້ ລາວ ເຂົ້າໃຈດີ ວ່າ ຄອບຄົວ ຊາວບ້ານ ຊາວເມືອງ ແລະ ໝົດທຸກຄົນ ໃນ ສັງຄົມ ຍັງ ຮັກແພງ ຍັງ ນັບຖື ແລະ ຍັງ ມອບ ຄວາມຫວັງ ໃນ ອານາຄົດ ເອົາໄວ້ ກັບ ລາວ ອີກ ຢູ່.

ການ ຜູກແຂນ ສູ່ຂວັນ ນີ້ ຍັງ ພາໃຫ້ ທຸກພາກສ່ວນ ຂອງ ຄົນຜູ່ນື່ງ ກັບຄືນມາ ຢູ່ໃນເນື້ອໃນຄີງ ໂດຍສະເພາະແລ້ວ ເມື່ອ ມີການເສັຍຂວັນ ຫລັງຈາກ ໄດ້ ມີ ອຸປະຕິເຫດ ຕົກຕົ້ນໄມ້ ຕົກເຮືອນ ຕົກຊານ ຫລື ລົ້ມລົງ ໃນ ຫົນທາງ ຫລື ຖືກ ຜູ່ຮ້າຍອ້າຍຄະໂມຍ ປຸ້ນ ຫລື ທຸບຕີ ຫລື ອຸປະຕິເຫດ ລົດຕໍາກັນ ດັ່ງນີ້ ເປັນຕົ້ນ.

« ການຕອບແທນ ປົວແປງ ນີ້ ບໍ່ແມ່ນຈະມີ ແຕ່ ທາງດ້ານກົດໝາຍ ເທົ່ານັ້ນ ແຕ່ ຕ້ອງມີ ທາງດ້ານຄວາມເປັນມະນຸດ ຂອງລາວ ອີກ. ຜູ່ ທີ່ ຖືກລ່ວງເກີນ ຫລື ເສັຍໜ້າເສັຍປຽບ ຕ້ອງ ຖືກ ນໍາ ກັບຄືນມາ ຢູ່ ໃນ ຄອບຄົວ ແລະ ສັງຄົມ ຢ່າງ ເຕັມເມັດເຕັມສ່ວນ ພ້ອມທັງໃຫ້ລາວ ໄດ້ ຮັບການນັບຖື ຈາກ ພໍ່ແມ່ ແລະ ບັນພະບູລຸດ ຜູ່ທີ່ໄດ້ລ່ວງລັບ ໄປແລ້ວນັ້ນ. ທັງໝົດນີ້ ກໍຈະເກີດຂື້ນມາ ໃນ ພິທີ ບາສີສູ່ຂວັນ ນັ້ນເອງ », ຄຸນພໍ່ ຊາໂງ ໄດ້ ອະທິບາຍ.

ພີ່ນ້ອງຕຸ້ມລຸມ ຊ່ວຍຈັບມືຖືແຂນ ໃນມື້ກີນດອງ ທີ່ ມົງເຣອານ 1995

ພີ່ນ້ອງຕຸ້ມລຸມ ຊ່ວຍຈັບມືຖືແຂນ ໃນມື້ກີນດອງ ທີ່ ມົງເຣອານ 1995

ພ້ອມດຽວກັນ ກັບ ການນໍາເອົາ ບຸກຄົນ ຜູ່ນື່ງ ກັບຄືນມາ ມີໜ້າມີຕາ ມີໜ້າທີ່ ແລະ ຕໍາແໜ່ງ ອັນສົມບູນແບບ ພາຍໃນສັງຄົມ ພິທີບາສີຜູກແຂນ ນີ້ ກໍ ຍັງ ນໍາເອົາ ຄວາມທູ່ນທ່ຽງ ນໍາເອົາ ສະເຖັຽລະພາບ ແລະ ນໍາເອົາ ຄວາມຮັກແພງ ສາມະຄີ ເປັນ ນໍ້ານື່ງ ໃຈດຽວກັນ ກັບ ຄືນ ມາໃຫ້ ຄອບຄົວ ນື່ງ ບ້ານນື່ງ ແລະ ສັງຄົມນື່ງ. ນີ້ ກໍແມ່ນ ຫລັກການສໍາຄັນຕົ້ນຕໍ ຂອງ ການ ມີ ຊີວິດ ທີ່ເຕັມໄປດ້ວຍ ຄວາມ ສຸກກາຍ ສະບາຍໃຈ ຄວາມ ພາກພູມໃຈ ແລະ ຄວາມ ພໍໃຈ ຂອງ ໝົດທຸກໆຄົນ ໃນ ຄອບຄົວ ຫລື ສັງຄົມ ແປວ່າ ຄວາມດູ່ນດ່ຽງ ແລະ ສະເຖັຽລະພາບ ລະຫວ່າງ ສີ່ງທີ່ຕາເບີ່ງໄດ້ ແລະ ສີ່ງທີ່ຕາເປົ່າບໍ່ສາມາດ ເຫັນໄດ້. ແມ່ນ ຄວາມດູ່ນດ່ຽງ ລະຫວ່າງ ຕົນຕົວເຮົາ ແລະ ຂັວນ ພ້ອມດ້ວຍ ຊີວິດຈິດໃຈ ຄວາມດູ່ນດ່ຽງ ລະຫວ່າງ ມະນຸດເຮົາ ແລະ ທັມຊາດ ສີ່ງແວດລ້ອມ, ແລະ ຄວາມດູ່ນດ່ຽງ ລະຫວ່າງ ມະນຸດເຮົາ ແລະ ສີ່ງສັກສິດ ທັງຫລາຍທັງປວງ ນັ້ນ ເອງ.

ໄທອີ່ສານ ຮ້ອງ ພິທີ ທັງໝົດ ນີ້ ວ່າ ການທໍາຂັວນ.

ແລະ ທຸກໆເມື່ອ ທີ່ ມີ ເຫດການໄໝ່ ເກີດຂື້ນມາ ໃນ ຄອບຄົວນື່ງ ຫລື ໃນ ສັງຄົມນື່ງ ຄວາມດູ່ນດ່ຽງ ດັ່ງກ່າວ ກໍ ຈະ ມີ ສ່ວນເປົ່າວ່າງ ມີ ປົມດ້ອຍ ມີ ບ່ອນແຕກ ບ່ອນເພ ນໍາຄວາມປັ່ນປ່ວນ ມາໃຫ້ ຄອບຄົວ ນັ້ນ ແລະ ສັງຄົມ ນັ້ນ. ຕົວຢ່າງ: ເມື່ອມີເດັກນ້ອຍ ເກີດຂື້ນມາ ກໍມີສະມາຊີກ ອີກ ຜູ່ ນື່ງ ເຂົ້າມາຕື່ມ ໃນ ຄອບຄົວ ພ້ອມທັງໄດ້ປ່ຽນ ຖານະຕໍາແໜ່ງ ຂອງ ຜູ່ເປັນເມັຍ ແລະ ລຸກສາວຫລານສາວ ໃຫ້ໄດ້ກາຍ ມາ ເປັນ ແມ່ ພ້ອມທັງໄດ້ນໍາ ຄວາມດີອົກດີໃຈ ມາໃຫ້ໝົດທຸກຄົນ ໃນ ຄອບຄົວນັ້ນ. ແຕ່ວ່າ ເຫດການ ອັນຈົບງາມດີ ນີ້ ກໍໄດ້ພາໃຫ້ ບັນຍາກາດ ມີ ການປ່ຽນແປງ ປ່ຽນຈາກ ສະພາບການ ທໍາມະດາ ມາເປັນ ສະພາບການ ທີ່ມີຄວາມມ່ວນຊື່ນ ດີອົກດີໃຈ ພ້ອມທັງມີ ສຽງເດັກນ້ອຍໄຫ້ ທັງເຊົ້າ ແລະ ແລງ ແປວ່າ ມີ ການແຕກຕື່ນ ຊື່ງກໍອາດຈະພາໃຫ້ ຂວັນ ບາງຂວັນ ພາກັນ ໜີອອກໄປ ທ່ຽວຫລີ້ນ ກໍເປັນໄປໄດ້. ກໍແປວ່າ ແມ່ນ ມີ ຄວາມຈໍາເປັນ ທີ່ສຸດ ທີ່ ຈະຕ້ອງຈັດ ພິທີບາສີ ຜູກແຂນ ຂື້ນມາ ໃນມື້ ອອກກັມ.

ການຜູກແຂນ ສູ່ຂວັນ ອອກກັມ ນີ້ ກໍ ມີ ຄວາມສໍາຄັນ ພິເສດ ໃນຫລາຍໆດ້ານ ຄື:

  1. ນໍາເດັກນ້ອຍ ຜູ່ເກີດໄຫມ່ ມາສເນີ ຕໍ່ຊາວບ້ານ ແລະ ຕໍ່ສັງຄົມ ເພື່ອໃຫ້ໝົດທຸກຄົນ ຮັບຮູ້ ແລະ ຮັບເອົາ ສະມາຊີກ ຄົນໄຫມ່ນີ້
  2. ຮັບຮູ້ ເອົາ ສັດຕຣີ ໃນຖານະໃໝ່ ຂອງລາວ ຄື ເປັນແມ່ ເປັນຜູ່ປະເສີດ ແລະ ເປັນຜູ່ໃຫ້ກໍາເນີດ ແກ່ ບຸດຕຣາບຸດຕຣີ ພ້ອມທັງ ສັນລະເສີນຊົມເຊີຍ ແລະ ຮ້ອງເອົາ ຂັວນ ຂອງລາວ ທີ່ ໄດ້ ແຕກໜີອອກໄປ ໃນ ຕອນເຈັບທ້ອງ ອອກລູກ ນັ້ນ ໃຫ້ພາກັນ ກັບຄືນເນື້ອຄືນຕົວ
  3. ນໍາເອົາ ຄວາມດູ່ນດ່ຽງ ນໍາເອົາ ສະເຖັຽລະພາບ ທີ່ ໄດ້ ແຕກພັງທະລາຍໄປນັ້ນ ໃຫ້ ກັບຄືນມາຢູ່ ໃນ ຄອບຄົວນັ້ນ ໃນ ບ້ານນັ້ນ ແລະ ໃນ ສັງຄົມນັ້ນ ເພື່ອ ຄວາມຢູ່ດີກີນດີ ແລະ ຄວາມວັທນາຖາວອນ ຂອງຄອບຄົວ ຂອງບ້ານ ແລະ ຂອງສັງຄົມ ດັ່ງກ່າວ ນັ້ນເອງ

    ຜູກແຂນ ອອກກໍາ ຢູ່ ກຸງປາຣີ ໃນ ປີ 1990

    ຜູກແຂນ ອອກກໍາ ຢູ່ ກຸງປາຣີ ໃນ ປີ 1990

ພວກເຮົາ ສາມາດເຫັນ ຄວາມສໍາຄັນ ພິເສດ ຂອງ ການ ສູ່ຂັວນ ຜູກແຂນ ນີ້ ໃນການທີ່ ແຂກຜູ່ທີ່ໄດ້ຖືກເຊີນ ເຂົ້າຮ່ວມພິທີການ ອັນຈົບງາມນີ້ ຈະບໍ່ປະຕິເສດ ຈັກເທື່ອເລີຍ ເພາະວ່າ ໝົດທຸກຄົນ ຮູ້ດີແກ່ໃຈ ແລ້ວວ່າ ຖ້າຫາກຖືກເຊີນ ກໍເນື່ອງມາຈາກວ່າ ແມ່ນ ພີ່ນ້ອງຄອບຄົວດຽວກັນ ຫລື ບໍ່ ກໍ ຖືກ ຕີລາຄາ ຖືກ ຖື ຄື ວ່າ ເປັນພີ່ເປັນນ້ອງ ທີ່ ມີ ຄວາມໃກ້ສິດ ແລະ ຮັກແພງ ຊື່ງກັນ ແລະ ກັນ ອັນແທ້ຈີງ.

ຄວາມຮັກແພງສາມັກຄີ ການເປັນນໍ້ານື່ງໃຈດຽວກັນ ການເປີດອົກເປີດໃຈ ຮັບເອົາ ແຂກຕ່າງບ້ານ ທ່ານຕ່າງແດນ ຫລື ສະແດງຄວາມດີອົກດີໃຈ ຕໍ່ ຜົນງານອັນດີ ຂອງ ສະມາສີກ ຂອງ ຄອບຄົວ ພ້ອມທັງຮັກສາເອົາໄວ້ ຊື່ງ ຂນົບທໍານຽມ ອັນດີງາມ ຂອງ ລາວເຮົາ ເພື່ືອສົ່ງມູນມໍລະດົກ ດັ່ງກ່າວນີ້ ຕໍ່ໄປໃຫ້ ຊຸມລຸກ ຊຸມຫລານ: ນີ້ ກໍແມ່ນສ່ວນນື່ງ ສ່ວນທີ່ມີນໍ້າໜັກຫລາຍ ຂອງ ຜົນປະໂຫຍດ ແລະ ຄວາມສໍາຄັນ ຂອງ ພິທີບາສີ ຜູກແຂນ ຫລື ສູ່ຂວັນ.

ນອກຈາກການ ຜູກແຂນ ອອກກັມ ອອກໄຟ ຕ້ອນຮັບ ເດັກນ້ອຍ ຜູ່ ເກີດໄຫມ່ ແລ້ວ ການສູ່ຂວັນ ທີ່ ມີ ຄວາມສໍາຄັນ ແລະ ມີ ຄວາມໝາຍ ຫລາຍທີ່ສຸດ ໃນ ສັງຄົມລາວ ເຮົາ ກໍແມ່ນ ການບາສີ ໃນໂອກາດ ແຕ່ງດອງ ວິວາຫະມົງຄົນ.

ສັງເກດໄດ້ວ່າ ໃນສອງໂອກາດ ດັ່ງກ່າວນີ້ ແມ່ນ ການເລີ້ມຕົ້ນຊີວິດໄຫມ່ ນື່ງ ຂອງ ເດັກນ້ອຍ ແລະ ເລີ້ມຊີວິດແມ່ ຂອງ ຜູ່ເປັນມານດາ, ແລະ ສອງ ກໍແມ່ນ ຂອງ ຄູ່ ສົມລົດໄຫມ່ ທີ່ ແຈ້ງບອກ ຢ່າງເປັນທາງການ ຕໍ່ໜ້າ ພາຂວັນ ບາສີ ແລະ ຕໍ່ໜ້າຄອບຄົວ ແຂກຄົນ ກໍ ຄື ຕໍ່ໜ້າສັງຄົມ ວ່າ ພວກເຂົາເຈົ້າທັງສອງ ໄດ້ປ່ຽນຖານະແລ້ວ ແລະ ໄດ້ກາຍ ມາ ເປັນ ຄູ່ຜົວ ຄູ່ເມັຍ ກັນ ຢ່າງສົມບູນແບບ ຢ່າງເປັນທາງການ ແລ້ວ. ແປວ່າ ໄດ້ ພາກັນ ເລີ້ມຊີວິດໄຫມ່ ໜີ ອອກຈາກ ຊີວິດເກົ່າ ຊີວິດໂດດດ່ຽວ ເປັນໂສດ ຢູ່ເຮືອນ ນໍາພໍ່ ນໍາແມ່ ມາ ສ້າງຊີວິດ ຄູ່ຜົວເມັຍ ຕຽມຖ້າ ປ່ຽນຊີວິດ ໄປອີກພາກສ່ວນນື່ງ ເພື່ອ ເປັນ ພໍ່ ແລະ ແມ່ ໃນ ອານາຄົດ ຕໍ່ໄປ.

ຄອບຄົວ ແລະ ແຂກ ເຂົ້າຮ່ວມ ພິທີບາສີ ແຕ່ງດອງ ທີ່ ເມືອງປອກແລນ Oregon, USA (ocotbre 2012)

ຄອບຄົວ ແລະ ແຂກ ເຂົ້າຮ່ວມ ພິທີບາສີ ແຕ່ງດອງ ທີ່ ເມືອງປອກແລນ Oregon, USA (ocotbre 2012)

ດ້ວຍເຫດນີ້ເອງ ທີ່ການເຂົ້າຮ່ວມ ພິທີ ແຕ່ງດອງ ວິວາຫະມົງຄົນ ຈື່ງ ແມ່ນ ບົດບາດ ແມ່ນການປະຕິບັດ ທີ່ມີຄວາມສໍາຄັນ ມີ ຄວາມຈໍາເປັນ ແລະ ມີຄວາມໝາຍ ຫລາຍທີ່ສຸດ ສໍາລັບ ຊາວລາວເຮົາ ເນື່ອງຈາກວ່າ ພີ່ນ້ອງ ພ້ອມດ້ວຍ ແຂກ ທຸກໆທ່ານ ໄດ້ ຮ່ວມມື ປະກອບສ່ວນເຂົ້າ ໃນ ການສ້າງ ຄອບຄົວ ໄຫມ່ ການສ້າງເຮືອນໄຫມ່ ການສ້າງຊີວິດໄຫມ່ ພ້ອມທັງ ໄດ້ ກາຍເປັນ ສັກຂີພິຍານ ເປັນ ຜູ່ຮັບຮູ້ ຜູ່ຮັບປະກັນ ການນໍາເອົາ ສອງຊີວິດ ສອງຈິດໃຈ ສອງອານາຄົດ ເຂົ້າມາໂຮມກັນ ໃຫ້ ກາຍເປັນ ນໍ້ານື່ງໃຈດຽວກັນ. ແລະ ການ ເອົາເງີນຊ່ວຍດອງ ນັ້ນ ນອກຈາກ ຈະ ເປັນ ການສະແດງ ຄວາມຮັກແພງ ສາມະຄີ ແລະ ຊ່ວຍເຫລືອ ໃນ ການໃຊ້ຈ່າຍ ໃນ ມື້ກີນດອງ ແລ້ວ ກໍຍັງແມ່ນ ປັດໃຈ ກ້ອນທໍາອິດ ສໍາລັບ ການສ້າງສາຊີວິດ ຂອງ ຄູ່ຜົວເມັຍໄຫມ່ ນໍາອີກດ້ວຍ.

 ບສຜ: ຍອດນິຍົມຂອງປະເພນີລາວ

ສະລູບແລ້ວ ພິທີ ບາສີ ສູ່ຂວັນ ຫລື ຜູກແຂວນ ນີ້ ແມ່ນ ນໍາ ຜົນກະທົບ ອັນດີ ມາ ໃຫ້ ຜູ່ ທີ່ ໄດ້ຮັບກຽດ ເປັນ ເຈົ້າພິທີການ ມາ ໃຫ້ ຄອບຄົວ ແລະ ເພື່ອນມິດ ທຸກຖ້ວນໜ້າ ທັງໃກ້ແລະໄກ ທີ່ ໄດ້ ເຂົ້າ ຮ່ວມ ພິທີການ ດັ່ງກ່າວ ພ້ອມທັງ ໄດ້ ນໍາ ຄວາມດູ່ນດ່ຽງ ຄວາມທຸ່ນທ່ຽງ ແລະ ສຖຽນລະພາບ ມາ ໃຫ້ ໝູ່ບ້ານ ຫລື ຫົວເມືອງ ດັ່ງ ກ່າວ ໄປໃນຕົວ ນໍາ ອີກດ້ວຍ.

ທ່ານາງ ມະຍູຣີ ເຫງົ້າສີວັດທນ໊ ກໍ ໄດ້ ອະທິບາຍ ວ່າ « ພິທີຜູກແຂນ ສູ່ຂັວນ ນໍາເອົາ ຄວາມອູ່ນອຽ່ງ ທາງດ້ານຈິດໃຈ ກັບຄືນ ມາໃຫ້ ຜູ່ທີ່ໄດ້ຮັບ ການບາສີ ໃຫ້ ຄອບຄົວ ຂອງ ລາວ ພ້ອມທັງ ໝົດທຸກໆຄົນ ໃນສັງຄົມ. ຊີ້ບອກ ເຖີງ ການຮັບຮູ້ ແລະ ການນັບຖື ຜູ່ທີ່ໄດ້ຮັບກຽດ ເປັນ ເຈົ້າພິທີການ ຈາກ ຄອບຄົວ ແລະ ສັງຄົມ. »

ພີ່ນ້ອງ ຊາວ ການາດາ ຮ່ວມພິທີບາສີ ຕ້ອນຮັບ ທີ່ ເມືອງທ່າແຂກ (12/2014)

ພີ່ນ້ອງ ຊາວ ການາດາ ຮ່ວມພິທີບາສີ ຕ້ອນຮັບ ທີ່ ເມືອງທ່າແຂກ (12/2014)

ກໍແປວ່າ ພິທີຜູກແຂນ ນີ້ ຈະນໍາ ຄວາມສຸກກາຍ ສະບາຍໃຈ ນໍາ ຄວາມຖືກຕ້ອງ ປອງດອງ ພ້ອມດ້ວຍ ຄວາມຮັກແພງ ສາມະຄີ ມາ ໃຫ້ ໝົດທຸກໆຄົນ ທີ່ ໄດ້ ເຂົ້າຮ່ວມພິທີການ ດັ່ງກ່າວ ແລະ ພະລັງແຮງ ຂອງ ມິຕພາບ ສັງສັນ ມ່ວນຊື່ນ ນີ້ ກໍ ຈະ ມີ ຜົນກະທົບ ອັນດີ ໄປ ໃຫ້ ໝູ່ບ້ານ ຫົວເມືອງ ແລະ ສັງຄົມ ດັ່ງກ່າວ ນໍາອີກດ້ວຍ.

ນັບຕັ້ງແຕ່ ທ້າຍ ຊູມປີ 1980 ມາ ແປວ່າ ຫລັງຈາກການເປີດກວ້າງ ທາງດ້ານ ເສດຖະກິດ ແລະ ການເງີນ ພິທີບາສີ ສູ່ຂວັນ ຫລື ຜູກແຂນ ນີ້ ກໍ ໄດ້ ຖືກຈັດເຂົ້າເປັນ ນື່ງ ໃນ ເອກລັກ ຂອງ ຄວາມເປັນລາວ ແລະ ໄດ້ ຖືກຈັດຂື້ນ ໃນ ທຸກວິທີການ ທາງການ ທັງພາຍໃນ ຫລື ໃນການຕ້ອນຮັບແຂກ ຕ່າງປະເທດ ຕາມທັສນະ ຂອງ ທ່ານ ກຣັ່ນ ເອ່ວັ່ນສ (Grant Evans, 1998). ການປະຕິບັດ ດັ່ງກ່າວ ກໍ ໄດ້ ປະກອບສ່ວນເຂົ້າ ເຮັດໃຫ້ ປະເພນີ ອັນເກົ່າແກ່ ຈົບງາມ ຂອງ ຊາວລາວເຮົາ ໄດ້ ກ້າວ ໄປ ມີ ບົດບາດ ຫລາຍຂື້ນມາ ບໍ່ວ່າ ທາງດ້ານສັງຄົມ ຫລື ທາງດ້ານສີລປະ ວັທນະທັມ.

ທ່ານນາງ ໃຈຈີງເພີນ ກໍ ຍັງ ໄດ້ ໃຫ້ ສັນນິຖານ ອີກ ວ່າ « ໃນ ທຸກມື້ນີ້ ພິທີສູ່ຂັວນ ກໍແມ່ນ ຄວາມເປັນລາວ ນັ້ນ ເອງ, ແມ່ນ ສັນຍາລັກ ຂອງ ຄວາມເປັນລາວ ແລະ ກໍ ແມ່ນ ພິທີການ ທີ່ ທ້ອນໂຮມ ເອົາ ໝົດທຸກຄົນ ໂດຍ ບໍ່ໄຈ້ແຍກ ຊັ້ນ ວັນນະ ຫລື ສາສນາ. »

ເພື່ອນມິດ ຊາວຝຣັ່ງເສດ ເຂົ້າຮ່ວມ ພິທີບາສີ ຢູ່ ກຸງປາຣີ

ເພື່ອນມິດ ຊາວຝຣັ່ງເສດ ເຂົ້າຮ່ວມ ພິທີບາສີ ຢູ່ ກຸງປາຣີ

ກໍແປວ່າ ຄົນລາວ ແຕ່ລະຄົນ ກໍ ຄື ເພື່ອນສະນິດມິດສະຫາຍ ຂອງ ພວກເຂົາເຈົ້າ ທຸກຖ້ວນໜ້າ ກໍ ຕ້ອງ ໄດ້ ຮັບກຽດ ເປັນ ເຈົ້າພິທີການ ບາສີ ສູ່ຂວັນ ຢ່າງ ຫລີກລ້ຽງ ບໍ່ ໄດ້ ຈັກໜອ້ຍເລີຍ ເພາະວ່າ ພິທີ ຜູກແຂນ ນີ້ ແມ່ນ ຍອດນໍ້າ ຂອງ ຄວາມເປັນລາວ ແລະ ຊາວຕ່າງປະເທດ ແຕ່ ລະຄົນ ທີ່ ໄດ້ຮ່ວມ ພິທີບາສີ ແລ້ວ ກໍ ຈະ ບໍ່ ມີ ວັນ ລືມ ໄດ້ເລີຍ ພ້ອມທັງ ຈະ ຮູ້ສືກດີໃຈ ພູມໃຈ ແລະ ມີ ຄວາມສຸກກາຍ ສະບາຍໃຈ ແບບ ທີ່ ພວກເຂົາເຈົ້າ ເອງ ບໍ່ ສາມາດ ເຂົ້າໃຈ ໄດ້ ເລີຍວ່າ ຄວາມຮູ້ສືກ ດັ່ງກ່າວ ນີ້ ແມ່ນ ມັນ ມາ ຈາກໃສ ກັນ ແທ້ ແລະ ດ້ວຍ ເຫດຜົນ ອັນໃດ.

ທ່ານນາງ ຊາຣາ ໂຊ (Sarah Shaw) ຊາວ ອາເມລິກັນ ກໍແມ່ນນື່ງ ໃນ ຊາວຕ່າງປະເທດ ທີ່ ໄດ້ ພົບກັບ ຄວາມຈົບຄວາມດີ ຂອງ ພິທີບາສີ ສູ່ຂັວນ. ຂໍເຊີນ ທ່ານ ອ່ານ ຄວາມຮູ້ສືກ ຂອງ ລາວ ຢູ່ ແວບສາຍ ນີ້​: (Sarah Shaw,  Baci Ceremony Calls My Soulin Laos, in http://wanderlustandlipstick.com/blogs/wandershopper/2013/08/19/baci-ceremony-calls-my-soul-in-laos/)

« ພິທີ ສູ່ຂວັນ ເປັນ ໃຈກາງ ຂອງ ວັທນະທັມ ລາວ. ມັນ ເປັນ ຜູ່ ຊີ້ບອກ ເຖີງ ນິດໃສໃຈຄໍ ຄວາມຮູ້ສືກ ຄວາມຄິດເຫັນ ແລະ ການເບີ່ງໂລກ ແລະ ການຕີລາຄາ ຂອງ ຊາວລາວ ຊື່ງ ສ່ວນຫລາຍ ແລ້ວ ກໍ ພາກັນ ຖື ວ່າ ພິທີ ບາສີ ນີ້ ແມ່ນ ສັນຍາລັກ ອັນ ແທ້ຈີງ ຂອງ ຄວາມເປັນລາວ ຂອງ ພວກຕົນ», ທ່ານ ດຣ ທົງຣິດ ພູມີຣາດ ໄດ້ ໃຫ້ ຄວາມຄິດເຫັນ ໃນ ແວບສາຍ laopress.com .

ສະລູບແລ້ວ ພິທີບາສີ ນີ້ ກໍແມ່ນ ໂອກາດ ອັນດີ ແລະ ຈົບງາມ ທີ່ສຸດ ສໍາລັບ ການ ເຕົ້າໂຮມ ຄອບຄົວ ພ້ອມດ້ວຍ ເພື່ອນສະນິດ ມິດສະຫາຍ ເພື່ອ ຫັດແໜ້ນ ສາຍສັມພັນ ຄວາມຮັກແພງ ສາມະຄີ ແລະ ຄວາມ ເປັນລາວ ຂອງ ພວກຕົນ ພ້ອມ ທັງ ເປັນ ການ ຮັກສາ ແລະ ເຜີຍແຜ່ ວັທນະທັມ ອັນ ດີງາມ ຂອງ ລາວ ເຮົາ ນໍາ ອີກດ້ວຍ.

ພິທີບາສີ ມີ ຄຸນຄ່າ ອັນເລີດລໍ້າ ສໍາລັບ ຊາວລາວ ໃນ ທົ່ວ ທຸກຫົນແຫ່ງ ເພາະວ່າ ທຸກໆເທື່ອໃດ ທີ່ ໄດ້ ຈັດຕັ້ງ ຂື້ນມາ ກໍ ເປັນ ເຫມືອນ ກັບ ວ່າ ພາຂວັນ ນັ້ນ ໄດ້ກາຍເປັນ ຜືນແຜ່ນດີນລາວ ອັນ ຊົ່ວຄາວ ເປີດ ໂອການ ໃຫ້ ຊາວລາວ ທຸກຖ້ວນຫນ້າ ສແດງ ຄວາມຮັກແພງ ສາມະຄີ ເປັນ ນໍ້ານື່ງ ໃຈດຽວກັນ ເຫມືອນ ກັນ ກັບວ່າ ຍັງ ໄດ້ ອາໃສຢູ່ ໃນ ແຜ່ນດີນລາວ ອັນ ແທ້ຈີງ.​ ນີ້ ກໍແມ່ນ ນື່ງ ໃນ ສີ່ງມະຫັສຈັນ ແປກປະຫລາດ ຂອງ ພິທີ ບາສີ ສູ່ຂວັນ ຫລື ຜູກແຂນ ນັ້ນ ເອງ.

ບັ້ງເຂົ້າຫລາມ ເຂົ້າກໍ່າ ແລະ ເຂົ້າຂາວ ທໍາມະດາ

ບັ້ງເຂົ້າຫລາມ ເຂົ້າກໍ່າ ແລະ ເຂົ້າຂາວ ທໍາມະດາ

(ຂໍ ຂອບໃຈ ຢ່າງລົ້ນເຫລືອ ມາຍັງ ອ້າຍ ໂອກີ່ນ ຊຸມພົນພັກດີ ແລະ ປີ່ນປຣະສົງທ໌ ພັນທ໌ມາລີ ທີ່ ໄດ້ ຊ່ວຍ ອ່ານ ບົກຂຽນ ດັ່ງກ່າວນີ້ ພ້ອມທັງ ໄດ້ ອອກ ຄວາມຄິດເຫັນ ແນະນໍາ ອີກດ້ວຍ)    

 ເອກະສານອ້າງອີງ

Abbhay, Nhouy – Le Baci. Extraits in Que signifie le “Baci-Soukhouane? http://ngl.asso.free.fr/cal_baci.htm

Association Geza Roheim – Baci Lao. In http://geza.roheim.pagesperso-orange.fr/html/baci.htm

Baci, in  http://en.wikipedia.org/wiki/Baci

Baci, What is it? What is it for? How is it done?, in http://www.laos-guide-999.com/baci.htm

Baci ou Soukhouane, in http://lgpg.free.fr/tradition/soukhouane.htm

Baci Lao, in http://patrick.fermi.free.fr/baci.htm

Bailey, Stephen K. – Communication Strategies for Christian Witness Among the Lowland Lao Informed by Worldview Themes in Khwan Rituals. A Dissertation Presented to the Faculty of the School of World Mission and Institute of Church Growth. Fuller Theological Seminary. May 2002, in http://www.thaicrc.com/collect/MIS/index/assoc/D5671.dir/5671.pdf

Chai Chin Fern, Elena Gegoria – Of Soukhuan and Laos. Faculty of Social Sciences. Universiti Malaysia Sarawak, in

http://www.researchgate.net/profile/Elena_Chai_caijingfen/publication/236177240_Of_Soukhuan_and_Laos/links/00463516e35a761c3b000000.

Cornu, Philippe – Mais où sont donc passées les émotions?. Regard bouddhiste, N.3, Févier-mars 2014. Paris : pp.8-11

Le Baci, in http://lepaysdessourires.xooit.com/t76-Le-baci.htm

Le Soukhouane – cérémonie traditionnelle lao, in http://mws.cottreau.net/Pages/TraditionsLaotiennes.htm

Locavo, Rista – Souls Unite, in  http://livingif.com/souls-unite/#

Miller, Jeffrey – Traditional Laotian Customs Baci  Ceremony, in http://www.lifepaths360.com/index.php/traditional-laotian-customs-baci-ceremony-12602/

Mayoury Ngaosyvathn – Individual Soul, National Identity: The Baci-Sou Khuan of the Lao, in  Sojourn: Journal of Social Issues in Southeast Asia, Vol.5, N.2, August 1990, pp. 283-307

Lao Women, Yesterday and Today. The State Publishing Enterprise. 1st Edition November 1993

Okinh Soumpholphakdy – Communication personnelle. Avrl-mai 2014

Phon Thikeo – Baci Ritual Remains a Centrepiece of Lao Culure, in  http://www.vientianetimes.org.la/sub-new:Art_Culture/Art_Baci.htm

Pom Outama Khampradith, Bounheng Inversi, and Tiao Nithakhong Somsanit – The Baci Ceremony, in http://www.laoheritagefoundation.org/ceremonies/baci.jsp

Phong Thammavongsa – Signification des cérémonies de baci et de soukhouane, in http://www.ambassade-laos.org/laos.org/Significatin-des-cérémonies-de-baci-et-de-soukhouane.htm

Soulang Dejvongsa – Communication personnelle, avril 2014

Syncrétisme : Baci et nouvel an chinois, in http://vientiane-laos.blogspot.fr/2007/02/syncretisme-baci-et-nouvel-an-chinois.htm

The Baci (Bai si) Ceremony, in  http://plainofjars.net/baci.htm

The Baci Ceremony, in  http://lonelyplanet.com/thorntree/forums/asia-south-east-asia-mainland/topics/string-bracelets-meaning

Thongvan Phangphilavong – Baci Ceremony Strenghtens Ties of Friendship, in http://www.accent.ac.nz/elto/articles/baci-ceremony-strenghtens-ties-friendship

Thongrith Phoumirath, Dr – The Soukhouane and the Lao People, in http://www.laopress.com/news/Custom/soukhouane/index.htm

Zago, Marcello – Rites et cérémonies en milieu bouddhiste lao. Roma, Università gregoriana editrice, 1972.

A propos laosmonamour

ເກີດຢຸ່ບ້ານມ່ວງສູມ ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ປະລີນຍາ ຕຣີແລະໂທ ຈາກມະຫາວິທຍາໄລ Robert-Schumann (Strasbourg) ແລະ ປະລີນຍາເອກ ຈາກມະຫາວິທຍາໄລ Paris-Sorbonne, Paris IV Travaille à l'AFP Paris après une licence et une maîtrise à l'école de journalisme de Strasbourg (CUEJ - Robert-Schumann) et un doctorat au CELSA (Paris-Sorbonne)
Cet article, publié dans Amitié, Amour, Baci, Bouddhisme, Cambodge, Chine, Culture, Fleurs, Khun Borom, Laos, Légende, Mariage, News, Sipsongphanna, Thaïlande, Yunnan, est tagué , , , , , , , . Ajoutez ce permalien à vos favoris.

2 commentaires pour Laos: ຄວາມເປັນມາ ແລະ ຄວາມສໍາຄັນ ຂອງ ພິທີບາສີ ຜູກແຂນ ຫລື ສູ່ຂວັນ

  1. laluuk dit :

    Ah! Que j’aime! Et cette nouvelle parution en langue Lao, ce jour même où je témoignais de ce Cadeau de Vie que cela représente. Quelle merveilleuse façon de relier la communauté humaine et quel pouvoir de transformation! Un rituel à préserver dans l’identité Lao, à n’en pas douter…..Khob tchay…Khob tchay d’en pérenniser les caractéristiques, le sens et la beauté dans la parole écrite comme par l’image…..

    • laosmonamour dit :

      Merci de votre suivi. Votre réflexion à propos de ma fratrie m’a fait comprendre l’importance d’écrire en langue lao, aussi, afin de partager avec eux, avec tout le monde notre culture. Du coup, je vais essayer de faire une version lao aussi du rituel de la mort. Une version anglaise est en cours pour les jeunes nés en Amérique et en Australie…

Laisser un commentaire

Entrez vos coordonnées ci-dessous ou cliquez sur une icône pour vous connecter:

Logo WordPress.com

Vous commentez à l'aide de votre compte WordPress.com. Déconnexion / Changer )

Image Twitter

Vous commentez à l'aide de votre compte Twitter. Déconnexion / Changer )

Photo Facebook

Vous commentez à l'aide de votre compte Facebook. Déconnexion / Changer )

Photo Google+

Vous commentez à l'aide de votre compte Google+. Déconnexion / Changer )

Connexion à %s