Viva la démocratie!

ໃນລະບອບປະຊາທິປະໄຕ ເມື່ອປະຊາຊົນສ່ວນຫລາຍ ໄດ້ຊີ້ຂາດເລືອກເອົາຕົວແທນຂອງພວກຕົນແລ້ວ ປະຊາຊົນ ໝົດທຸກຯຄົນ ກໍຕ້ອງນັບຖື ແລະ ຮັບເອົາຕົວແທນຜູ່ໄໝ່ຂອງພວກຕົນ ຢ່າງເປັນລະບຽບລຽບລ້ອຍ ດັ່ງທີ່ ຊາວຝຣັ່ງ ໄດ້ພາກັນປະຕິບັດ ເນື່ອງໃນໂອກາດ ການເລືອກຕັ້ງ ປະທານາທິບໍດີ ໃນປີ 2012 ໂດຍທີ່ ປະທານປະເທດ ຜູ່ທີ່ໄດ້ເສັຽໄຊ ແລະ ກໍາລັງຈະພົ້ນໜ້າທີ່ການ ໄດ້ໄປເຊີນເອົາ ປະທານປະເທດ ຄົນໄໝ່ ທີ່ໄດ້ຊະນະຕົນ ໃຫ້ເຂົ້າມາຮ່ວມພິທີ ສະເລີມສະລອງ ວັນຄົບຮອບ 67 ປີ ຂອງໄຊຊະນະ ຂອງພັນທະມິດ ໃນສົງຄາມໂລກຄັ້ງທີ່ສອງ ຕໍ່ພວກນາຊີ ໃນວັນທີ່ 8 ພືດສະພາ 1945

ຜູ່ນໍາຝຣັ່ງທັງສອງທ່ານ ໄດ້ຊີ້ສະແດງໃຫ້ຊາວຝຣັ່ງ ແລະ ຊາວໂລກ ໄດ້ຮູ້ໄດ້ເຫັນວ່າ ຫລັງຈາກໄດ້ ປະທະແນວຄິດ ປະທະທິດສະດີ ປະທະວາຈາ ແບບເຂັ່ງຂືມ ຮ້ອນເຮັ່ງ ເນື່ອງໃນໂອກາດ ການອອກຫາສຽງ  ເລືອກຕັ້ງເເລ້ວ ທ່ານທັງສອງ ກໍໄດ້ເອົາຜົນປະໂຫຍດຊາດ ເອົາຜົນປະໂຫຍດສ່ວນລວມ ເອົາຄວາມເປັນຊາດ ເອົາການນັບຖືກົດໝາຍບ້ານເມືອງເປັນລັກໃຫຍ່ ຊີ້ບອກໃຫ້ໝົດທຸກຄົນໄດ້ເຂົ້າໃຈດີວ່າ ປະເທດຊາດບ້ານເມືອງ ປະເພນີວັທນະທັມ ປະວັດສາດ ກໍຄື ຄວາມເປັນມາ ພ້ອມດ້ວຍປະສົບການນາຯປະການ ແມ່ນມີຄວາມສໍາຄັນ ມີນໍ້າໜັກ ຫລາຍກົ່ວ ການຜິດຂ້ອງຕອ້ງຖຽງ ການຍາດຕໍາແໜ່ງ ຍາດເອົາການສະນັບສະນູນ ຈາກປະຊາຊົນ ຊື່ງກັນແລະກັນ

ຜູ່ນໍາການເມືອງຝຣັ່ງທັງສອງທ່ານ ກໍຮູ້ດີແກ່ໃຈແລ້ວວ່າ ໃນລະບອບປະຊາທິປະໄຕ ມີການເລືອກຕັ້ງ ເກືອບທຸກຯປີ ແລະ ຖ້າຫາກມີການປະພືດ ທີ່ບໍ່ສອດຄ່ອງ ກັບປະເພນີ ບໍ່ສອດຄ່ອງ ກັບທີ່ເຄີຍມີມາ ໃນອະດີດຕະການແລ້ວ ຕົວແທນຂອງພັກຕົນ ກໍຈະໄດ້ພົບກັບການປະລາໄຊ ຢ່າງແນ່ນອນ ເນື່ອງຈາກວ່າ ປະຊາຊົນ ຈະສາມາດຮູ້ ຈະສາມາດເຫັນ ການກະທໍາຕ່າງຯ ຂອງຜູ່ນໍາຂອງພວກຕົນ ແບບສົດຯຮ້ອນຯ ທາງໂທລະພາບ ຫລື ເຄືອຄ່າຍ ອີງແຕກແນດ ກໍຄືໃນໜ້າໜັງສືພີມ ບໍ່ວ່າລາຍວັນ ຫລື ລາຍສັບປະດາ ດ້ວຍເຫດຜົນດັ່ງກ່າວນີ້ເອງ ທີ່ ທ່ານ ນີໂກລາ ຊາກໂກສີ (Nicolas Sarkozy) ໄດ້ເຊີນເອົາ ທ່ານ ຝຣັ່ງຊົວ ໂຫນລັງ (François Hollande) ເຂົ້າຮ່ວມພິທີທາງການ ທີ່ປະຕູໄຊ (Arc de Triomphe) ໄນຖະໜົນໄຫຍ່ ຊັງເອລີເຊ (Champs-Elysées) ຊີ້ສະແດງໃຫ້ໝົດທຸກຄົນ ໄດ້ເຫັນເຖີງ ຄວາມຈະເລີນກ້າວໜ້າ ຂອງ ປະຊາທິປະໄຕ ໃນປະເທດຝຣັ່ງ ໄປພ້ອມຯກັນ

ກ່ອນໜ້ານັ້ນ ທ່ານ ຝຣັ່ງຊົວ ມີດແຕ່ຣັງ (François Mitterrand) ປະທານາທິບໍດີ ຄົນທໍາອິດ ຈາກພັກ ສັງຄົມນິຍົມ ຂອງ ສາທາລະນະລັດທີ່ຫ້າ ກໍໄດ້ເຊື້ອເຊີນເອົາ ທ່ານ ຊັກເກີ ເຊັຽຣັກ (Jacques Chirac) ປະທານປະເທດຄົນໄໝ່ ຈາກພັກຂວາ RPR ເຂົ້າຮ່ວມພິທີ ສະເລີມສະລອງ ວັນຄົບຮອບ ໄຊຊະນະ ຂອງ ພັນທະມິດ ໃນວັນທີ່ 8 ເດືອນພືດສະພາ 1995 ແຕ່ວ່າ ໃນປີນັ້ນ ທ່ານ ມີດແຕ່ຣັງ ບໍ່ໄດ້ເຂົ້າຮ່ວມແຂ່ງຂັນ ຊີງເປັນປະທານາທິບໍດີ ເປັນສະໄມທີ່ສາມ ສ້ອນກັນ

ບົດບາດຂອງທ່ານ ຊາກໂກສີ ໃນເທື່ອນີ້ ກໍໄດ້ຖືກຊົມເຊີຍ ຈາກປະຊາຊົນ ພ້ອມທັງຈາກນັກການເມືອງ ທັງຊ້າຍແລະຂວາ ຊື່ງກໍໄດ້ພາໃຫ້ນັກສັງເກດການ ພາກັນກ່າວສະດຸດີວ່າ ລະບອບປະຊາທິປະໄຕໃນຝຣັ່ງ ໄດ້ກາຍເປັນປະຊາທິປະໄຕ ທີ່ກ້າວໜ້າ ທັນສະໄມ ມີການແບ່ງປັນອໍານາດບໍລິຫານ ລະວ່າງ ຝ່າຍຊ້າ ແລະ ຝ່າຍຂວາ ໂດຍບໍ່ມີການດ່າວ່າ ຢຽບຢາມ ປະນາມໂຈບຕີ ໃສ່ຮ້າຍປ້າຍສິ ຄືດັ່ງທີ່ມີມາ ໃນປີ 1981 ເມື່ອທ່ານ ມີດແຕ່ຣັງ ໄດ້ເອົາຊະນະ ທ່ານ ວານເຣຣີ ຊີດສະກາ ແດດສະແຕງ (Valéry Giscard d’Estaing) ປະທານປະເທດ ຈາກພັກກາງ ອູຍເດແອບ (UDF) ຊື່ງມັນແມ່ນ ການຂື້ນມາກໍາອໍານາດ ຂອງກູ່ມພັກ ຝ່າຍຊ້າຍ ເທື່ອທໍາອິດ ຫລັງຈາກການສະຖາປະນາ ສາທາລະນະລັດທີ່ຫ້າ ຂອງ ຝຣັ່ງ ໂດຍທ່ານນາຍພົນ ຊາກເລີ ເດີ ໂງນເລີ (Charles de Gaulle) ໃນປີ 1958

ໃນປີ 1993 ທ່ານ ມີດແຕ່ຣັງ ກໍໄດ້ຈໍາເປັນປົກຄອງຮ່ວມ ກັບຣັຖບານ ຈາກກູ່ມພັກຝ່າຍຂວາ ນໍາໂດຍ ທ່ານ ເຊັຽຣັກ ຈົນຮອດປີ 1995 ແລະ ໄຊຊະນະຄັ້ງທີ່ສອງ ຂອງທ່ານ ມີດແຕ່ຣັງ ໃນການເລືອກຕັ້ງ ປະທານາທິບໍດີ ຕໍ່ໜ້າ ທ່ານ ເຊັຽຣັກ ຈາກປີ 1997 ຫາ ປີ 2002 ກໍແມ່ນທີທ່ານ ເຊັຽຣັກ ຈໍາເປັນແບ່ງປັນອໍານາດ ປັກຄອງຮ່ວມ ກັບທ່ານນາຍຍົກ ລີໂອແນນ ຊົດສະແປ່ງ (Lionel Jospin) ຈາກພັກສັງຄົມນິຍົມ

 ກໍແມ່ນການສັບປ່ຽນ ການປົກຄອງປະເທດຊາດບ້ານເມືອງຮ່ວມກັນ ຈາກກູ່ມພັກຝ່າຍຊ້າຍ ແລະ ກູ່ມພັກ ຝ່າຍຂວາ ນີ້ເອງ ແລະ ໂດຍທີ່ແມ່ນປະຊາຊົນເອງເປັນຜູ່ຊີ້ຂາດ ທີ່ໄດ້ບັນລຸໃຫ້ປະຊາຊົນຝຣັ່ງ ກໍຄືຜູ່ນໍາການເມືອງຂອງພວກຕົນ ໄດ້ພາກັນເຂົ້າໃຈແລະຮັບເອົາ ການປ່ຽນຄະນະຜູ່ນໍາ ວ່າມັນແມ່ນ ຂອງທັມດາ ສາມັນ ວ່າມັນແມ່ນ ຄວາມຮຽກຮ້ອງຕ້ອງການຂອງມະນຸດເຮົາເອງ ທີ່ຕ້ອງການປ່ຽນແປງ ຢູ່ເລີງເລື້ອຍ ທີ່ ຕ້ອງການປ່ຽນຄະນະຜູ່ນໍາ ໂດຍສະເພາະ ແລ້ວ ໃນເມື່ອມີບັນຫາ ທາງດ້ານເສດຖາກິດ ການເງີນ ຫລື  ສັງຄົມ ບໍ່ວ່າພາຍໃນປະເທດຕົນເອງ ໃນເຂດ ທະວີບ ຫລື ໄນໂລກ

ທັງໝົດນີ້ ກໍແມ່ນໄຊຊະນະ ຂອງລະບອບປະຊາທິປະໄຕ ນັ້ນເອງ ທີ່ໄດ້ມອບສິດເດັດຂາດ ໃຫ້ແກ່ປະຊາຊົນ ແລະ ປະຊາຊົນ ກໍຈະສາມາດປ່ອນບັດເລືອກເອົາ ພັກທີ່ພວກຕົນ ຄືດວ່າ ຈະສາມາດນໍາຄວາມຢູ່ດີກີນດີ ນໍາວຽກເຮັດງານທໍາ ນໍາຄວາມສຸກ ນໍາຄວາມຈະເລີນ ມາໃຫ້ພວກຕົນ ແລະ ຄອບຄົວ ກໍຄື ຈະສາມາດນໍາ ເອົາອານາຄົດ ອັນແຈ່ມໄສ ມາໃຫ້ປະເທດຊາດ ບ້ານເມືອງຂອງພວກຕົນ ນັ້ນເອງ

A propos laosmonamour

ເກີດຢຸ່ບ້ານມ່ວງສູມ ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ປະລີນຍາ ຕຣີແລະໂທ ຈາກມະຫາວິທຍາໄລ Robert-Schumann (Strasbourg) ແລະ ປະລີນຍາເອກ ຈາກມະຫາວິທຍາໄລ Paris-Sorbonne, Paris IV Travaille à l'AFP Paris après une licence et une maîtrise à l'école de journalisme de Strasbourg (CUEJ - Robert-Schumann) et un doctorat au CELSA (Paris-Sorbonne)
Cet article, publié dans Démocratie, Elections, Essai, est tagué , . Ajoutez ce permalien à vos favoris.

Laisser un commentaire

Entrez vos coordonnées ci-dessous ou cliquez sur une icône pour vous connecter:

Logo WordPress.com

Vous commentez à l'aide de votre compte WordPress.com. Déconnexion / Changer )

Image Twitter

Vous commentez à l'aide de votre compte Twitter. Déconnexion / Changer )

Photo Facebook

Vous commentez à l'aide de votre compte Facebook. Déconnexion / Changer )

Photo Google+

Vous commentez à l'aide de votre compte Google+. Déconnexion / Changer )

Connexion à %s